![]() | ຫວຽດນາມ ເປັນບົດບາດສຳຄັນການສ້າງອະນາຄົດລວມຂອງອາຊຽນ |
![]() | ເພີ່ມທະວີການຮ່ວມມືສອງຝ່າຍຕາມຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອາເມລິກາ |
![]() |
ທ່ານນາຍົກລັດຖະມົນຕີ ນູແວນເຊລັງ Christopher Luxon ກ່າວຄຳປາໄສທີ່ເວທີປາໄສອະນາຄົດອາຊຽນ 2025, ເດືອນກຸມພາ 2025. (ພາບ: Tuan Anh) |
ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານນາຍົກລັດຖະມົນຕີ ນູແວນເຊລັງ Christopher Luxon ໄດ້ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) 2025 ເພື່ອສະແດງໃຫ້ເຫັນການສະໜັບສະໜູນຂໍ້ລິເລີ່ມຂອງຫວຽດນາມ ຢູ່ ອາຊຽນ. ທ່ານສາມາດຕີລາຄາຄວາມພະຍາຍາມຂອງຫວຽດນາມ ໃນການຊຸກຍູ້ຂໍ້ລິເລີ່ມນີ້ໄດ້ບໍ?
ນູແວນເຊລັງ ຕີລາຄາສູງບົດບາດນຳໜ້າຂອງຫວຽດນາມ ໃນການລິເລີ່ມເວທີປາໄສອະນາຄົດອາຊຽນ. ພວກຂາ້ພະເຈົ້າເປັນກຽດທີ່ໄດ້ມີທ່ານນາຍົກລັດຖະມົນຕີ ນູແວນເຊລັງ Christopher Luxon ເປັນປະທານກອງປະຊຸມສຳຄັນທີ່ເວທີປາໄສອາຊຽນ 2025 ທີ່ຮ່າໂນ້ຍ.ໃນບົດກ່າວປາໄສຂອງຕົນ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານໃນ 50 ປີແຫ່ງການພົວພັນຄູ່ເຈລະຈາ ອາຊຽນ - ນູແວນເຊລັງ ໃນຂົງເຂດການຄ້າ, ການພັດທະນາ, ຄວາມປອດໄພ ແລະ ການແລກປ່ຽນປະຊາຊົນ.
![]() |
ທ່ານນາງ Caroline Beresford ເອກອັກຄະລັດຖະທູດນູແວນເຊລັງ ປະຈຳ ຫວຽດນາມ. (ພາບ: Thanh Long) |
ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຂໍ້ຄວາມທີ່ຈະແຈ້ງວ່າ ນູແວນເຊລັງ ຖືພາກພື້ນນີ້ເປັນສຳຄັນ. ທ່ານໄດ້ພັນລະນາການພົວພັນລະຫວ່າງ ນູແວນເຊລັງ ກັບອາຊຽນ ເປັນ “ເສົາຄ້ຳທີ່ຈຳເປັນ” ໃນບຸລິມະສິດອັນດັບໜຶ່ງຂອງລັດຖະບານ ນູແວນເຊລັງ ເພື່ອຮັກສາການພົວພັນທີ່ແໜ້ນແຟ້ນ ແລະ ມີປະສິດທິຜົນໃນທົ່ວພາກພື້ນອິນໂດປາຊີຟິກ; ພ້ອມທັງເນັ້ນໜັກເຖິງຫຼັກໝັ້ນຂອງ ນູແວນເຊລັງ ທີ່ມີຕໍ່ການເປັນໃຈກາງຂອງອາຊຽນ, ສະໜັບສະໜູນສະຖາປັດຕະຍະກຳການຮ່ວມມືຂອງອາຊຽນ, ແລະ ຄວາມພະຍາຍາມເພື່ອເປີດກວ້າງ ແລະ ລົງເລິກຂົງເຂດການຮ່ວມມື.
ເລື່ອງຫວຽດນາມ ເປັນເຈົ້າການໃນການສ້າງເປັນຮູບເປັນຮ່າງຂໍ້ລິເລີ່ມນີ້ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງເຂັ້ມແຂງໃນການເພີ່ມທະວີການຮ່ວມມືຂອງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ. ເວທີປາໄສໄດ້ເຕົ້າໂຮມບັນດາການນຳ, ພະນັກງານ, ຜູ້ນຳວິສາຫະກິດ, ນັກວິຊາການ ແລະ ບັນດາຜູ້ມີສ່ວນກ່ຽວຂ້ອງເຂົ້າຮ່ວມ - ປະຊາຄົມທີ່ມີຄວາມຫຼາກຫຼາຍດ້ວຍຄຳໝັ້ນສັນຍາຮ່ວມກັບພາກພື້ນ.
ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມ ພວມນາພະຍາຍາມໜູນຊ່ວຍບັນດາບຸລິມະສິດໃນປະຈຸບັນຂອງ ອາຊຽນ ທີ່ໄດ້ວາງອອກໃນວິໄສທັດປະຊາຄົມອາຊຽນ 2045: ອະນາຄົດລວມຂອງພວກເຮົາ. ພວກຂ້າພະເຈົ້າຮັບຮູ້ວ່າ ເປົ້າໝາຍເຫຼົ່ານີ້ແມ່ນສອດຄ່ອງກັບບຸລິມະສິດຂອງ ນູແວນເຊລັງ ໃນການຊຸກຍູ້ການພັດທະນາພາກພື້ນອິນໂດປາຊີຟິກທີ່ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ເຊິ່ງອາຊຽນມີບົດບາດໃຈກາງ.
ຂໍຮຽນທ່ານເອກອັກຄະລັດຖະທູດ, ຕາມທ່ານເອກອັກຄະລັດຖະທູດແລ້ວ, ຫວຽດນາມ ມີບົດບາດອັນໃດໃນການຊຸກຍູ້ການພົວພັນອາຊຽນ - ນູແວນເຊລັງ, ພິເສດແມ່ນບົດບາດປະສານງານຂອງຕົນໄລຍະ 2024-2027? ທ່ານມີຄວາມຄາດຫວັງແນວໃດຕໍ່ການຮ່ວມມືຍຸດທະສາດຮອບດ້ານ (CSP) ລະຫວ່າງ ນູແວນເຊລັງ ແລະ ອາຊຽນ ໃນໄລຍະຈະມາເຖິງ?
ຫວຽດນາມ ໄດ້ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ນູແວນເຊລັງ ແລະ ອາຊຽນ ເລິກເຊິ່ງກ່ວາອີກ. ໃນໄລຍະທີ່ຫວຽດນາມ ເປັນປະທານອາຊຽນໃນປີ 2010, ກອງປະຊຸມຂັ້ນສູງ ນູແວນເຊລັງ - ອາຊຽນ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ. 10 ປີຕໍ່ໜ້າ, ໃນຖານະເປັນປະທານອາຊຽນ ໃນປີ 2020, ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂັ້ນສູງ ອາຊຽນ - ນູແວນເຊລັງ ຢ່າງສຳເລັດຜົນ ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ນູແວນເຊລັງ, ເຖິງວ່າຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19.
ປະຈຸບັນ ຫວຽດນາມ ພວມມີບົດບາດສຳຄັນທີ່ສຸດໃນຖານະເປັນຜູ້ປະສານງານການພົວພັນ ອາຊຽນ - ນູແວນເຊລັງ. ພວກຂ້າພະເຈົ້າຕີລາຄາສູງການຮ່ວມມືກັບ ຫວຽດນາມ ໃນວິວັດການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (CSP) ກັບ ອາຊຽນ ຮອດປີ 2025.
![]() |
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ໄດ້ເປັນປະທານກອງປະຊຸມລັດຖະມົນຕີ ອາຊຽນ - ນູແວນເຊລັງ ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ໃນວັນທີ 10 ກໍລະກົດ ຢູ່ ມາເລເຊຍ. (ພາບ: Quang Hoa) |
ຫວ່າງມໍ່ໆນີ້, ຢູ່ ກົວລາລຳເປີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ນູແວນເຊລັງ Winston Peters ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ນູແວນເຊລັງ, ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນອາຊຽນ (ARF). ທີ່ການພົບປະຄັ້ງນີ້, ທ່ານລັດຖະມົນຕີ Peters ໄດ້ສະເໜີທັດສະນະຂອງ ນູແວນເຊລັງ ກ່ຽວກັບບັນດາບັນຫາສຳຄັນຂອງພາກພື້ນ, ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການພົວພັນອາຊຽນ - ນູແວນເຊລັງ ແລະ ດຳເນີນການພົບປະສອງຝ່າຍກັບລັດຖະມົນຕີການຕ່າງປະເທດຫຼາຍທ່ານຈາກພາກພື້ນ.
ນູແວນເຊລັງ ມີຄວາມພູມໃຈໃນ 50 ປີແຫ່ງການພົວພັນມິດຕະພາບອັນໝັ້ນຄົງກັບອາຊຽນ ແລະ ມຸ່ງໝັ້ນທີ່ຈະລົງທຶນໃນການຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ຕື່ມອີກ. ຍ້ອນເຫດນັ້ນ ພວກຂາ້ພະເຈົ້າມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາຊຽນ - ເປັນສາຍພົວພັນທີ່ເເທດຈິງ, ມີຄວາມໝາຍ, ມີຜົນປະໂຫຍດເຊິ່ງກັນ ແລະ ກັນ ແລະ ສະແດງໃຫ້ເຫັນບົດບາດທີ່ມີມາແຕ່ດົນນານຂອງ ນູແວນເຊລັງ ໃນຖານະເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງອາຊຽນ.
ເນື່ອງໃນນີ້, ຂ້າພະເຈົ້າຂໍອ້າງເຖິງຄໍາສຸພາສິດ Maori ທີ່ເຫມາະສົມຫຼາຍ: "Titiro wakamuri, kōkiri wakamua" - "ເບິ່ງຄືນອາດີດ, ມຸ່ງໄປເຖິງອະນາຄົດ". ພວກຂ້າພະເຈົ້າ ຢາກຊຸກຍູ້ບັນດາຂົງເຂດຮ່ວມມືແບບຍືນຍົງລະຫວ່າງອາຊຽນ ແລະ ນູແວນເຊລັງ, ລວມທັງການເຊື່ອມໂຍງເສດຖະກິດ ແລະ ການຄ້າ, ຄວາມປອດໄພທາງທະເລ, ການຝຶກອົບຮົມພະນັກງານວຽກຫຼວງ, ຂໍ້ລິເລີ່ມເພື່ອສັນຕິພາບ ແລະ ສະຖຽນລະພາບ, ຄວາມສາມາດຢືດຢຸ່ນກັບສິ່ງແວດລ້ອມ ແລະ ໂອກາດແລກປ່ຽນຄວາມຮູ້ໃຫ້ແກ່ຜູ້ນໍາວິສາຫະກິດໜຸ່ມ.
ພວກຂ້າພະເຈົ້າຮັບຮູ້ວ່າ ການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ - ນູແວນເຊລັງ ແມ່ນຂີດໝາຍບາດກ້າວບຸກທະລຸທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ. ດ້ວຍການສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນຂອງຫວຽດນາມ, ການພົວພັນຄູ່ຮ່ວມມື ອາຊຽນ - ນູແວນເຊລັງ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນ.
ຂໍຮຽນທ່ານເອກອັກຄະລັດຖະທູດ, ຫວຽດນາມ ພວມກ້າວເຂົ້າສູ່ຍຸກໃໝ່, ທ່ານຫວັງຢ່າງໃດຕໍ່ບົດບາດຂອງຫວຽດນາມ ໃນການປະກອບສ່ວນພັດທະນາການພົວພັນລະຫວ່າງອາຊຽນ ແລະ ອາຊຽນ ກັບບັນດາຄູ່ຮ່ວມມື ?
ພວກຂ້າພະເຈົ້າຊົມເຊີຍ ຫວຽດນາມ ໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເຂົ້າເປັນສະມາຊິກ ອາຊຽນ.
ນັບແຕ່ໄດ້ເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການໃນປີ 1995, ເສດຖະກິດຂອງຫວຽດນາມໄດ້ເຕີບໂຕ 20 ເທົ່າ, ແລະ ປະຈຸບັນແມ່ນໜຶ່ງໃນ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກ. ການເຕີບໂຕຢ່າງຂະຫຍັນຂັນເຄື່ອນ, ບົດບາດເປັນສູນກາງການຜະລິດຂອງພາກພື້ນ ແລະ ເຄືອຂ່າຍສັນຍາການຄ້າເສລີຢ່າງກວ້າງຂວາງ ໄດ້ເຮັດໃຫ້ຫວຽດນາມກາຍເປັນຜູ້ມີບົດບາດສຳຄັນໃນຂະບວນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ໂລກ.
ຫວຽດນາມ ມີໂອກາດໝູນໃຊ້ອິດທິພົນຂອງຕົນໃນຖານະເປັນຜູ້ນຳພາກພື້ນ ເພື່ອກ້າວໄປໜ້າບັນດາເປົ້າໝາຍການເຊື່ອມໂຍງເສດຖະກິດ ແລະ ການຄ້າຂອງອາຊຽນ ໂດຍຜ່ານກົນໄກຂອງອາຊຽນ, ໃນການເປັນປະທານໝູນວຽນຂອງ 2 ກົນໄກສຳຄັນຂອງພາກພື້ນຄື CPTPP ໃນປີ 2026 ແລະ APEC ໃນປີ 2027.
ພວກຂ້າພະເຈົ້າຄາດຫວັງວ່າ ຫວຽດນາມ ຈະສືບຕໍ່ມີບົດບາດຢ່າງຕັ້ງໜ້າໃນການກຳນົດທິດຍຸດທະສາດຂອງ ອາຊຽນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ອິນເດຍ - ປາຊີຟິກ, ພິເສດແມ່ນໃນສະພາບການທີ່ໂລກປະເຊີນໜ້າກັບຄວາມບໍ່ແນ່ນອນຫຼາຍຢ່າງ.
ພ້ອມກັນນັ້ນ, ພວກຂ້າພະເຈົ້າຫວັງວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງຮ່ວມຂອງພາກພື້ນ ໂດຍຜ່ານການຫັນເປັນດີຈີຕອນ, ເຕີບໂຕສີຂຽວ ແລະ ເພີ່ມທະວີການເຊື່ອມໂຍງ - ເສີມຂະຫຍາຍທ່າໄດ້ປຽບໃນການແຂ່ງຂັນຂອງປະເທດທີ່ມີປະຊາກອນໜຸ່ມ, ມີຄວາມສາມາດດ້ານເຕັກໂນໂລຢີ ແລະ ອຸດສາຫະກຳ.
ນູແວນເຊລັງ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ່ວາອີກກັບ ຫວຽດນາມ ແລະ ອາຊຽນ ໃນການເຄື່ອນໄຫວຮ່ວມມືນີ້.
ຂໍຂອບໃຈທ່ານທູດ!
![]() | ການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ໄດ້ຢືນຢັນການສືບທອດປະຫວັດສາດ, ສະພາບການພົວພັນໃນປະຈຸບັນ ແລະກ້າວໄປສູ່ອະນາຄົດໃໝ່ ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່. |
![]() | ບັນດາຜະລິດຕະພັນກະເສດຂອງຫວຽດນາມ ເພີ່ມຄວາມໄວການສົ່ງອອກໃນໄລຍະທີ່ ອາເມລິກາ ຢຸດຕິການເກັບພາສີຊົ່ວຄາວ ຍສໝ - ເລື່ອງອາເມລິກາຢຸດຕິການເກັບພາສີ 46% ເປັນເວລາ 90 ວັນ ເປີດກາລະໂອກາດໃຫ້ຫວຽດນາມ ເພີ່ມທະວີການເຈລະຈາ ແລະ ເລັ່ງລັດການສົ່ງອອກກະສິກຳ. ເຖິງຢ່າງໃດກໍຕາມ, ໃນສະພາບການຕະຫຼາດທີ່ຜັນແປໄປ, ອັດຕາພາສີຈາກ ອາເມລິກາ ຮຽກຮ້ອງໃຫ້ມີບັນດາມາດຕະການແກ້ໄຂຢ່າງກົງໄປກົງມາຈາກບັນດາອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດ ເພື່ອຮັບປະກັນການເຕີບໂຕການສົ່ງອອກແບບຍືນຍົງ. |
ມີງດຶກ