ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໊ຮຸ່ງຫວຽດ, ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ພ້ອມດ້ວຍຫົວໜ້າ SOM, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ - ຍີ່ປຸ່ນ ປະຈໍາປີຄັ້ງທີ 39 ຢູ່ ບັງກອກ (ໄທ).
ຍສໝ - ແຕ່ວັນທີ 25 – 29 ມິຖຸນາ, ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄປຢ້ຽມຢາມພະນັກງານ ແລະ ນັກຮົບກອງທັບເຮືອເຂດ 5.
ຍສໝ - ເປັນເວລາ 69 ປີ (1955-2024) ແຫ່ງການກໍ່ສ້າງ, ຕໍ່ສູ້, ຍາດໄດ້ໄຊຊະນະ ແລະ ເຕີບໃຫ່ຍ, ບັນດາຮຸ້ນພະນັກງານ, ນັກຮົບກອງທັບເຮືອ ປະຊາຊົນຫວຽດນາມ ໄດ້ສືບທອດກັນເສີມສ້າງ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງເຫຼົ່າທັບ.
ຍສໝ - ທີ່ການປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດໃນຕອນບ່າຍວັນທີ 25 ເມສາ, ທ່ານນ່າງໂຄສົກກະຊວງການຕ່າງປະເທດຫວຽດນາມ ຝ້າມທູຮັ່ງ ເນັ້ນໜັກວ່າ: ຫວຽດນາມ ຮຽກຮ້ອງຈີນເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ອະທິປະໄຕ ແລະ ສິດພິພາກສາ ຢູ່ເຂດທະເລຫວຽດນາມ.
ຍສໝ - ຕອນບ່າຍວັນທີ 18 ເມສານີ້, ຢູ່ສູນວັດທະນະທຳຫວຽດນາມ, ນະຄອນຫຼວງວຽງຈັນ, ພິທີເປີດງານວາງສະແດງຮູບພາບສິລະປະ “ປະເທດຊາດຢູ່ຝັ່ງທະເລ” ໄດ້ໄຂຂຶ້ນໂດຍທ່ານ ສະມາຄົມນັກສິລະປະການຖ່າຍຮູບຫວຽດນາມ ສົມທົບກັບສູນວັດທະນະທໍາຫວຽດນາມ ປະຈໍາລາວ ແລະ ສະຖາບັນວິຈິດສິນແຫ່ງຊາດລາວ.
ຍສໝ - ນີ້ແມ່ນເຫດການປະຈຳປີໂດຍສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງເພື່ອປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກ່ຽວກັບໜ້າທີ່ “ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນ, ທະເລ, ໝູ່ເກາະອັນຄົບຖ້ວນຂອງປະເທດຊາດ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ”; ເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນ; ເພີ່ມທະວີວຽກງານໂຄສະນາກ່ຽວກັບການປົກປັກຮັກສາອະທິປະໄຕ, ທະເລ, ໝູ່ເກາະ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໃຫ້ຮູ້ວ່າ: ພວມສົມທົບກັນຢ່າງຕັ້ງໜ້າກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອສຳເລັດບັນດາຂັ້ນຕອນທີ່ຈຳເປັນໂດຍໄວ ແລະ ນຳຄະນະກຳມະກອນລູກເຮືອຫວຽດນາມ ທີ່ພັກເຊົາຢູ່ Djibouti ໄດ້ກັບຄືນປະເທດ.
ຍສໝ - ທີ່ພິທີມອບ-ຮັບໜ້າທີ່, ທ່ານພົນຈັດຕະວາ ເລກວາງດ້າວ ຮຽກຮ້ອງໃຫ້ບັນດານາຍຕໍາຫຼວດທະເລຫວຽດນາມ ທີ່ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ຈົ່ງຮັບຮູ້ຢ່າງເລິກເຊິ່ງກ່ຽວກັບພາລະບົດບາດ, ຄວາມຮັບຜິດຊອບຂອງຕົນ; ປະຕິບັດທັດສະນະ, ແນວທາງພົວພັນຕ່າງປະເທດຂອງພັກ, ລັດ ແລະກອງທັບຢ່າງເຂັ້ມງວດ...
ຍສໝ - ຕອນບ່າຍວັນທີ 20 ທັນວາ, ຢູ່ ໂຕກຽວ (ຍີ່ປຸ່ນ), ທ່ານພົນຈັດຕະວາ ຫວູຈຸງກຽນ, ຮອງຜູ້ບັນຊາການກົດໝາຍຕຳຫຼວດທະເລ ຫວຽດນາມ ແລະ ທ່ານພົນເຮືອຕີ Watanabe Yasunori, ຮອງຜູ້ບັນຊາການຍຸດທະການກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໄດ້ເປັນປະທານຮ່ວມທີ່ກອງປະຊຸມສອງຝ່າຍຄັ້ງທີ 10 ລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ.
ຍສໝ - ຕອນບ່າຍວັນທີ 16 ມັງກອນ, ຢູ່ນະຄອນຝູ໋ກວກ, ແຂວງ ກຽນຢາງ, ຄະນະໂຄສະນາສຶກສາແຂວງ ກຽນຢາງ ໄດ້ສົມທົບກັບກອງບັນຊາການກອງທັບເຮືອ ເຂດ 5 ຈັດຕັ້ງພິທີສະຫຼຸບ ແລະ ມອບລາງການແຂ່ງຂັນຂຽນ ດ້ວຍຫົວຂໍ້ “ວຽກງານຂ່າວສານການຕ່າງປະເທດ; ການໂຄສະນາກ່ຽວກັບທະເລ, ໝູ່ເກາະ ແລະ ຊາຍແດນດິນຕໍ່ແຜ່ນ" ແຂວງ ກຽນຢາງ ໃນປີ 2023.
ຍສໝ - ວັນທີ 30 ທັນວານີ້, ລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການລັດຖະມົນຕີການຕ່າງປະເທດອາຊຽນກ່ຽວກັບການຮັກສາ ແລະ ຊຸກຍູ້ຄວາມໝັ້ນຄົງພື້ນທີ່ທະເລຢູ່ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ດ້ວຍເປົ້າໝາຍປົກປັກຮັກສາອະທິປະໄຕ, ຜົນປະໂຫຍດຂອງຊາດ ແລະ ບັນດາເຜົ່າ, ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລ, ໃນຊຸມປີມໍ່ໆມານີ້, ກອງທັບເຮືອປະຊາຊົນຫວຽດນາມ ໄດ້ຊຸກຍູ້ການເຄື່ອນໄຫວປ້ອງກັນປະເທດຕ່າງປະເທດຢ່າງບໍ່ຢຸດຢັ້ງ, ພິເສດແມ່ນສົ່ງກຳປັ່ນຂ້າມທະເລໄປຢ້ຽມຢາມປະເທດຕ່າງໆຢ່າງມີໄມຕີຈິດມິດຕະພາບ. ບໍ່ພຽງແຕ່ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ພະນັກງານ, ນັກຮົບຍົກສູງຄຸນນະພາບວິຊາຊີບ, ສຶກສາ ແລະ ແລກປ່ຽນປະສົບການ ແລະ ຝຶກຝົນຫຼໍ່ຫຼອມຄວາມສາມາດໃນການເຮັດວຽກໃນສະພາບແວດລ້ອມສາກົນ.
ຍສໝ - ໂດຍໄດ້ຮັບຮູ້ວ່າ ຊາວປະມົງຫາປາຢູ່ເຂດທ່າກຳປັ່ນ ກີຮ່າ, ກວາງນາມ ໄດ້ມື່ນຕົກລົງທະເລ, ກອງບັນຊາການທະຫານຕໍາຫຼວດທະເລ ເລກ 2 ໄດ້ປະຕິບັດໜ້າທີ່ຊອກຫາກູ້ໄພຢ່າງວ່ອງໄວ.
ຍສໝ - ວັນທີ 24 ພະຈິກ, ຢູ່ໂຮງຮຽນມັດທະຍົມຕອນປາຍ ບັກເຊີນ, ກົມເສນາທິການຕຳຫຼວດທະເລ ຫວຽດນາມ ໄດ້ຈັດຕັ້ງລາຍການ “ຕຳຫຼວດທະເລ ກັບປະຊາຊົນບັນດາເຜົ່າ ແລະ ສາສະໜາ” ຢູ່ຕາແສງ ຮູ່ງເຊີນ, ເມືອງ ກິມໂບຍ, ແຂວງ ຮວ່າບິ່ງ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ໄດ້ຕີລາຄາບັນດາຄຳເຫັນຂອງບັນດານັກຊ່ຽວຊານສາກົນກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງກອງປະຊຸມເພື່ອແນໃສ່ຮັກສາສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນທະເລຕາເວັນອອກ.
ຍສໝ - ວັນທີ 27 ຕຸລາ, ຄະນະຊາວໜຸ່ມແຂວງ ກວາງນາມ ໄດ້ສົມທົບກັບພະແນກສຶກສາ ແລະ ບຳລຸງສ້າງ, ກອງທຶນທຶນການສຶກສາ ວື່ອາຢີ່ງ, ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ” ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ, ເຂດທະເລ, ເຂດທະເລໝູ່ເກາະ ແຂວງກວາງນາມ.
ຍສໝ - ຄະນະຜູ້ແທນ EC ສືບຕໍ່ສະເໜີໃຫ້ ຫວຽດນາມ ຕ້ອງມີບັນດາມາດຕະການປັບໄໝຢ່າງເຂັ້ມງວດ ເພື່ອແນໃສ່ປະຕິບັດໜ້າທີ່ຮັບຜິດຊອບຂອງບັນດາອົງການຈັດຕັ້ງທ້ອງຖິ່ນ, ບຸກຄົນທີ່ບໍ່ປະຕິບັດໜ້າທີ່ໄດ້ຮັບມອບໝາຍ; ວິສາຫະກິດທຳມາຫາກິນທີ່ຜິດກົດໝາຍ.
ຍສໝ - ຕາມຂໍ້ມູນຂອງກົມການເດີນທະເລຫວຽດນາມ, ແຕ່ວັນທີ 17-19 ຕຸລາ, ກອງປະຊຸມວຽກງານຈະລາຈອນທາງທະເລອາຊຽນຄັ້ງທີ 45 (MTWG) ຈະດຳເນີນຢູ່ນະຄອນໂຮຈິມິນ.
ຍສໝ - ໂອກາດທີ່ຈະຍົກອອກ “ບັດເຫຼືອງ” ໃຫ້ແຫ່ຍັງມີຢູ່, ແຕ່ມັນແຄບຫຼາຍ, ດັ່ງນັ້ນລະບົບການເມືອງທັງຫມົດຕ້ອງມີສ່ວນຮ່ວມ. ຖ້າ "ບັດເຫຼືອງ" ບໍ່ສາມາດໄດ້ຍົກອອກໃນປີນີ້, ມັນຈະໃຊ້ເວລາອີກ 1-2 ປີ ເພາະວ່າເອີຣົບຈະເລືອກຕັ້ງລັດຖະບານໃຫມ່ໃນເດືອນເມສາ 2024, ແລະ ຈະຕ້ອງເລີ່ມຕົ້ນຕັ້ງແຕ່ຕົ້ນ.
ຍສໝ - ຄະນະປະຈຳຄະນະຊາວໜຸ່ມ ເທືອທຽນ - ເຫວ້ ສົມທົບກັບກອງບັນຊາການເຂດຕຳຫຼວດທະເລ ເລກ 2 ຈັດຕັ້ງລາຍການ “ໂຄສະນາກ່ຽວກັບອະທິປະໄຕເຂດທະເລ ແລະ ໝູ່ເກາະ” ປີ 2023 ໃຫ້ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມນະຄອນເຫວ້ ແລະ ເມືອງ ພູວາງ.