ຊາວ​ຫວຽດນາມ​ ອາໄສຢູ່​ໄທ ​ຮັກສາ​ຮີດຄອງ​ປະ​ເພນີ​ຂອງງານ​ບຸນ​ເຂົ້າປະດັບດິນ

14:02 | 05/09/2022

ຍສໝ - ງານ​ບຸນ​ເຂົ້າປະດັບດິນ ​ແລະ ​ພິທີສູດສັກອະນິດຈາ ​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ຄວາມ​ເຊື່ອ​ຖື​, ສາສະໜາ​ຂອງ​ຫວຽດນາມ ​ແລະ​ ປະຊາ​ຄົມ​ຊາວ​ໄທ ເຊື້ອຊາດຫວຽດນາມ ໄດ້​ຈັດ​ຂຶ້ນ​ປະຈຳ​ປີ​ ​ ​ນັບແຕ່​ປີ 2009 ​ເປັນ​ຕົ້ນ​ມາ, ດ້ວຍ​ພິທີ​ອັນ​ເຄັ່ງຂຶມ ​ແລະ ອົບອຸ່ນ​ຢູ່​ວັດ​ຫວຽດນາມ ຢູ່ນະຄອນຫຼວງ​ບາງກອກ.

ໄຟ​ຟ້າ​ເຈື່ອງ​ຊາ​ປະ​ກອບ​ສ່ວນ​ຮັກ​ສາ​ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ພັດທະນາ​ເສດຖະກິດ​ທະ​ເລ ​ແລະ ໝູ່​ເກາະຢ່າງໝັ້ນຄົງ ໄຟ​ຟ້າ​ເຈື່ອງ​ຊາ​ປະ​ກອບ​ສ່ວນ​ຮັກ​ສາ​ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ພັດທະນາ​ເສດຖະກິດ​ທະ​ເລ ​ແລະ ໝູ່​ເກາະຢ່າງໝັ້ນຄົງ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ

ຫວ່າງແລ້ວນີ້, ງານ​ບຸນ​ເຂົ້າປະດັບດິນ ​ໄດ້​ຈັດ​ຂຶ້ນ​ຢູ່​ວັດ​ກວາງເຟືອກ ຢູ່ບາງກອກ, ​ເພື່ອ​ຊ່ວຍ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ​ລະນຶກ​ເຖິງ​ຄວາມ​ຮູ້​ບຸນຄຸນ​ຂອງ​ປູ່ຍ່າຕາຍາຍ, ພໍ່​ແມ່ ​ແລະ ຮູ້ສຶກ​ເຖິງຄວາມ​ຮັກ​ແພງ​ທີ່ມີຕໍ່ບ້ານ​ເກີດ​ເມືອງ​ນອນ​ຂອງ​ຫວຽດນາມ.

ຊາວ​ຫວຽດນາມ​ ອາໄສຢູ່​ໄທ ​ຮັກສາ​ຮີດຄອງ​ປະ​ເພນີ​ຂອງງານ​ບຸນ​ເຂົ້າປະດັບດິນ
ຊາວ​ຫວຽດນາມ​ ອາໄສຢູ່​ໄທ ​ຮັກສາ​ຮີດຄອງ​ປະ​ເພນີ​ຂອງງານ​ບຸນ​ເຂົ້າປະດັບດິນ. ພາບ: TTXVN

ງານ​ບຸນ​ເຂົ້າປະດັບດິນ ​ແລະ​ພິທີສູດສັກອະນິດຈາ ​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ຄວາມ​ເຊື່ອ​ຖື​, ສາສະໜາ​ຂອງ​ຫວຽດນາມ ​ແລະ​ ປະຊາ​ຄົມ​ຊາວ​ໄທ ເຊື້ອຊາດຫວຽດນາມ ໄດ້​ຈັດ​ຂຶ້ນ​ປະຈຳ​ປີ​ ​ ​ນັບແຕ່​ປີ 2009 ​ເປັນ​ຕົ້ນ​ມາ, ດ້ວຍ​ພິທີ​ອັນ​ເຄັ່ງຂຶມ ​ແລະ ອົບອຸ່ນ​ຢູ່​ວັດ​ຫວຽດນາມ ຢູ່ນະຄອນຫຼວງ​ບາງກອກ. ພະສົງ ແລະ ພຸດທະສາສະນິກະຊົນ ແລະ ຊາວຫວຽດນາມ ອາໄສຢູ່ໄທ ເປັນຈຳນວນຫຼວງຫຼາຍເຂົ້າຮ່ວມພິທີ.

​ໂດຍມີໜ້າແຕ່​ເຊົ້າ​ເພື່ອ​ເຂົ້າ​ຮ່ວມ​ການ​ກະກຽມ​ໃຫ້​ແກ່​ພິທີ, ​ນາງ Patthida Bunchavalit, ອາຈານ​ສອນ​ວິຊາ​ພາສາ​ຫວຽດນາມ ຢູ່​ມະຫາວິທະຍາ​ໄລ​ Ramkhamhaeng ​ແບ່ງປັນ​ວ່າ: “ງານ​ບຸນ​ເຂົ້າປະດັບດິນ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຮັກ​ແພງ​ຕໍ່​ພໍ່​ແມ່, ພິ​ເສດ​ແມ່ນ​​ແມ່. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ອາໄສຢູ່​ບາງກອກ ​ແລະ ຊາວ​ໄທ ເຊື້ອຊາດຫວຽດ ຄື​ຂ້າພະ​ເຈົ້າ​ໄດ້​ພົບ​ປະ​​ກັນ”.

ບູນມີ

ເຫດການ
302 Found

Found

The document has moved here.