ຍສໝ - ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ ແລະ ຊ່ວຍເຫຼືອລາວ ເພື່ອຮັບດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2024 ຢ່າງສຳເລັດຜົນ; ຮຽກຮ້ອງໃຫ້ລາວ ສົມທົບກັນຊຸກຍູ້ການພົວພັນ OECD - ອາຊຽນ ແລະ ໂຄງການອາຊີຕາເວັນອອກສຽງໃຕ້ (SEARP) ຂອງ OECD.
ຍສໝ - ນີ້ແມ່ນເນື້ອໃນເນັ້ນໜັກໂດຍທ່ານ ຈ້ຽວມິງລອງ - ຫົວໜ້າກົມຮ່ວມມືສາກົນ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ທີ່ກອງປະຊຸມຝຶກອົບຮົມວຽກງານເຜີຍແຜ່ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ອາຊຽນ ແລະ UNESCO ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈັດຂຶ້ນໃນວັນທີ 25 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ພິທີຊັກທຸງອາຊຽນຂຶ້ນເສົາປະຈຳປີ ເນື່ອງໃນໂອກາດວັນສ້າງຕັ້ງອາຊຽນ ໄດ້ກາຍເປັນທຳນຽມທີ່ພາກພູມໃຈ ຂອງບັນດາປະເທດສະມາຊິກອາຊຽນ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າລວມ ແລະໃຫ້ຄໍາໝັ້ນສັນຍາຊຸກຍູ້ຈິດໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືຂອງອາຊຽນ ໃນຊາຍຄາລວມ ແມ່ນປະຊາຄົມອາຊຽນ, ເພື່ອສັນຕິພາບ, ການຮ່ວມມື ແລະຄວາມວັດທະນາຖາວອນລວມຂອງພາກພື້ນ.
ຍສໝ - ທ່ານ Satvinder Singh ຮອງເລຂາທິການໃຫຍ່ປະຊາຄົມເສດຖະກິດ ອາຊຽນ (AEC) ໃຫ້ຮູ້ວ່າ: ອາຊຽນ ພວມກ້າວໄປສູ່ການກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030 ຈາກອັນດັບທີ 5 ໃນປະຈຸບັນ, ດ້ວຍສະພາບແວດລ້ອມດ້ານເສດຖະກິດມະຫາພາກທີ່ກ້າວໜ້າ ແລະ ສຳຄັນ. GDP ໄດ້ເພີ່ມຂຶ້ນ 51% ບັນລຸ 3.800 ຕື້ USD ໃນປີ 2023 ເມື່ອທຽບໃສ່ 2.500 ຕື້ USD ໃນປີ 2015.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງອາຊຽນ, ວາລະສານຂໍແນະນໍາບົດຂຽນຂອງທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມກ່ຽວກັບໄລຍະທາງທີ່ສະໜິດຕິດພັນ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຢູ່ພາກພື້ນ.
ຍສໝ - ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງຫວຽດ ສະເໜີວ່າ: ອາຊຽນ ຕ້ອງມີວິທີການເຂົ້າເຖິງທີ່ເໝາະສົມ, ໃນນັ້ນມີວິໄສທັດຍຸດທະສາດ, ຄວາມສາມັກຄີຢ່າງໝັ້ນຄົງ, ບົດບາດໃຈກາງ ແລະການກະທໍາລະອຽດ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງທັນການ ແລະມີປະສິດທິຜົນ.
ຍສໝ - ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ແລ້ວ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 ຄາດຄະເນວ່າ ຈະຮັບຮອງເອົາຖະແຫຼງການຮ່ວມລັດຖະມົນຕີການຕ່າງປະເທດ. ພ້ອມທັງສຸມໃສ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະການສ້າງຍຸດທະສາດຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045...
ຍສໝ - ເຂົ້າຮ່ວມງານຕະຫຼາດນັດ Travex ປີ 2024 ຢູ່ ລາວ, ຮ້ານແນະນຳການທ່ອງທ່ຽວ ຫວຽດນາມ ໄດ້ສົ່ງເສີມ, ໂຄສະນາ, ແນະນຳຮູບພາບການທ່ອງທ່ຽວ, ປະເທດຊາດ, ປະຊາຊົນ, ວັດທະນະທຳ ຫວຽດນາມ; ຊຸກຍູ້ການຍົກສູງເຄື່ອງໝາຍການຄ້າການທ່ອງທ່ຽວ ຫວຽດນາມ “Vietnam - Timeless Charm” ດ້ວຍບັນດາຄຸນຄ່າທີ່ພົ້ນເດັ່ນ ແລະ ບັນດາກະແສສິນຄ້າທ່ອງທ່ຽວທີ່ເປັນເຈົ້າພາທາງ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໊ຮຸ່ງຫວຽດ, ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ພ້ອມດ້ວຍຫົວໜ້າ SOM, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ - ຍີ່ປຸ່ນ ປະຈໍາປີຄັ້ງທີ 39 ຢູ່ ບັງກອກ (ໄທ).
ຍສໝ - ສືບຕໍ່ດຳເນີນກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງສະມາຄົມປະເທດອາຊີຕາເວັນອອກສຽງໃຕ້ (SOM ASEAN), ແຕ່ວັນທີ 7-8 ມິຖຸນານີ້ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ້ຮຸ່ງຫວຽດ, ຫົວໜ້າ SOM ASEAN ຫວຽດນາມ ໄດ້ເຂົ້າຮ່ວມ ASEAN+. 3 ກອງປະຊຸມ SOM, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນອາຊຽນ (ARF).
ຍສໝ - ໃນຖານະເປັນປະທານພາສີ ອາຊຽນ ອາຍຸການ 2024-2025, ດ່ານພາສີຫວຽດນາມ ຈະມານະພະຍາຍາມສຳເລັດໜ້າທີ່ຮັບຜິດຊອບຢ່າງຕັ້ງໜ້າ ໃນການປະສານງານ ແລະ ຊຸກຍູ້ບັນດາປະເທດປະຕິບັດຕາມກຳນົດເວລາ ແລະ ເສັ້ນທາງທີ່ຕ້ອງຜ່ານໄປ.
ຍສໝ - ທີ່ກອງປະຊຸມ, ບັນດາລັດຖະມົນຕີ, ຫົວໜ້າຄະນະໄດ້ຊົມເຊີຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ທີ່ໄດ້ເປັນປະທານປະຊາຄົມວັດທະນະທໍາ-ສັງຄົມອາຊຽນ 2024 ແລະໃຫ້ການສະໜັບສະໜູນຢ່າງແຮງ ດ້ວຍຫົວຂໍ້ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.
ຍສໝ - ວັນທີ 24 ມີນານີ້, ຢູ່ແຂວງຫຼວງພະບາງ, ພາກເໜືອຂອງລາວ, ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 31 ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ.ລາວ. ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີ 2024 ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນຮັບຜິດຊອບປະຊາຄົມວັດທະນະທຳ-ສັງຄົມຂອງ 10 ປະເທດສະມາຊິກ ອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ. ຄະນະຜູ້ແທນຂອງ Timor Leste ໄດ້ເຂົ້າຮ່ວມກອງປະຊຸມເປັນຜູ້ສັງເກດການ.
ຍສໝ - ໃນເວລາ 15 ປີມໍ່ໆມານີ້, ການແລກປ່ຽນການຄ້າລະຫວ່າງກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ແລະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ພັດທະນາຢ່າງກ້າວກະໂດດຂັ້ນ, ບາງປະເທດສະມາຊິກຂອງອາຊຽນ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງ Mercosur ແລະຫວຽດນາມ ແມ່ນຕົວຢ່າງທີ່ພົ້ນເດັ່ນ.
ຍສໝ - ວັນທີ 5 ມີນານີ້ ຢູ່ແຂວງຫຼວງພະບາງ, ພາກເໜືອຂອງ ລາວ, ໄດ້ດຳເນີນກອງປະຊຸມໃນວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM ແຄບ) ໂດຍການເປັນປະທານຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.
ຍສໝ - ຕອນເຊົ້າວັນທີ 4 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງໄປເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ - ອົດສະຕາລີ, ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ແຕ່ວັນທີ 5 – 11 ມີນາ ຢ່າງເປັນທາງການ.
ຍສໝ - ລັດຖະມົນຕີສອງທ່ານ ກໍ່ເຫັນດີເປັນເອກະພາບເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ, ພາກພື້ນ ແລະອານຸພາກພື້ນ, ພ້ອມກັບບັນດາປະເທດສະມາຊິກຮັກສາຄວາມສາມັກຄີ ແລະປັບປຸງບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ.
ຍສໝ - ໃນການດຳລົງຕຳແໜ່ງປະທານອາຊຽນ ຄັ້ງທີ 3, ລາວ ຈະສຸມໃສ່ຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ, ເພີ່ມທະວີການເຊື່ອມຕໍ່ ແລະຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງອາຊຽນ ຄືດັ່ງຫົວຂໍ້ຂອງປິປະທານອາຊຽນ 2024 ທີ່ລາວ ໄດ້ປະກາດ.
ຍສໝ - ວັນທີ 30 ທັນວານີ້, ລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການລັດຖະມົນຕີການຕ່າງປະເທດອາຊຽນກ່ຽວກັບການຮັກສາ ແລະ ຊຸກຍູ້ຄວາມໝັ້ນຄົງພື້ນທີ່ທະເລຢູ່ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ຕາມຂ່າວສານຫວຽດນາມ, ວັນທີ 17 ທັນວາ, ຢູ່ນະຄອນຫຼວງໂຕກຽວ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ການນຳບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ - ຍີ່ປຸ່ນ.