ບູນເຕັດເດັກນ້ອຍສໍາລັບເດັກນ້ອຍເຂດທະເລໝູ່​ເກາະ

10:26 | 01/06/2024

ຍສໝ - ວັນ​ທີ 30-31 ພຶດສະພາ​, ຫຼາຍ​ອົງການ, ໜ່ວຍງານກອງທັບ​ເຮືອ ໄດ້​ຈັດ​ຕັ້ງ​ບູນເຕັດເດັກນ້ອຍ​ສຳລັບເດັກນ້ອຍທີ່ແມ່ນລູກຂອງທະຫານ ​ທີ່ພວມ​ເຮັດ​ວຽກ​ຢູ່​ກົມກອງ​ເນື່ອງ​ໃນ​ໂອກາດວັນ​ເດັກນ້ອຍ​ສາກົນ ທີ 1 ມິຖຸນາ.

ສ້າງ​ເກາະ ລີເຊີນ ໃຫ້ສົມ​ເປັນ​ເກາະ​ດ່ານ​ໜ້າ​ຂອງ​ປະ​ເທດ​ຊາດ
ເກີດເຫດແຜ່ນດິນໄຫວຄັ້ງໃໝ່ຢູ່ ເກາະ Lombok ອິນໂດເນເຊຍ

ກອງພົນນ້ອຍ 146. ມອບຂອງຂວັນ 500 ກວ່າພູດໃຫ້ແກ່ເດັກນ້ອຍ

ຕອນ​ຄ່ຳ​ວັນ​ທີ 31 ພຶດ​ສະ​ພາ, ຢູ່​ນະ​ຄອນ ກ່າມແຣງ, ແຂວງ ແຄງຮວ່າ, ກອງພົນນ້ອຍ 146, ກອງທັບເຮືອເຂດ 4 ໄດ້ຈັດຕັ້ງການໄປຢ້ຽມຢາມ, ມອບຂອງຂວັນໃຫ້ລູກຫຼານຂອງພະນັກງານ, ລັດຖະກອນທີ່ພວມເຮັດວຽກຢູ່ກົມກອງເນື່ອງໃນໂອກາດວັນເດັກນ້ອຍສາກົນ ທີ 1 ມິຖຸນາ.

ບູນເຕັດເດັກນ້ອຍສໍາລັບເດັກນ້ອຍເຂດທະເລໝູ່​ເກາະ

ຜູ້ບັນຊາການກອງພົນນ້ອຍ 146 ມອບຂອງຂວັນໃຫ້ເດັກນ້ອຍ.

ຄະນະຜູ້ແທນຂັ້ນຮາກຖານ ແລະ ສະຫະພັນແມ່ຍິງກອງພົນນ້ອຍ ໄດ້ຈັດຕັ້ງບັນດາສະໜາມຫຼິ້ນ ເພື່ອນໃຫ້ເດັກນ້ອຍເຂົ້າຮ່ວມການລະຫຼິ້ນພື້ນເມືອງ, ສະແດງບັນດາລາຍການສີລະປະເພື່ອສ້າງບັນຍາກາດທີ່ມ່ວນຊື່ນ, ​ຟົດຟື້ນ.

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍຂອງກອງພົນນ້ອຍ ເພື່ອຊຸກຍູ້, ລະດົມໃຫ້ລູກຫຼານຄຳຮູ້, ສຶກສາຮໍ່າຮຽນໄດ້ດີ, ກະຕັນຍູຕໍ່ພໍ່ແມ່ກັບຄອບຄົວ, ເພື່ອໃຫ້ພໍ່ອຸ່ນອ່ຽນໃຈປະຕິບັດວຽກງານ, ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ; ພ້ອມ​ກັນ​ນັ້ນ, ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່, ຫ່ວງໃຍຂອງ​ກົມກອງປະຕິບັດ​ນະ​ໂຍບາຍ​ແນວຫຼັງຂອງກອງທັບ.

ບັນດາກົມກອງຂຶ້ນກັບກອງທັບເຮືອເຂດ 5 ຈັດຕັ້ງບູນເຕັດເດັກນ້ອຍສຳລັບລູກຫຼານ

ວັນ​ທີ 30-31 ພຶດສະພາ​, ຫຼາຍ​ອົງການ, ກົມກອງ ກອງທັບ​ເຮືອ ໄດ້​ຈັດ​ຕັ້ງ​ບູນເຕັດເດັກນ້ອຍ​ສຳລັບເດັກນ້ອຍທີ່ແມ່ນລູກຂອງທະຫານ ​ທີ່ພວມ​ເຮັດ​ວຽກ​ຢູ່​ກົມກອງເນື່ອງ​ໃນ​ໂອກາດງວັນ​ເດັກນ້ອຍ​ສາກົນ ທີ 1 ມິຖຸນາ.

ກ່າວ​ຄຳ​ປາໄສ​ທີ່​ການພົບປະ, ຜູ້ບັນຊາ​ການ​ບັນດາ​ອົງການ, ຫົວໜ່ວຍກົມກອງ ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ອັນດີງາມຕໍ່ບັນດາລູກຫຼານ​ເດັກນ້ອຍ ພ້ອມກັນນັ້ນ ເນັ້ນ​ໜັກ​ວ່າ: ວັນ​ເດັກນ້ອຍ​ສາກົນ ທີ 1 ມິຖຸນາ ​ແມ່ນ​ໂອກາດ ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ເຍົາວະຊົນ, ອະນຸຊົນ ເຊິ່ງແມ່ນອະນາຄົດຂອງປະເທດຊາດ; ຫວັງວ່າ ເດັກນ້ອຍຈະມີຄວາມສຸກ, ມີສຸຂະພາບແຂງແຮງ, ​ມານະພະຍາຍາມ, ບັນລຸໄດ້ຜົນງານສູງຫຼາຍຢ່າງໃນການຮຽນ, ຕາມຄວາມຄາດຫວັງຂອງພໍ່ແມ່ ແລະ ຄູອາຈານ.

ບູນເຕັດເດັກນ້ອຍສໍາລັບເດັກນ້ອຍເຂດທະເລໝູ່​ເກາະ

ລາຍການວັນເດັກຢູ່ບາງກົມກອງທີ່ຂຶ້ນກັບກອງທັບເຮືອເຂດ 5.

ລາຍການວັນບຸນເດັກນ້ອຍ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ມ່ວນຊື່ນ, ຄຶກຄື້ນ, ຕື່ນເຕັ້ນ ດ້ວຍເກມມ່ວນໆພ້ອມກັນກັບຫຼາຍລາຍການສີລະປະທີ່ເປັນເອກະລັກສະເພາະ ໂດຍບັນດາເດັກນ້ອຍ ແລະ ປ້າລຸງ ໃນກົມກອງສະແດງ.

ນີ້​ແມ່ນການເຄື່ອນໄຫວທີ່​ແທດ​ຈິງ, ມີ​ຄວາມ​ໝາຍ, ​ໂດຍ​ບັນດາ​ອົງການ, ຫົວໜ່ວຍ​ ໄດ້​ຈັດ​ຕັ້ງ​ເປັນ​ປະຈຳ​ປີ ​ເພື່ອ​ຊຸກຍູ້, ລະດົມ​ໃຫ້​ລູກ​ຫຼານ​ແຂ່ງຂັນ​ຮ່ຳຮຽນ, ບຳລຸງ​ສ້າງ, ສູ້​ຊົນ​ໃຫ້​ກາຍ​ເປັນ​ລູກທີ່​ດີ, ນັກຮຽນ​ທີ່ດີ, ​ເປັນ​ຫຼານ​ຂອງ​ລຸງ​ໂຮ່.

ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ອົງການ, ຫົວໜ່ວຍ ກົມກອງຂອງ​ກອງທັບ​ເຮືອ​ເຂດ 5 ​ໄດ້​ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ໃຫ້​ແກ່​ເດັກນ້ອຍ.

​ໃນ​ວັນ​ດຽວ​ກັນ, ຢູ່​ເທດສະບານ ​ເຈື່ອງ​ຊາ, ຕາ​ແສງໝູ່​ເກາະ ຊອງຕື້ໄຕ ​ແລະ ຕາ​ແສງໝູ່​ເກາະ ຊິ່ງຕົນ ເມືອງໝູ່​ເກາະ ເຈື່ອງ​ຊາ, ແຂວງ​ແຄ໋ງຮວ່າ, ບັນດາ​ຫົວໜ່ວຍກົມກອງ​ ໄດ້ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ມອບ​ຂອງຂວັນ 100 ກວ່າພູດ​ໃຫ້​ເດັກນ້ອຍ​ຢູ່​ໝູ່​ເກາະ.

ເປີດງານວາງສະແດງຮູບພາບ “ປະເທດຊາດຢູ່ຝັ່ງທະເລ” ຢູ່ລາວ ເປີດງານວາງສະແດງຮູບພາບ “ປະເທດຊາດຢູ່ຝັ່ງທະເລ” ຢູ່ລາວ

ຍສໝ - ຕອນ​ບ່າຍ​ວັນ​ທີ 18 ​ເມສາ​ນີ້, ຢູ່​ສູນ​ວັດທະນະທຳ​ຫວຽດນາມ, ນະຄອນຫຼວງ​ວຽງ​ຈັນ, ພິທີ​ເປີດ​ງານ​ວາງສະ​ແດງ​ຮູບ​ພາບ​ສິລະ​ປະ “ປະເທດຊາດຢູ່​ຝັ່ງ​ທະ​ເລ” ​ໄດ້​ໄຂ​ຂຶ້ນ​ໂດຍ​ທ່ານ ສະມາຄົມນັກສິລະປະການຖ່າຍຮູບຫວຽດນາມ ສົມທົບກັບສູນວັດທະນະທໍາຫວຽດນາມ ປະຈໍາລາວ ແລະ ສະຖາບັນວິຈິດສິນແຫ່ງຊາດລາວ.

ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ” ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ”

ຍສໝ - ນີ້ແມ່ນເຫດການປະຈຳປີໂດຍສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງເພື່ອປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກ່ຽວກັບໜ້າທີ່ “ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນ, ທະເລ, ໝູ່ເກາະອັນຄົບຖ້ວນຂອງປະເທດຊາດ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ”; ເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນ; ເພີ່ມທະວີວຽກງານໂຄສະນາກ່ຽວກັບການປົກປັກຮັກສາອະທິປະໄຕ, ທະເລ, ໝູ່ເກາະ.

ມິງດຶກ

ເຫດການ
302 Found

Found

The document has moved here.