ການພົວພັນແບບພິເສດ ຫວຽດນາມ -ລາວ: 60 ປີແຫ່ງຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.

14:28 | 05/09/2022

ກ່ອນນີ້ 60 ປີ ພາຍຫລັງສັນຍາ ເຊີແນວ (ປີ 1962) ກ່ຽວກັບລາວໄດ້ຮັບການລົງນາມ, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ເມື່ອວັນທີ 5 ກັນຍາປີ 1962. ນີ້ແມ່ນເຫດການສຳຄັນຍິ່ງ, ເປີດໄລຍະແຫ່ງການພັດທະນາໃຫມ່ໃນການພົວພັນລະຫວ່າງສອງປະເທດ, ຢັ້ງຢືນການສະຫນິດຕິດພັນຊາຕະກຳຂອງສອງຊາດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ.

ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ
ການຮ່ວມມື ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ ການຮ່ວມມື ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ

ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຮ່ວມສາຍພູຫລວງ ຮ່ວມແມ່ຂອງ, ປະຊາຊົນສອງປະເທດ ມີຈຸດຄ້າຍຄືກັນດ້ານວັດທະນະທຳ, ມີການພົວພັນສະຫນິດແຫນ້ນມາແຕ່ດົນນານ, ມີຄວາມຮັກແພງກັນ, ສາມັກຄີມິດຕະພາບ , ສອງປະເທດ ຫວຽດນາມ ແລະລາວ ໄດ້ພ້ອມກັນສ້າງສາຍພົວພັນ ບໍລິສຸດຜຸດຜ່ອງທີ່ເປັນມູນເຊື້ອອັນດີງາມ, ຫາຍາກ ແລະນັບມື້ນັບໄດ້ຮັບການເປີດກວ້າງ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ.

# ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

ການພົວພັນ ລະຫວ່າງ ຫວຽດນາມ ແລະລາວ ໄດ້ເສີມສ້າງ, ເພີ່ມພູນຄູນສ້າງ ດ້ວຍກຳລັງ ເລືອດເນື້ອ ເຫື່ອແຮງ, ຊັບສິນນັກປະຕິວັດຫລາຍໆລຸ້ນຄົນຂອງທັງສອງຊາດ ຫວຽດນາມ ແລະລາວ. ຜ່ານຄວາມຫຍຸ້ງຍາກ,ສິ່ງທົດສອບນາໆປະການ, ສາຍພົວພັນນັ້ນ ຍັງຄົງມີມູນຄ່າເໝືອນເດີມ ບໍ່ຖືກແຕກແຫງ ຫລື ທຳລາຍ ເຖິງວ່າ ມີຫລາຍອິດທິກຳລັງເປັນປໍລະປັກໄດ້ນຳໃຊ້ຫລາຍເລລ່ຽມຕ້ານທຳລາຍ, ແບ່ງແຍກກໍ່ຕາມ. 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ແມ່ນໂອກາດເພື່ອໃຫ້ ສອງປະເທດ ພ້ອມກັນຫວນຄືນ, ເຄົາລົບຕໍ່ວິວັດການຕໍ່ສູ້, ການປະຕິວັດ, ຄວາມເອກອ້າງທະນົງໃຈ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ແລະ ພ້ອມກັນເຫັນປະຈັກຕາບັນດາຜົນງານຊື່ງປະຊາຊົນສອງປະເທດບັນລຸໄດ້ໃນທຸກຂົງເຂດ.

ການຮ່ວມມືດ້ານການສຶກສາ ຫວຽດນາມ - ລາວ, ຝືກຝົນຫຼໍ່ຫຼອມລຸ້ນຄົນອະນາຄົດ, ມູນມໍລະດົກຂອງປະຊາຊົນສອງປະເທດ

ພິທີວາງສີລາລຶກໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ - ຫວຽດນາມ ຢູ່ແຂວງ ຄຳມ່ວນ (ພາບ: ນັກຂ່າວ VOV ປະຈຳ ລາວ)
ພິທີວາງສີລາລຶກໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ - ຫວຽດນາມ ຢູ່ແຂວງ ຄຳມ່ວນ (ພາບ: ນັກຂ່າວ VOV ປະຈຳ ລາວ)

ແຕ່ປີ 1945 ມານີ້, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງລະບົບການສຶກສາເຂດປົດປ່ອຍ, ສົ່ງນັກຊ່ຽວຊານໄປໜູນຊ່ວຍ ລາວ ຮຽບຮຽງປື້ມຕຳລາຮຽນ, ຜະລິດປື້ມຮຽນທຸກຊັ້ນ; ບຳລຸງສ້າງໃຫ້ພະນັກງານລາວຢູ່ບັນດາຮາກຖານການສຶກສາຂອງ ຫວຽດນາມ; ເປີດໂຮງຮຽນເພື່ອສອນໃຫ້ນັກຮຽນປະຖົມ, ມັດທະຍົມຕອນຕົ້ນຂອງລາວ. ການໜູນຊ່ວຍໄດ້ຈັດຕັ້ງພາຍໃຕ້ຫຼາຍຮູບແບບຄື: ຊຸດຝຶກອົບຮົບໄລຍະສັ້ນ, ໄລຍະຍາວ, ບຳລຸງສ້າງລົງເລິກຂະແໜງຢູ່ທຸກຂັ້ນ... ເພື່ອໜູນຊ່ວຍໃຫ້ລາວມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບໃນວິວັດການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໃນຕະຫຼອດ 60 ປີຜ່ານມາ, ຫວຽດນາມ ໄດ້ບຳລຸງສ້າງໃຫ້ພະນັກງານ, ລັດຖະກອນ, ນັກຮຽນ, ນັກສຶກສາ ສປປ ລາວ ນັບໝື່ນໆຄົນໃນທຸກຂົງເຂດຄື: ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ນັກຄົ້ນຄ້ວາ, ຄູສອນ... ຫຼາຍຄົນໃນຈຳນວນນີ້ ໄດ້ກາຍເປັນພະນັກງານຫຼັກແຫຼ່ງ, ສວມບົດບາດແກ່ນສານໃນໄລຍະຕໍ່ສູ້ປະຕິວັດ ກໍ່ຄືໃນໄລຍະປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດໃນຍຸກປະຈຸບັນ.

ໃນ 10 ປີຜ່ານມາ, ຫວຽດນາມ ໄດ້ຮັບບຳລຸງສ້າງໃຫ້ແກ່ນັກຮຽນ, ນັກສຶກສາ ລາວ ກ່ວາ 50.000 ຄົນ. ປະຈຸບັນ, ມີນັກສຶກສາ ລາວ ປະມານ 14.000 ຄົນພວມຄົ້ນຄ້ວາ, ຮ່ຳຮຽນຢູ່ ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການພົວພັນຮ່ວມມືທີ່ໜັກແໜ້ນ ໃນຂົງເຂດເສດຖະກິດ, ວັດທະນະທຳ - ສັງຄົມ, ການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ຫວຽດນາມ ແລະ ລາວ, ແມ່ນປັດໄຈສຳຄັນສະແດງໃຫ້ເຫັນລັກສະນະພິເສດຂອງການພົວພັນຮ່ວມມື ຫວຽດນາມ - ລາວ.

ປະຈຸບັນ, ຫວຽດນາມ - ລາວ ພວມສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວນອນໃນແຜນການຮ່ວມມືລະຫວ່າງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາ ແລະ ກິລາລາວ ປີ 2022, ເພື່ອແນໃສ່ຍົກສູງຄຸນນະພາບການບຳລຸງສ້າງນັກສຶກສາລາວທີ່ກ່ຽວຂ້ອງເຖິງວຽກງານບຳລຸງສ້າງພາສາ ຫວຽດ, ບຳລຸງສ້າງວິຊາສະເພາະ, ບຳລຸງສ້າງພະນັກງານຄຸ້ມຄອງທຸກຂັ້ນ. ທ່ານ ຮສ. ປອ ພຸດ ສິມມະລາວົງ, ລັດຖະມົນຕີກະຊວງສຶກສາ ແລະ ກິລາ ສປປ ລາວ, ໃຫ້ຮູ້ວ່າ:

“ການສ້າງຊັບພະຍາກອນມະນຸດແມ່ນປັດໄຈໜຶ່ງທີ່ສຳຄັນໃນການສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງລາວ ແລະ ຫວຽດນາມ. ການທີ່ພັບລັດຖະບານ ແລະ ປະຊາຊົນ ຫວຽດນາມ ໄດ້ທຸ່ມເທທຸກຢ່າງເພື່ອຊ່ວຍສ້າງພະນັກງານໃຫ້ແກ່ການປະຕິວັດ ລາວ ນັ້ນແມ່ນທຶນຮອນອັນປະເຊີດເຊິ່ງບໍ່ມີສິ່ງໃດຈະມາປ່ຽນໄດ້. ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງໃຫ້ເກີດດອກອອກຜົນຫຼວງຫຼາຍຍິ່ງຂຶ້ນເລື້ອຍໆ. ການພົວພັນທີ່ມີລັກສະນະພິເສດ ແລະ ການຮ່ວມມືຮອບດ້ານທີ່ມີປະສິດທິຜົນນັ້ນໄດ້ເປັນປັດໄຈຊ່ວຍໜູນສຳຄັນ ແລະ ສັກສິດຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງສອງປະເທດພວກເຮົາ”.

ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໊າຮູ່ງ (ພາບ: ນັກຂ່າວ VOV ປະຈຳ ລາວ)
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໊າຮູ່ງ (ພາບ: ນັກຂ່າວ VOV ປະຈຳ ລາວ)

ນັບແຕ່ປີ 1982 ມານີ້, ລັດຖະບານ ສປປ ລາວ ໄດ້ບຳລຸງໃຫ້ສ້າງພະນັກງານ, ນັກສຶກສາ ຫວຽດນາມຢູ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈຳນວນ 4.850 ຄົນ. ນີ້ແມ່ນຕົວເລກທີ່ສະແດງໃຫ້ເຫັນຄວາມມານະພະຍາຍາມ, ຄວາມຕັດສິນໃຈ ແລະ ມີຄວາມໝາຍສຳຄັນໃນການຮ່ວມມືໃນຂົງເຂດການສຶກສາ ລະຫວ່າງສອງປະເທດ, ເພື່ອແນໃສ່ຕອບສະໜອງຄວາມຕ້ອງການກໍ່ສ້າງຖັນແຖວນັກຊ່ຽວຊານ ຫວຽດນາມ ຊ່ວຍ ລາວ ພັດທະນານັບມື້ນັບຮອບດ້ານ, ກ້າວເຂົ້າສູ່ລວງເລິກ, ນຳມາເຊິ່ງປະສິດທິຜົນ ແລະ ແທດຈິງ. ແຕ່ລະປີ, ລາວ ຍັງຕ້ອນຮັບນັກສຶກສາ ຫວຽດນາມ ຫຼາຍຄົນມາຮຽນຢູ່ບັນດາມະຫາວິທະຍາໄລຂອງລາວ. ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໊າຮູ່ງ ເວົ້າວ່າ:

“ຂະແໜງການສຶກສາລາວ ຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກ, ສະຫງວນໃຫ້ບັນດານັກສຶກສາ ຫວຽດນາມ ປະຕິບັດສຳເລັດຫຼັກສູດບຳລຸງສ້າງຢູ່ ສປປ ລາວ. ໃນຫົວໃຈຂອງນັກສຶກສາ ຫວຽດນາມ ລຸ້ນຄົນປະຈຸບັນ ກໍ່ຄືລຸ້ນຕໍ່ໆໄປ ຍາມໃກໍ່ຈົດຈຳຄຳສັ່ງສອນຂອງລຸງໂຮ່, ມານະພະຍາຍາປະກອບສ່ວນເຂົ້າໃນພາລະກິດສ້າງສາປະເທດຊາດ ກໍ່ຄືຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາກ່ວາອີກ.”

ປະຈຸບັນ, ກະຊວງສຶກສາ ສອງປະເທດພວມຕັ້ງໜ້າສົມທົບກັນຜັນຂະຫຍາຍແຜນການສັງລວມປະຕິບັດບັນດາໜ້າທີ່ຂອງໂຄງການ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ໄລຍະ 2021 – 2030”, ເພື່ອແນໃສ່ຍົກສູງຄຸນນະພາບ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນບຸລິມະສິດພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ບຳລຸງສ້າງພະນັກງານການນຳ, ຄຸ້ມຄອງທຸກຂັ້ນ, ປະກອບສ່ວນເຂົ້າໃນການພັດທະນາຂອງສອງປະເທດ ຫວຽດນາມ ແລະ ລາວ.

ການພົວພັນຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວນັບມື້ນັບພັດທະນາຢ່າງກະໂດດຂັ້ນແບະ ໄດ້ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ

ໃນຕະຫຼອດໄລຍະສ້າງສາ ແລະ ພັດທະນາປະເທດຊາດ, ເສດຖະກິດຍາມໃດກໍ່ແມ່ນໜຶ່ງໃນບັນດາຂົງເຂດໄດ້ຮັບການບຸລິມະສິດຢູ່ແຖວໜ້າຈາກທັງສອງປະເທດ. ພາຍຫຼັງລົງນາມ ແລະ ຜັນຂະຫຍາຍສັນຍາຫຼາຍສະບັບກ່ຽວກັບຂົງເຂດເສດຖະກິດ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງມາລົງທຶນຢູ່ ລາວ ແລະ ກົງກັນຂ້າມ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ຢືນຢູ່ອັນດັບທີ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນ ມາລົງທຶນຢູ່ລາວ, ດ້ວຍວິສາຫະກິດ 1,272 ແຫ່ງໃນນັ້ນມີກ່ວາ 417 ໂຄງການ ທີ່ມີເງິນລົງທຶນຂຶ້ນເຖິງ 4,3 ຕື້ USD.

ທ່ານຄຳແຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ (ພາບ: mpi.gov.la)
ທ່ານ ຄຳແຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ (ພາບ: mpi.gov.la)

ປັດຈຸບັນມີຫຼາຍໂຄງການໄດ້ນຳເຂົ້າເຄື່ອນໄຫວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເດຖະກິດ - ສັງຄົມ, ສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານນັບໝຶ່ນຄົນຢູ່ທ້ອງຖິ່ນ. ໄປຄຽງຄູ່ກັນນັ້ນ, ບັນດາວິສາຫະກິດ ຫວຽດນາມ ຍັງເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງບັນດາໂຄງການໜູນຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວຄື: ໂຮງຮຽນ, ໂຮງໝໍ, ລະບົບຊົນລະປະທານ... ທ່ານຄຳແຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ໃຫ້ຮູ້ວ່າ:

ຕົ້ນປີ 2022 ນີ້, ສອງຝ່າຍ ໄດ້ເປັນເອກະພາບກັນໃນການຕີລາຄາ ແລະ ວິໄຈກາລະໂອກາດການລົງທຶນ ຢູ່ລາວ ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ຮອດປີ 2025, ກໍານົດທິດຮອດປີ 2030; ເພີ່ມທະວີຊຸກຍູ້ໃຫ້ບຸລິມະສິດການລົງທຶນຂອງວິສາຫະກິດຫວຽດນາມ ທີ່ມີຄວາມສາມາດດ້ານການເງິນ, ດ້ານວິຊາການ, ເຂົ້າໃນຂົງເຂດກະສິກຳສະອາດ, ອຸດສາຫະກຳປຸງແຕ່ງການຜະລິດ, ຂົງເຂດທີ່ມີທ່າແຮງບົ່ມຊ້ອນລຽບຕາມຊາຍແດນ ລາວ-ຫວຽດນາມ ສືບຕໍ່ແກ້ໄຂຂໍ້ຫຍຸ້ງຍາກ.

ປີ 2021, ວົງເງິນການສົ່ງອອກນຳເຂົ້າລະຫວ່າງສອງປະເທດ ບັນລຸ 1,37 ຕື້ USD ແມ່ນ ຢູ່ລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ກັບປີ 2020, ຂຶ້ນທົບ 3 ເທົ່າເມື່ອທຽບໃສ່ຄາດໝາຍການນຳຂັ້ນສູງສອງປະເທດວາງອອກ (10%). ໃນ 7 ເດືອນຕົ້ນປີ 2022, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ,ແຕ່ວົງເງິນການນຳເຂົ້າສົ່ງອອກລະຫວ່າງສອງປະເທດ ຍັງບັນລຸ 948,9ລ້ານ USD, ເພີ່ມຂຶ້ນ 24,2 % ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021. ສອງຝ່າຍຖືວ່າ ແງ່ຫວັງ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ຍັງມີຫຼາຍ. ໃນຊຸມປີຈະມາເຖິງ, ການແລກປ່ຽນການຄ້າ ສອງຝ່າຍອາດຈະບັນລຸ 2 ຕື້ USD ຖ້າຍັງຮັກສາໄດ້ທ່າເຕີບໂຕຄືໃນປັດຈຸບັນ.

ສິນຄ້າ ຜ່ານດ່ານຊາຍແດນ ລາວບາວ (ພາບ: TTXVN)
ສິນຄ້າ ຜ່ານດ່ານຊາຍແດນ ລາວບາວ (ພາບ: TTXVN)

ເພື່ອໜູນຊ່ວຍລາວ ພັດທະນາຍາວນານ, ຫວຽດນາມ ກໍ່ສ້າງເງື່ອນໄຂເພື່ອໃຫ້ລາວ ນຳໃຊ້ທ່າກ່ຳປັນ ຫວູງອ໊າງ 1,2,3 ຊ່ວຍປະເທດລາວມີຄວາມສະດວກໃນການຂົນສົ່ງນຳເຂົ້າ, ສົ່ງອອກ ສິນຄ້າ ຜ່ານເສັ້ນທາງຊາຍແດນ. ນີ້ແມ່ນໂຄງການສະແດງໃຫ້ເຫັນນ້ຳໃຈພິເສດມີຄວາມໄວ້ເນື້ອເຊື່ອໃຈ ແລະ ສຸດຈິດສຸດໃຈ ຖານສະຫາຍ, ອ້າຍນອງລາວ - ຫວຽດ, ແມ່ນໂຄງການ ທີ່ສຳຄັນໃນການຮ່ວມມືປົກກະຕິລະຫວ່າງສອງປະເທດ

ນອກຈາກນັ້ນ, ປັດຈຸບັນຫວຽດນາມ ແລະ ລາວພວມຊຸກຍູ້ ແລະ ຊອກຫາແຫຼ່ງເງິນລົງທຶນເພື່ອຜັນຂະຫຍາຍໂຄງການເຊື່ອມຕໍ່ຄົມມະນາຄົມລະຫວ່າງສອງປະເທດ ຄືເສັ້ນທາງຄວາມໄວສູງ ວຽງຈັນ - ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ - ຫວູອ໊າງ… ບັນດາໂຄງການດັ່ງກ່າວບໍ່ພຽງແຕ່ໄດ້ຮັບຖືວ່າແມ່ນສັນຍາລັກແກ່ການຮ່ວມມືຢ່າງແທດຈິງ ທີ່ສຸດຂອງທັງສອງປະເທດເທົ່ານັ້ນ ຫາກຍັງຈະຊ່ວຍສ້າງເງື່ອນໄຂນຳມາເຊິ່ງຜົນປະໂຫຍດຫຼາຍທີ່ສຸດໃຫ້ແກ່ປະຊາຊົນສອງປະເທດ, ທັງແມ່ນກຳລັງໜູນຊຸກຍູ້ຄວາມຄາດຫວັງ ຢ່າງສຸດໃຈຂອງບັນພະບຸລຸດຂອງທັງສອງປະເທດ ໃຫ້ປະກົດຜົນເປັນຈິງ.

ບໍ່ພຽງແຕ່ເອົາໃຈໃສ່ເປັນພິເສດເຖິງບັນດາສັນຍາ, ນະໂຍບາຍເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດສອງປະເທດເທົ່ານັ້ນ. ທຸກໆປີ, ສອງລັດຖະບານຍັງຈັດຕັ້ງຫຼາຍກອງປະຊຸມ, ກອງປະຊຸມສຳມະນາ, ເວທີປາໄສ, ຫົວເລື່ອງສະເພາະ ທີ່ມີການເຂົ້າຮ່ວມຂອງວິສາຫະກິດ. ນະທີ່ນີ້, ບັນດາວິສາຫະກິດ ມີໂອກາດໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເຊິ່ງຕົນເອງພວມປະສົບ ເພື່ອໃຫ້ລັດຖະບານສອງປະເທດແກ້ໄຂຢ່າງທັນການ, ຫຼີກລ້ຽງສະພາບການຕິດຄັດ

ທ່ານຜູ້ຟັງ ທີ່ເຄົາລົບ! ຫວຽດນາມ ແລະ ລາວບັນລຸໄດ້ຜົນງານຫຼາຍທີ່ທີ່ເປັນໜ້າປະທັບໃຈກ່ຽວກັບການຮ່ວມມືດ້ານເສດຖະກິດໃນໄລຍະຜ່ານມາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໂດຍພື້ນຖານຂອງສອງພັກ, ສອງລັດ, ສອງລັດຖະບານທີ່ວາງອອກ. ແຕ່ດ້ວຍຄວາມສາມາດບົ່ມຊ້ອນພວມມີຢູ່ແລ້ວຂອງສອງປະເທດ, ພ້ອມກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ, ແນ່ນອນວ່າ ໃນອະນາຄົດ ການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ລາວ ຍັງພັດທະນາຢ່າງກະໂດດຂັ້ນກ່ວາອີກ.

ໄປຄຽງຄູ່ກັບການຮ່ວມມືຢ່າງມີປະສິດທິຜົນເຂົ້າບັນດາຂົງເຂດສຳຄັນຄື: ເສດຖະກິດ, ການສຶກສາ, ບັນດາຂົງເຂດສາທາລະນະສຸກ, ກະສິກຳ, ວັດທະນະທຳ, ຄົມມະນາຄົມ… ກໍ່ໄດ້ຮັບການເອົາໃຈໃສ່ເປັນພິເສດຂອງທັງສອງປະເທດ. ແຕ່ປີ 2021 ມາຮອດປັດຈຸບັນມີກ່ວາ 100 ໂຄງການ, ໃນນັ້ນ, ໂຄງການທີພົ້ນເດັ່ນ, ແມ່ນສັນຍາລັກໃໝ່ຂອງການພົວພັນລະຫວ່າງສອງປະເທດແມ່ນຫໍສະພາແຫ່ງຊາດລາວຫຼັງໃໝ່ ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ - ຫາກໍ່ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ ໃນວັນທີ 10 ສິງຫາ 2021.

#ປະຊາຊົນສອງປະເທດເຄົາລົບ, ເອກອ້າງທະນົງໃຈ ແລະ ຖະໜຸຖະໜອມສາຍພົວພັນ ຫວຽດນາມ - ລາວ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນາ

"ຕາບໃດແມ່ນ້ຳຂອງບໍ່ເຫືອດແຫ້ງ ເຂີນຂາດແປນຊາຍ, ສາຍພູຫຼວງແສນສູງ ບໍ່ຕ່ຳລົງເປັນຄັງຫຍ້າ,

ຮົງຮາ ວັງເວີນກວ້າງ ບໍ່ແປນດິນກະທ້າງໄຂ່, ສອງສາຍໃຈ ລາວ - ຫວຽດນາມ ພີ່ນ້ອງ ບໍ່ໄກຂ້າງຫ່າງກັນນັ້ນແລ້ວ” . ບົດກອນອຳມະຕະຂອງປະທານ ໄກສອນ ພົມວິຫານ ໄດ້ຊຶມເລິກຢູ່ໃນດວງໃຈຂອງປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ. ນ້ຳໃຈບໍລິສຸດຜຸດຜ່ອງນັ້ນ ປະຊາຊົນສອງປະເທດນັບມື້ນັບໄດ້ຖະໜຸຖະໜອມ, ເຄົາລົບ ແລະ ມີຄວາມເອກອ້າງທະນົງໃຈ”.

ທ້າວ ພຸມພິທັດ ອຸປະເສີດ ຕອບສຳພາດນັກຂ່າວ ພາກພາສາລາວ
ທ້າວ ພຸມພິທັດ ອຸປະເສີດ ຕອບສຳພາດນັກຂ່າວ ພາກພາສາລາວ

ທ່ານ ຫງວຽນວັນຫຍ້າ - ທະຫານ ອາສາສະໝັກ ຫວຽດນາມ ເຂົ້າຮ່ວມການຕໍ່ສູ້ຢູ່ ສປປ ລາວ ໄລຍະ 1972 - 1976:

“ນ້ຳໃຈຄວາມຮັກແພງປະຊາຊົນ ລາວ ນັບທັງໃນໄລຍະຕໍ່ສູ້ກູ້ຊາດ, ໃນໄລຍະສ້າງສັນຕິພາບ... ມາຮອດປັດຈຸບັນນີ້ກໍບໍ່ມີວັນປ່ຽນແປງ, ຍັງແມ່ນນ້ຳໃຈພິເສດ ກວ່າປະເທດອື່ນ ແລະ ມັນໄດ້ຊຶມເລິກເຂົ້າໃນຊີວິດຈິດໃຈ. ຂ້າພະເຈົ້າຮູ້ສຶກມີຄວາມສຸກທີ່ສຸດ ເມື່ອເຫັນຄົນລຸ້ນໜຸ່ມໃນປັດຈຸບັນ ຮູ້ຈັກເສີມຂະຫຍາຍນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ຫວຽດນາມ - ລາວ. ຂ້າພະເຈົ້າກໍມີຄວາມພາກພູມໃຈເປັນຢ່າງຍິ່ງ ເພາະວ່າສະຕິປັນຍາ, ເຫື່ອແຮງຂອງຄົນລຸ້ນກ່ອນຄືພວກຂ້າພະເຈົ້າທີ່ປະກອບສ່ວນເຂົ້າໃນການສ້າງນ້ຳໃຈສາມັກຄີນັ້ນ ບໍ່ໄດ້ເສຍໄປລ້າໆ, ເຊິ່ງຍັງມີປະໂຫຍດໃນປັດຈຸບັນ ແລະ ໄລຍະຕໍ່ໆໄປກັບທັງສອງປະເທດ ຫວຽດນາມ ແລະ ລາວ.”

ທ້າວ ພຸມພິທັດ ອຸປະເສີດ, ຄູສອນມະຫາວິທະຍາໄລພາສາຕ່າງປະເທດ:

“ເມື່ອໄດ້ອ່ານ ແລະ ຮັບຟັງບັນດາເລື່ອງລາວກ່ຽວກັບຄວາມສາມັກຄີລະຫວ່າງສອງປະເທດ, ຂ້າພະເຈົ້າຍິ່ງມີຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຢ່າງໃຫຍ່ຫຼວງຂອງຄົນລຸ້ນກ່ອນບໍ່ຈັກວ່າເທົ່າໃດເສັ່ນຄົນ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ. ຂ້າພະເຈົ້າຈະເລົ່າສູ່ລູກສູ່ຫຼານຟັງກ່ຽວກັບນ້ຳໃຈຄວາມຮັກແພງແບບພິເສດນີ້ ເພື່ອພ້ອມກັນສ້າງໜ້າປະຫວັດສາດທີ່ສະຫງ່າອົງອາດກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບແບບຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ”.

ເອື້ອຍ ທອງມີ, ຮຽນປະລິນຍາໂທຢູ່ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ:

“ສຳລັບຂ້າພະເຈົ້າແລ້ວ, ເວລາໄປໃສ ຂ້າພະເຈົ້າກໍເວົ້າຕະຫຼອດວ່າຂ້າພະເຈົ້າເປັນຄົນລາວ ໃນເວລາຂ້າພະເຈົ້າຢູ່ ຫວຽດ, ຕົວຢ່າງຄືເວລາເຮົາໄປກິນເຂົ້າຢູ່ຮ້ານອາຫານ ຫຼື ເຮົາຂີ່ລົດແທັກຊີ, ເຂົາຮູ້ເຮົາເປັນຄົນລາວ ເຂົາຊິຕ້ອນຮັບເຮົາດີ, ເຂົາກໍຮັກແພງເຮົາ. ສະນັ້ນ, ຂ້າພະເຈົ້າຮູ້ສຶກດີໃຈທີ່ວ່າ ຂ້າພະເຈົ້າໄດ້ຢູ່ ຫວຽດນາມ ນີ້. ເຮົາໄປໃສເຂົາກໍເວົ້າຕະຫຼອດວ່າ ຫວຽດນາມ - ລາວ ອ້າຍນ້ອງ. ສຳລັບການດຳລົງຊີວິດ, ຖ້າເວົ້າກ່ຽວກັບການສຶກສາ, ເພາະວ່າຜ່ານມາຂ້າພະເຈົ້າກໍເປັນນັກສຶກສາ. ຢູ່ແຕ່ລະໂຮງຮຽນຈະເຫັນວ່າ ລ້ວນແຕ່ມີນະໂຍບາຍສະເພາະໃຫ້ແກ່ນັກສຶກສາລາວ, ມີຫໍພັກຕ່າງຫາກ, ເຊິ່ງວ່າອຸປະກອນຕ່າງໆ, ຫ້ອງຮຽນ, ຫ້ອງນ້ຳ, ຫ້ອງຄົວ ລ້ວນແຕ່ແມ່ນລະບົບທີ່ດີ.”

ນາງ ຮ່ວາງທິຖ້ຽວ, ພະນັກງານກິນເບ້ຍບຳນານ ກະຊວງວັດທະນະທຳ ສສ ຫວຽດນາມ:

“ມີຄວາມປະທັບໃຈຫຼາຍ ແລະ ຮູ້ຊຶ້ງວ່າ ປະຊາຊົນຊາວ ຫວຽດນາມ ຮັກຄົນລາວ ຫຼາຍ ແລະ ຄົນລາວກໍເຊັ່ນດຽວກັນ. ເວລາພົບກັບຜູ້ເຖົ້າທີ່ວ່າ ໃນສະໄໝເມື່ອກ່ອນເພິ່ນເຄີຍເປັນນັກຮົບຢູ່ລາວ ເວລາ ເພິ່ນຮູ້ວ່າເຮົາເປັນຄົນລາວ, ເພິ່ນກໍຈະເລົ່າອະດີດທີ່ເຄີຍໄປສູ້ຮົບຢູ່ລາວສູ່ຟັງ, ເພິ່ນກໍວ່າ ເພິ່ນໄປສູ້ຮົບຢູ່ປ່າຫັ້ນນີ້ ແລ້ວຜ່ານໄປບ້ານນັ້ນເຮືອນນີ້ ຄົນລາວເອົາເຂົ້າໃຫ້ກິນ, ເອົານ້ຳໃຫ້ກິນ. ອັນນັ້ນແມ່ນສິ່ງທີ່ປະທັບໃຈ ແລະ ໝາຍຄວາມວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ບໍ່ພຽງແຕ່ມີຢູ່ດຽວນີ້, ແຕ່ມັນມີແຕ່ດົນນານມາແລ້ວ”.

ເມື່ອແບ່ງປັນກັບນັກຂ່າວ VOV ເນື່ອງໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດຂອງ ຫວຽດນາມ ແລະ ລາວ, ທ່ານເອກອັກຄະລັດຖະທູດ ລາວ ແສງເພັດ ຮຸ່ງບຸນຍວງ ມີຄວາມເອກອ້າງທະນົງໃຈກ່ຽວກັບນ້ຳໃຈໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງ 2 ປະເທດ, ພ້ອມທັງໄດ້ເຕື້ອງເຖິງທິດທາງການຮ່ວມມືລະຫວ່າງ 2 ປະເທດ ໃນໄລຍະຈະມາເຖິງ, ພິເສດແມ່ນພາຍຫຼັງໂລກລະບາດໂຄວິດ - 19.

ທ່ານເອກອັກຄະລັດຖະທູດ ລາວ ແສງເພັດ ຮຸ່ງບຸນຍວງ (ພາບ: VOV5)
ທ່ານເອກອັກຄະລັດຖະທູດ ລາວ ແສງເພັດ ຮຸ່ງບຸນຍວງ (ພາບ: VOV5)

60 ປີ ແມ່ນຂີດໝາຍສຳຄັນບໍ່ວ່າສາຍພົວພັນສອງຝ່າຍໃດໆ. ພິເສດ, ສຳລັບສາຍພົວພັນທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ຫວຽດນາມ - ລາວ ຍິ່ງພິເສດ ແລະ ມີຄວາມໝາຍກວ່າຫຼາຍເທົ່າ.

ຕະຫຼອດໄລຍະ 60 ປີ, ນັບແຕ່ໄລຍະສອງປະເທດຂອງພວກເຮົາ ໄດ້ສ້າງຕັ້ງສາຍພົວພັນທາງການທູດ ໃນວັນທີ 5 ກັນຍາ 1962, ເຖິງວ່າສະພາບການໂລກ ແລະ ພາກພື້ນໄດ້ມີການປ່ຽນແປງຕະຫຼອດເວລາ, ແຕ່ສາຍພົວພັນອັນບໍລິສຸດຜຸດຜ່ອງ, ໃກ້ຊິດສະໜິດສະໜົມລະຫວ່າງປະຊາຊົນສອງຊາດ ລາວ - ຫວຽດນາມ ບໍ່ພຽງແຕ່ບໍ່ໄດ້ຈືດຈາງ ແຕ່ຍິ່ງໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ, ນັບມື້ນັບມີປະສິດທິຜົນ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດຂອງພວກເຮົາຢູ່ໃນທຸກຂົງເຂດວຽກງານ. ບໍ່ວ່າທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ວັດທະນະທໍາ ແລະ ອື່ນໆ ກໍຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມທັງຕີຖອຍໄດ້ບັນດາກົນອຸບາຍທີ່ແນໃສ່ມ້າງທໍາລາຍສາຍພົວພັນຂອງສອງປະເທດພວກເຮົາຂອງພວກອິດທິກໍາລັງທີ່ເປັນປໍລະປັກ ແລະ ມີການປະສານສົມທົບກັນຢ່າງສະໜິດແໜ້ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ນ້ຳໃຈຄວາມຮັກແພງ, ຄວາມບໍລິສຸດຜຸດຜ່ອງ”… ສາຍພົວພັນ ຫວຽດນາມ - ລາວ ອ້າຍນ້ອງໄດ້ພັນລະນາດ້ວຍປະໂຫຍກ, ຄຳເວົ້າທີ່ລຽບງ່າຍທີ່ສຸດ ແຕ່ກໍ່ມີຄວາມສັດຊື່ຈິງໃຈທີ່ສຸດ.

ສາຍພົວພັນລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນສາຍພົວພັນແບບບ້ານໃກ້ເຮືອນຄຽງຄືກັນກັບປະເທດອື່ນໆ, ແຕ່ສາຍພົວພັນລະຫວ່າງສອງປະເທດຂອງພວກເຮົາ ມັນປຽບເໝືອນສາຍພົວພັນຖານສະຫາຍອ້າຍນ້ອງຮ່ວມອຸທອນດຽວກັນ, ມັນເປັນສາຍພົວພັນທີ່ເປັນແວນແຍງໃຫ້ແກ່ສາຍພົວພັນສາກົນທີ່ຫາໄດ້ຍາກ ແລະ ມີແຕ່ໜຶ່ງດຽວໃນໂລກ ເຊິ່ງປະທານໄກສອນ ໄດ້ເວົ້າວ່າ “ໃນປະຫວັດສາດຂອງການປະຕິວັດໂລກ, ໄດ້ມີແວນແຍງທີ່ໃສແຈ້ງແຫ່ງນໍ້າໃຈສາກົນແຫ່ງກໍາມະຊີບຫຼາຍ ແຕ່ຍັງບໍ່ທັນມີບ່ອນໃດ ແລະ ເວລາໃດທີ່ຈະມີຄວາມສາມັກຄີ, ການຮ່ວມສໍາພັນສູ້ຮົບພິເສດ, ຍາວນານ, ຮອບດ້ານຄືສາຍພົວພັນ ລາວ - ຫວຽດນາມ ນີ້ຈັກເທື່ອ”. ຄືປະທານ ໂຮ່ຈີມິນ ໄດ້ເວົ້າວ່າ:

“ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປິນໄຕ່, ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນກໍດຸ່ງໄປ, ສອງຊາດ ລາວ - ຫວຽດ ໄດ້ ຝັງຄວາມຮັກໄວ້ໃນໃຈ, ຮົງຮາທັງແມ່ຂອງບໍ່ເລິກປູນປານໃດ” ເຊິ່ງຄໍາເວົ້າເຫຼົ່ານີ້ ໄດ້ສະແດງໃຫ້ເຫັນພາບຕົວຈິງໃນຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດ ກໍຄືໄລຍະແຫ່ງການພ້ອມກັນປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຂອງສອງປະເທດຂອງພວກເຮົາ. ສອງປະເທດຂອງພວກເຮົາຍາມໃດກໍໃຫ້ການຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ ບໍ່ວ່າຢູ່ໃນສະຖານະການໃດກໍຕາມ ເພື່ອພ້ອມກັນຜ່ານຜ່າອຸປະສັກ ກໍຄືສິ່ງກີດຂວາງຕ່າງໆທີ່ໄດ້ພະຍາຍາມກີດຂວາງການປະຕິວັດຂອງປະເທດຂອງພວກເຮົາ ແລະ ກໍຄື ກີດກັ້ນການພັດທະນາກ້າວໄປໜ້າຂອງສອງປະເທດຂອງພວກເຮົາ. ໃນປັດຈຸບັນນີ້, ສາຍພົວພັນລະຫວ່າງສອງປະເທດຂອງພວກເຮົາ ໄດ້ກາຍເປັນສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຂອງພວກເຮົາແລະ ໄດ້ກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ກາຍເປັນກົກເກນແຫ່ງການພົວພັນ ແລະ ການຄົງຕົວ ແລະ ຂະຫຍາຍຕົວຂອງພວກເຮົາ, ກາຍເປັນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດຂອງສອງປະເທດຂອງພວກເຮົາ.

ຈຸດທີ່ພົ້ນເດັ່ນໃນການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ

ໃນໂລກນີ້, ບໍ່ມີການພົວພັນໃດທີ່ມີລັກສະນະພິເສດ, ສະໜິດແໜ້ນຄືກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ. ເພາະການພົວພັນແບບພິເສດຂອງພວກເຮົານີ້ ແມ່ນໄດ້ເລີ່ມມາຈາກເລືອດເນື້ອເຫື່ອໄຄ່ຂອງການນໍາສອງຊາດຂອງພວກເຮົາ, ກໍຄືນັກຮົບປະຕິວັດ, ປະຊາຊົນສອງປະເທດຂອງພວກເຮົາໄດ້ອຸທິດໃຫ້ແກ່ການປະຕິວັດຊາດປະຊາທິປະໄຕ ເພື່ອຊາດເອົາເອກະລາດແຫ່ງຊາດມາໃຫ້ປະຊາຊົນສອງປະເທດຂອງພວກເຮົາກໍຄືການທ້ອນໂຮມປະເທດຊາດ ຫວຽດນາມ ໃຫ້ເປັນເອກະພາບ. ພາຍຫຼັງທີ່ພວກເຮົາໄດ້ເຊັນສົນທິສັນຍາມິດຕະພາບເປັນຕົ້ນມາ, ພວກເຮົາໄດ້ກ່າວເຂົ້າສູ່ໄລຍະໃໝ່, ໄລຍະແຫ່ງການພົວພັນບົນພື້ນຖານເອກະລາດ, ສັນຕິພາບ. ສະນັ້ນ, ຍິ່ງເຮັດໃຫ້ພວກເຮົາມີໂອກາດຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນແລະກັນ. ອັນນັ້ນເປັນອັນທີ່ພົ້ນເດ່ັນເຮັດໃຫ້ການພົວພັນຂອງພວກເຮົານັບມື້ນັບໄດ້ຮັດແໜ້ນ ບໍ່ວ່າທາງດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເສດຖະກິດ-ການຄ້າ, ວັດທະນະທໍາແລະ ສັງຄົມ ລ້ວນແລ້ວແຕ່ໄດ້ກ້າວເຂົ້າສູ່ລວງເລິກ. ໃນໄລຍະ 35 ປິ ແຫ່ງການປ່ຽນແປງໃໝ່ ສອງປະເທດຂອງພວກເຮົາແມ່ນໄດ້ກ້າວເຂົ້າສູ່ການພົວພັນໃນລະດັບໃໝ່, ຮ່ວມກັນພັດທະນາປະເທດຊາດ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນສອງປະເທດຂອງພວກເຮົາມີຄວາມຈະເລີນກ້າວໜ້າ, ປະຊາຊົນນັບມື້ນັບມີຄວາມຢູ່ດີມີສຸກ, ສັງຄົມມີຄວາມສະຫງົບ ແລະ ກໍເປັນລະປຽບຮຽບຮ້ອຍ. ຈາກປັດໄຈທັງໝົດທີ່ກ່າວມານັ້ນ, ຍິ່ງເຮັດໃຫ້ການພົວພັນຂອງພວກເຮົານັບມື້ນັບເລິກເຊິ່ງ, ນັບມື້ນັບໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ເຊິ່ງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບໂລກ ແລະ ພາກພື້ນ.

ໂດຍອີງໃສ່ບັນດາຜົນງານທີ່ບັນລຸໄດ້ໃນຕະຫຼອດ 6 ທົດສະວັດຜ່ານມາ, ສອງປະເທດໄດ້ສຸມໃສ່ການພັດທະນາບາງຂົງເຂດສຳຄັນ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນ.

ໃນເມື່ອສະພາບການໂລກລະບາດໂຄວິດ - 19 ໄດ້ໂດຍພື້ນຖານໃນກາງປີ 2022 ນີ້, ແນ່ນອນແລ້ວວ່າ ສອງປະເທດຂອງພວກເຮົາໄດ້ສຸມໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ ເຮັດແນວໃດ ກັບຄືນມາສະພາບປົກກະຕິ ເພື່ອຮັບປະກັນໄດ້ຈັງຫວະການພັດທະນາຂອງປະເທດຂອງພວກເຮົາ ເພື່ອສືບເນື່ອງໄປຕາມເປົ້າໝາຍທີ່ພັກໄດ້ຮັບຮອງເອົາໄວ້. ແນ່ນອນແລ້ວວ່າ ເພື່ອໃຫ້ພວກເຮົາຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກນັ້ນ, ກ່ອນອື່ນໝົດ ພວກເຮົາຕ້ອງເພີ່ມທະວີການຮ່ວມມືເຊິ່ງກັນແລະກັນ, ໂດຍສະເພາະບັນດາສະຫາຍ ຫວຽດນາມ ທີ່ມີທ່າແຮງກວ່າ ຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ໃນໄລຍະຟື້ນຟູຫຼັງໂລກລະບາດໂຄວິດ - 19. ການນຳຂັ້ນສູງສອງປະເທດກໍໄດ້ໄປມາຫາສູ່ເຊິ່ງກັນແລະກັນ, ແນ່ນອນແລ້ວວ່າ ການແລກປ່ຽນຄະນະຜູ້ແທນຂັ້ນສູງສອງປະເທດຂອງພວກເຮົາ ເຊິ່ງບໍ່ແມ່ນພຽງແຕ່ໃນໄລຍະຫຼັງໂລກລະບາດໂຄວິດ - 19 ເທົ່ານັ້ນ, ໃນໄລຍະເກີດການແຜ່ລະບາດໂຄວິດ - 19 ການນຳຂັ້ນສູງສອງພັກຂອງລັດຂອງພວກເຮົາກໍໄດ້ໄປມາຫາສູ່ເຊິ່ງກັນແລະກັນ. ອັນນີ້ສະແດງໃຫ້ເຫັນລັກສະນະພິເສດຂອງສາຍພົວພັນລະຫວ່າງສອງປະເທດຂອງພວກເຮົາ. ທັງນີ້ກໍເພື່ອແລກປ່ຽນບົດຮຽນນຳກັນ ໃນສະພາບຕ່າງໆ ບໍ່ວ່າທັດສະນະຕໍ່ບັນຫາສາກົນ ຫຼື ພາກພື້ນ, ບົດຮຽນກ່ຽວກັບການຄຸ້ມຄອງ, ຄວບຄຸມໂລກລະບາດໂຄວິດ - 19 ກໍຄືແຜນການພັດທະນາຫຼັງການຟື້ນຟູໂລກລະບາດໂຄວິດ - 19. ນອກຈາກການຊ່ວຍເຫຼືອເຊິ່ງກັນແລະກັນທຳມະດາແລ້ວ, ພວກເຮົາຈະໄດ້ຮ່ວມມືກັນຊ່ວຍເຫຼືອກັນເພື່ອສົ່ງເສີມກັນທາງດ້ານການຄ້າ ແລະ ການລົງທຶນ, ສ່ວນດ້ານອື່ນ ແນ່ນອນແລ້ວວ່າ ພວກເຮົາຕ້ອງໄດ້ເພີ່ມທະວີການໃນກົນໄກການພົວພັນທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການສຶກສາວັດທະນະທຳ. ການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳກໍມີຄວາມໝາຍສຳຄັນຫຼາຍ ສ້າງຄົນລຸ້ນໃໝ່ ເພື່ອໃຫ້ເຂົາກາຍເປັນຂົວຕໍ່ໃຫ້ແກ່ສອງຊາດຂອງພວກເຮົາໃນການໄປມາຫາສູ່ເຊິ່ງກັນແລະກັນ, ໂດຍສະເພາະແມ່ນໃຫ້ເຂົາເຈົ້າໄດ້ຮຽນຮູ້ວັດທະນະທຳຂອງກັນ ແລະ ກັນ. ນອກຈາກນັ້ນກໍຕ້ອງເນັ້ນໃສ່ການສຶກສາອົບຮົມ, ໂຄສະນາເຜີຍແຜ່ໃຫ້ຄົນລຸ້ນໃໝ່ກ່ຽວກັບມູນເຊື້ອອັນດີງາມຂອງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ກັບ ລາວ”.

ຫວນຄືນໄລຍະທາງແຫ່ງການພັດທະນາການພົວພັນລະຫວ່າງ ສອງປະເທດ ຫວຽດນາມ ແລະ ລາວ ໃນ 60 ປີຜ່ານມາ, ພວກເຮົາມີຄວາມເອກອ້າງທະນົງໃຈເມື່ອເຫັນວ່າ ນ້ຳໃຈສາມັກຄີມິດຕະພາບບໍລິສຸດຜຸດຜ່ອງແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະລາວ ນັບມື້ນັບໄດ້ຮັບການປັບປຸງ, ປ່ຽນໃຫມ່ ແລະ ພັດທະນາຢ່າງເລິກເຊິ່ງ ກວ້າງຂວາງ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ ແລະ ພັດທະນາຂອງແຕ່ລະປະເທດ . ແຕ່ລະບາດກ້າວພັດທະນາຂອງສອງປະເທດ, ສອງຊາດໃນປະຈຸບັນ ລ້ວນແຕ່ມີການປະກອບສ່ວນຢ່າງຕັ້ງຫນ້າຂອງສອງຝ່າຍ, ເຮັດໃຫ້ການພົວພັນແບບພິເສດ ຫວຽດນາມ - ລາວ ນັບມື້ນັບໝັ້ນຫນຽວແຫນ້ນ. ເຖິງວ່າ ສະພາບການໂລກ, ພາກພື້ນ ພວມຜັນແປຢ່າງວ່ອງໄວ ແລະສັບສົນ, ມີກາລະໂອກາດ ແຕ່ກໍມີ ສິ່ງທ້າທາຍສະຫລັບກັນໄປ ແຕ່ດ້ວຍນ້ຳໃຈສາມັກຄີມິດຕະພາບແບບພິເສດຂອງສອງປະເທດທີ່ຮ່ວມສາຍພູຫລວງຮ່ວມແມ່ຂອງ ຮ່ວມສຸກຮ່ວມທຸກນຳກັນໃນຫລາຍທົດສະວັດ ນັບທັງໃນໄລຍະຕໍ່ສູ້ກູ້ຊາດກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງສອງປະເທດ. ສາຍພົວພັນ ຫວຽດນາມ - ລາວ ຍັງຄົງແມ່ນສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ, ຫາຍາກ ນັບມື້ນັບພັດທະນາທັງລວງກວ້າງ ແລະ ລວງເລິກ, ນັບມື້ນັບມີປະສິດທິຜົນ ແລະ ນຳມາເຊິ່ງຜົນປະໂຫຍດແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ ຫວຽດນາມແລະລາວ ໃນທຸກຂົງເຂດ.

ວີ​ໂອ​ວີ

ເຫດການ