ການແຂ່ງຂັນມິດຕະພາບ ບານເຕະ - ກິດຈະກໍາເຊື່ອມຕໍ່ ແລະ ຜູກພັນຊຸມຊົນໃນເຢຍລະມັນ

07:52 | 06/09/2022

ຍສໝ - ຫວ່າງແລ້ວນີ້, ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ (2/9/1945 – 2/9/2022) ​ແລະ ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ ​ເຢຍລະ​ມັນ 3/10/1990 – 3/10/2022), ສະມາຄົມ​ຫວຽດນາມ ຢູ່​ ລັດ Brandenburg ຮ່ວມກັບ ສະໂມສອນ SC VLC Berlin e.V ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ 3 ທີມ FC ສະຖານທູດ, ​​FC Dresden ແລະ SC VLC Berlin e.V.

ການປົກປັກຮັກສາ ແລະ ພັດທະນາດ້ານວັດທະນະທໍາ ຢູ່ ເຢຍລະມັນ ການປົກປັກຮັກສາ ແລະ ພັດທະນາດ້ານວັດທະນະທໍາ ຢູ່ ເຢຍລະມັນ
ຂີດໝາຍ 35 ປີ​​ ແຫ່ງການ​ຮ່ວມ​ມື​ດ້ານ​ແຮງ​ງານ ຫວຽດນາມ-ເຢຍລະມັນ ຂີດໝາຍ 35 ປີ​​ ແຫ່ງການ​ຮ່ວມ​ມື​ດ້ານ​ແຮງ​ງານ ຫວຽດນາມ-ເຢຍລະມັນ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູກວາງ​ມິນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ເພື່ອ​ສະ​ເຫຼີ​ມສະຫຼອງ 77 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ 32 ປີ​ແຫ່ງ​ການໂຮມເປັນເອກະພາບ​ປະ​ເທດ​ ​ເຢຍລະ​ມັນ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ບານ​ເຕະ​ມິດຕະພາບ​ລະຫວ່າງ 3 ທີມ FC ສະຖານທູດ, ​​FC Dresden ແລະ SC VLC Berlin e.V.

ການແຂ່ງຂັນມິດຕະພາບ ບານເຕະ - ກິດຈະກໍາເຊື່ອມຕໍ່ ແລະ ຜູກພັນຊຸມຊົນໃນເຢຍລະມັນ

ການແຂ່ງຂັນມິດຕະພາບ ບານເຕະ - ກິດຈະກໍາເຊື່ອມຕໍ່ ແລະ ຜູກພັນຊຸມຊົນໃນເຢຍລະມັນ. (ພາບ: baotintuc)

ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ, ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ທີ່​ມີ​ຄວາມ​ໝາຍ ​ເພື່ອ​ເຊື່ອມ​ໂຍງ ​ແລະ ​ສະໜິດຕິດພັນ​ເຂົ້າ​ກັບ​ປະຊາ​ຄົມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ສຸຂະພາບ ​ແລະ ສຶກສາ​ເຊິ່ງກັນ ​ແລະ ກັນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ຕໍ່​ຈິດ​ໃຈ​ສາມັກຄີ​ຂອງ​ທີມ, ຈິດ​ໃຈ​ກິລາ​ບານ​ເຕະ “ຍຸດຕິ​ທຳ” ດ້ວຍ​ມາດຖານ “ມ່ວນ​ຊື່ນ​ເປັນ​ຫຼັກ”.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ກໍ່​ໄດ້​ຊົມ​ເຊີຍ ​ແລະ ຂອບ​ໃຈ​ຄະນະຈັດ​ຕັ້ງ​ທີ່​ໄດ້​ສ້າງ “ສະໜາມ​ຫຼິ້ນ” ທີ່ເປັນ​ປະ​ໂຫຍ​ດ ​ແລະ ມີ​ຄວາມ​ໝາຍ, ນຳ​ຄວາມ​ສາມັກຄີ​ມາໃຫ້​ຊາວ ຫວຽດນາມ ຢູ່ ​ເຢຍລະ​ມັນຕື່ມອີກ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ກໍ່ສະແດງຄວາມຊົມເຊີຍຢ່າງສຸດໃຈ ​ຕໍ່​ບັນດາ​ນັກ​ກິລາ​ເວົ້າລວມ ແລະ ນັກສູ້ທີ່​ນຳ​ເອົາ​ໄຊຊະນະ​ມາ​ໃຫ້​ແກ່​ທີມຂອງ​ສະຖານທູດ. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ່​ປາດ​ຖະໜາ​ວ່າ ບັນດາ​ການ​ແຂ່ງຂັນ​ກິລາ​ມິດຕະພາບ​ຈະ​ກາຍ​ເປັນ​ຄວາມ​ຊົງ​ຈຳ​ທີ່​ດີ​ຂອງ​ນັກ​ກິລາ​ແຕ່ລະຄົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ ຫວຽດນາມ - ​ເຢຍລະ​ມັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.