ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ສຳນັກງານຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ຢູ່ນະຄອນຫຼວງວຽງຈັນ, ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມວິທະຍາສາດໃນຫົວຂໍ້ “60 ປີແຫ່ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ”, ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ.
ຍສໝ - ຫວ່າງແລ້ວນີ້, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດຊຸດເຝິກອົບຮົມການສິດສອນພາສາຫວຽດນາມ ໃຫ້ແກ່ຄູສອນຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ຫວ່າງແລ້ວນີ້, ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ (2/9/1945 – 2/9/2022) ແລະ ວັນທ້ອນໂຮມປະເທດຊາດ ເຢຍລະມັນ 3/10/1990 – 3/10/2022), ສະມາຄົມຫວຽດນາມ ຢູ່ ລັດ Brandenburg ຮ່ວມກັບ ສະໂມສອນ SC VLC Berlin e.V ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ 3 ທີມ FC ສະຖານທູດ, FC Dresden ແລະ SC VLC Berlin e.V.
ນັບແຕ່ເມື່ອສອງປະເທດ ສ້າງຕັ້ງການພົວພັນທາງການທູດ ຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ ນັບມື້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ສອດຄ່ອງກັບສະພາບຕົວຈິງ ແລະນໍາເອົາຜົນປະໂຫຍດອັນແທ້ຈິງມາໃຫ້ປະຊາຊົນສອງປະເທດ.
ປະຊາຊົນ ລາວ ແລະ ຫວຽດນາມ ຍາມໃດກໍ່ດຳລົງຊີວິດໃນສັນຕິພາບ ແລະ ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍເທື່ອ ແລະ ຈາກນັ້ນ, ໄດ້ສ້າງການພົວພັນແບບທຳມະຊາດລະຫວ່າງປະຊາຊົນສອງປະເທດ.
ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນຂອງຊາວເຜົ່າໄຕ່, ນຸ່ງ, ໄທ ຢູ່ຫວຽດນາມ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ ແລະພິທີໄຂງານບຸນແທ່ງຕວຽນ ປີ 2022 ດ້ວຍຫົວຂໍ້ວ່າ: “ເພື່ອທຳນອງຂັບແທນຍືນຍົງຄົງຕົວຕະຫຼອດການ” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 3 ກັນຍາ, ຢູ່ສະໜາມຫຼວງ ຫງວຽນເຕີດແທັ່ງ, ນະຄອນຕວຽນກວາງ, ແຂວງຕວຽນກວາງ.
ຍສໝ - ໃນໄລຍະຈະມາເຖິງ, ສະມາຄົມມິດຕະພາບ ຫວຽດນາມ-ອຸດຊະເບກິດສະຖານ ຈະຕັ້ງໜ້າສົມທົບກັບບັນດາຄູ່ຮ່ວມມືຢູ່ ອຸດຊະເບກິດສະຖານ ຍູ້ແຮງວຽກງານ ພົວພັນຕ່າງປະເທດປະຊາຊົນ, ເປັນຂົວຕໍ່, ເຊື່ອມຕໍ່ວິສາຫະກິດສອງຝ່າຍແນໃສ່ ເພີ່ມທະວີການພົບປະເພື່ອປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການທ່ອງທ່ຽວໃຫ້ສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຄວາມມຸ່ງມາດປາດຖະໜາຂອງແຕ່ລະຝ່າຍ.
ຍສໝ - ງານວາງສະແດງມີຮູບພາບ, ເອກະສານ, ວັດຖຸພັນກວ່າ 200 ຢ່າງທີ່ພົ້ນເດັ່ນໄດ້ສ່ອງແສງໃຫ້ເຫັນກ່ຽວກັບນໍ້າໃຈສາມັກຄີທີ່ສະໜິດຕິດພັນຂອງພັກ, ລັດ, ກອງທັບ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ກ່ອນນີ້ 60 ປີ ພາຍຫລັງສັນຍາ ເຊີແນວ (ປີ 1962) ກ່ຽວກັບລາວໄດ້ຮັບການລົງນາມ, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ເມື່ອວັນທີ 5 ກັນຍາປີ 1962. ນີ້ແມ່ນເຫດການສຳຄັນຍິ່ງ, ເປີດໄລຍະແຫ່ງການພັດທະນາໃຫມ່ໃນການພົວພັນລະຫວ່າງສອງປະເທດ, ຢັ້ງຢືນການສະຫນິດຕິດພັນຊາຕະກຳຂອງສອງຊາດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ.
ຍສໝ - ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ແມ່ນອົງການຕາງໜ້າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ ແລະ ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ.
ຍສໝ - ງານບຸນເຂົ້າປະດັບດິນ ແລະ ພິທີສູດສັກອະນິດຈາ ແມ່ນການເຄື່ອນໄຫວທາງດ້ານຄວາມເຊື່ອຖື, ສາສະໜາຂອງຫວຽດນາມ ແລະ ປະຊາຄົມຊາວໄທ ເຊື້ອຊາດຫວຽດນາມ ໄດ້ຈັດຂຶ້ນປະຈຳປີ ນັບແຕ່ປີ 2009 ເປັນຕົ້ນມາ, ດ້ວຍພິທີອັນເຄັ່ງຂຶມ ແລະ ອົບອຸ່ນຢູ່ວັດຫວຽດນາມ ຢູ່ນະຄອນຫຼວງບາງກອກ.
ຍສໝ - ຕາມສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ແລ້ວ, ໃນຊຸມປີມໍ່ໆມານີ້, ສະໂລວາເກຍ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ພາກກາງ ແລະ ເອີລົບຕາເວັນອອກ. ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະ ສະໂລວາເກຍ ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນແຕ່ລະປີ.
ຍສໝ - ປີນີ້ຫວຽດນາມ ແລະ ລາວໄດ້ສະເຫຼີມສະຫຼອງສາຍພົວພັນການຮ່ວມມືຄົບຮອບ 60 ປີ (5/9/1962 - 5/9/2022). ໃນບັນດາປີຜ່ານມາຫວຽດນາມ - ລາວໄດ້ເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ, ຜ່ານນັ້ນ ກໍໄດ້ຈາລືກຢ່າງເລີກເຊີ່ງຄວາມສາມັກຄີແບບພິເສດລະຫວ່າງພັກ ແລະ ປະຊາຊົນສອງປະເທດ. ເນື່ອງໃນໂອກາດນີ້, ນັກຂ່າວໄດ້ມີການພົບປະກັບ ທ່ານ ໂງເຊີນຫ້າຍ - ຮອງອໍານວຍການໃຫຍ່ ກຸ່ມບໍລິສັດໄຟຟ້າຫວຽດນາມ.
ຍສໝ - ນີ້ແມ່ນເລື່ອງລາວຂອງຜູ້ທີ່ຕະຫຼອດທັງຊີວິດ ຮັກສາສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ທີ່ເສຍຊີວິດຢູ່ລາວ.
ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ພົບປະກັບທ່ານ Amandeep Singh Gill ຮອງເລຂາທິການໃຫຍ່ ສປຊ, ທູດພິເສດຂອງເລຂາທິການໃຫຍ່ຮັບຜິດຊອບກ່ຽວກັບເຕັກໂນໂລຢີ.
ກອງປະຊຸມສຸດຍອດຕໍາຫຼວດ ສປຊ ຄັ້ງທີ 3 (UNCOPS), ເຫດການໃຫຍ່ທີ່ສຸດໂດຍ ສປຊ ຈັດຕັ້ງກ່ຽວກັບຕໍາຫຼວດສາກົນ, ໄດ້ດໍາເນີນທີ່ສໍານັກງານ ສປຊ ຢູ່ New York ໃນລະຫວ່າງວັນທີ 30 ສິງຫາ - 3 ກັນຍາ.
ຕອນຄ່ຳວັນທີ 2 ກັນຍາ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳນະຄອນ Sydney ປະເທດ ອົດສະຕາລີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ຫວຽດນາມ.
ນາຍພົນ Ith Sarath, ຮອງຜູ້ບັນຊາການສູງສຸດ, ຫົວໜ້າເສນາທິການກອງກຳລັງທະຫານປະສົມສະຫວ່າງບັນດາກຳລັງປະກອບອາວຸດລາຊະອານາຈັກ ກຳປູເຈຍ
ຕອນຄໍ່າວັນທີ 2 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ຈັດຕັ້ງງານລ້ຽງສະເຫຼີມລະຫຼອງ 77 ປີແຫ່ງວັນຊາດ ສສ ຫວຽດນາມ.
ວັນທີ 2 ກັນຍາ, ກອງກຳລັງຮັກສາສັນຕິພາບຂອງຫວຽດນາມ ຢູ່ UNMISS (ຊູດັງໃຕ້) ໂດຍໂຮງໝໍກາງສະໜາມລະດັບ2 ເລກ 4 ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມ (2/9/1945 – 2/9/2022).