60 ປີແຫ່ງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ຫວຽດນາມ-ລາວ

18:29 | 05/09/2022

ນັບແຕ່ເມື່ອສອງປະເທດ ສ້າງຕັ້ງການພົວພັນທາງການທູດ ຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ ນັບມື້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ສອດຄ່ອງກັບສະພາບຕົວຈິງ ແລະນໍາເອົາຜົນປະໂຫຍດອັນແທ້ຈິງມາໃຫ້ປະຊາຊົນສອງປະເທດ.

ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະຫວຽດນາມ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະຫວຽດນາມ
ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ
ທ່ານ ຟ້າມມິງຈີ້້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ລາວ ກົດປຸ່ມເປີດປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022. ພາບ: TTXVN
ທ່ານ ຟ້າມມິງຈີ້້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ລາວ ກົດປຸ່ມເປີດປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022. ພາບ: TTXVN

ກວ່າເຄິ່ງສະຕະວັດທີ່ຜ່ານໄປ, ເຖິງວ່າສະພາບການໂລກ ມີການປ່ຽນແປງຫຼາຍຢ່າງ, ແຕ່ພາຍໃຕ້ການນໍາພາຂອງສອງພັກ, ປະຊາຊົນຫວຽດນາມ ແລະປະຊາຊົນລາວ ໄດ້ຮ່ວມແຮງຮ່ວມໃຈ, ຄຽງບ່າຄຽງໄຫຼ່ກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະທ້ອນໂຮມປະເທດຊາດ ໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ.

ເຫດການປະຫວັດສາດ

ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີແມ່ນ້ຳລຳເຊ ແລະສາຍພູຫຼວງຕິດຈອດກັນ, ການພົວພັນສະໜິດຕິດພັນຖານອ້າຍນ້ອງລະຫວ່າງສອງຊາດຫວຽດນາມ ແລະລາວ ໄດ້ຮັບການກໍາ ເນີດເຕີບໃຫຍ່ ແລະປັບປຸງພ້ອມກັບປະຫວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ. ພິເສດໃນຫຼາຍທົດສະວັດທີ່ຜ່ານມາ, ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສະໜິດຕິດພັນອັນສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດ ໂດຍ ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ການນໍາຮຸ່ນຕ່າງໆຂອງສອງພັກ, ສອງລັດ, ປະຊາຊົນສອງປະເທດ ເພີ່ມພູນຄູນສ້າງ, ໄດ້ຮັບການຫຼໍ່ຫຼອມຜ່ານສິ່ງທົດສອບຫຼາຍຢ່າງ ແລະໄດ້ຮັບການຫຼໍ່ຫຼອມດ້ວຍເຫື່ອແຮງ ແລະເລືອດເນື້ອຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຮຸ່ນຕ່າງໆ, ເພື່ອກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ.

60 ປີກ່ອນນີ້, ພາຍຫຼັງສັນຍາເຊີແນວ ກ່ຽວກັບ ລາວ ໄດ້ຮັບການລົງນາມ, ຫວຽດນາມ ແລະລາວ ໄດ້ເຫັນດີເປັນເອກະພາບສ້າງຕັ້ງການພົວພັນທາງການທູດ ໃນວັນທີ 5 ກັນຍາ 1962, ເປີດໜ້າປະຫວັດສາດໃໝ່ໃນພາລະກິດປັບປຸງ ແລະພັດທະນາກວ່າອີກສາຍພົວພັນລະຫວ່າງສອງປະເທດ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢັ້ງຢືນວ່າ: “ນີ້ແມ່ນເຫດການປະຫວັດສາດທີ່ສໍາຄັນໃນການພົວພັນລະຫວ່າງສອງປະເທດ ແລະເປັນບາດລ້ຽວໃໝ່ແຫ່ງໄຊຊະນະໃນແນວຮົບການທູດຂອງກໍາລັງປະຕິວັດຂອງສອງພັກ, ສອງລັດ ຫວຽດນາມ ແລະລາວ”.

ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະຍາດເອົາເອກະລາດຂອງແຕ່ລະປະເທດ, ຄວາມສະໜິດຕິດພັນອັນສະໜິດແໜ້ນ, ການຊ່ວຍເຫຼືອຢ່າງໝົດຈິດໝົດໃຈລະຫວ່າງສອງປະເທດ, ສອງຊາດຫວຽດນາມ ແລະລາວ ໄດ້ກາຍເປັນກໍາລັງແຮງອັນລົ້ນເຫຼືອ ແລະເປັນປັດໄຈສໍາຄັນ ປະກອບສ່ວນນໍາການປະຕິວັດສອງປະເທດ ໄປຈາກໄຊນະນະນີ້ເຖິງໄຊຊະນະອື່ນ, ກ້າວສູ່ໄຊຊະນະຢ່າງສົມບູນໃນປີ 1975.

ການຮ່ວມມືຮອບດ້ານໃນທຸກຂົງເຂດ

ເມື່ອຮັບຮູ້ໄດ້ຄວາມສໍາຄັນທີ່ຈໍາເປັນຕ້ອງເພີ່ມທະວີການພົວພັນ ແລະ ການຮ່ວມມືໃນທຸກຂົງເຂດ, ວັນທີ 18 ກໍລະກົດ 1977, ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ແລະປະທານ ໄກສອນ ພົມວິຫານ ໄດ້ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ. ນັບແຕ່ນັ້ນມາ, ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ໄດ້ກ້າວສູ່ໜ້າປະຫວັດສາດໃໝ່ໃນເງື່ອນໄຂໃໝ່.

ໃນການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ, ການນໍາຂັ້ນສູງສອງປະເທດ ລ້ວນແຕ່ຢັ້ງຢືນສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນທຸກຂົງເຂດ ແນໃສ່ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ. ພ້ອມກັນນັ້ນ, ມີບັນດາກົນໄກ, ນະໂຍບາຍ ແລະຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະເປົ້າໝາຍຍຸດທະສາດທີ່ວາງອອກ ຢ່າງມີປະສິດທິຜົນ ດ້ວຍວິໄສທັດທີ່ກວ້າງຂວາງ, ຮອບດ້ານ ແລະຍາວນານກວ່າ...

ທ່ານ ພັນຄໍາ ວິພາພັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນັ້ນໜັກ ວ່າ: “ການພົວພັນດ້ານການເມືອງ ສືບຕໍ່ສະໜິດຕິດພັນຢ່າງແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງ, ການນໍາຂັ້ນສູງພົບປະກັນເປັນປະຈຳ ດ້ວຍຫຼາຍຮູບການ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ ນັບມື້ນັບແໜ້ນແຟ້ນ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ ແລະວັດທະນະທໍາສັງຄົມ, ການສຶກສາບັນລຸໝາກຜົນແທດຈິງຫຼາຍຢ່າງ. ສອງຝ່າຍເອົາໃຈໃສ່, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເປັນຢ່າງດີ. ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ ນັບມື້ນັບເປີດກວ້າງ, ສະໜິດຕິດພັນ ແລະນໍາມາເຊິ່ງປະສິດທິຜົນສູງ”.

ບັນດາໝາກຜົນຮ່ວມມືອັນໃຫຍ່ຫຼວງທີ່ບັນລຸໄດ້ໃນປັດຈຸບັນແມ່ນຊັບສົມບັດອັນລໍ້າຄ່າຂອງທັງສອງຊາດ, ເຊິ່ງ ການນໍາ ແລະປະຊາຊົນສອງປະເທດ ຫວຽດນາມ ແລະລາວ ຮຸ່ນຕ່າງໆ ຍາມໃດກໍຮັກສາ, ເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນາຂຶ້ນສູ່ລະດັບສູງໃໝ່.

ສາຍພົວພັນອັນບໍລິສຸດຜຸດຜ່ອງ

ໃນສະພາບການໂລກ ແລະພາກພື້ນ ມີການຜັນແປຢ່າງສັບສົນ, ໄວວາ ແລະຄາດເດົາໄດ້ຍາກ, ບັນດາອິດທິກໍາລັງປໍລະປັກ ກໍາລັງມີກົນອຸບາຍ ແລະຊອກຫາທຸກເລ່ລ່ຽມ ເພື່ອທໍາລາຍ, ບິດເບືອນສາຍພົວພັນລາວ-ຫວຽດນາມ, ສະນັ້ນ ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຕ້ອງເປັນເຈົ້າການສະກັດກັ້ນ, ເອົາໃຈໃສ່, ເບິ່ງແຍງດູແລຢ່າງບໍ່ຢຸດຢັ້ງ, ສຶກສາອົບຮົມໃຫ້ແກ່ຄົນຮຸ່ນໜຸ່ມສອງປະເທດ ເຂົ້າໃຈຢ່າງເລິກເຊິ່ງ ກວ້າງຂວາງກ່ຽວກັບການພົວພັນພິເສດລາວ-ຫວຽດນາມ, ກ່ຽວກັບໄລຍະປະຫວັດສາດອັນສະຫງ່າອົງອາດ, ກ່ຽວກັບຜົນງານຂອງຄົນຮຸ່ນກ່ອນ ທີ່ໄດ້ເພີ່ມພູນຄູນສ້າງ, ເພື່ອໃຫ້ຄົນຮຸ່ນໜຸ່ມປັດຈຸບັນ ແລະ ພາຍພາກໜ້າ ຖືນັ້ນແມ່ນຄວາມຮັບຜິດຊອບດ້ານການເມືອງຂອງຕົນເອງ, ໃນພາລະກິດປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອການພົວພັນສາມັກຄີພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເນັ້ນໜັກວ່າ: “ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍເດັດດ່ຽວ ແລະຈະພ້ອມກັບບັນດາສະຫາຍຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນສາມັກຄີມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ; ເພີ່ມທະວີ ແລະຍົກລະດັບການຮ່ວມມືໃນທຸກຂົງເຂດໃຫ້ນັບມື້ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ ແນໃສ່ນໍາເອົາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ.

“ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່

ຫຼາຍນໍ້າໃຫຍ່ ແລະໂຄກຄ້ອຍ ຂວາງກັ້ນກໍດຸ່ງໄປ

ສອງຊາດ ລາວ-ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ

ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”.

ການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ໄດ້ຮັບການສະໜັບສະໜູນ, ການເຂົ້າຮ່ວມຢ່າງສຸດໃຈຂອງປະຊາຊົນສອງປະເທດ ແລະໄດ້ສະແດງອອກຢ່າງມີຊີວິດຊີວາຜ່ານບັນດາບົດເພງ, ບົດກອນ, ບົດນໍາ ຫຼື ບົດປາຖະກະຖາທີ່ມີເນື້ອໃນຢ່າງເລິກເຊິ່ງ, ເຕັມໄປດ້ວຍອາລົມຈິດ, ຍ້ອງຍໍນໍ້າໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະຫາຍາກຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ໃນຕະຫຼອດໄລຍະ 60 ປີຜ່ານມາ, ປະຊາຊົນຫວຽດນາມ ແລະປະຊາຊົນລາວ ມີຄວາມເອກອ້າງທະນົງໃຈຕໍ່ສາຍພົວພັນຈົ່ງຮັກພັກດີ, ບໍລິສຸດຜຸດຜ່ອງ, ລະຫວ່າງສອງຊາດ ຫວຽດນາມ-ລາວ ອ້າຍນ້ອງ.

la.qdnd.vn

ເຫດການ
302 Found

Found

The document has moved here.