ສະຖານທູດຫວຽດນາມ ປະຈໍາ ລາວ ຈັດຕັ້ງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ

18:53 | 03/09/2022

ຕອນຄໍ່າວັນທີ 2 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ຈັດຕັ້ງງານລ້ຽງສະເຫຼີມລະຫຼອງ 77 ປີແຫ່ງວັນຊາດ ສສ ຫວຽດນາມ.

ເພື່ອນມິດສາກົນອວຍພອນຫວຽດນາມເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມ ເພື່ອນມິດສາກົນອວຍພອນຫວຽດນາມເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມ
ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້ ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້
ຜູ້ແທນເຂົ້າຮ່ວມພິທີ. ພາບ: nhandan.vn
ຜູ້ແທນເຂົ້າຮ່ວມພິທີ. ພາບ: nhandan.vn

ເຂົ້າຮ່ວມມີສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດລາວ, ຜູ້ຕາງໜ້າສະຖານທູດປະເທດຕ່າງໆ, ບັນດາອົງການສາກົນພ້ອມກັບຊາວຫວຽດນາມ ອາໄສຢູ່ລາວ ເປັນຈໍານວນຫຼວງຫຼາຍ.

ໃນບັນຍາກາດທີ່ອົບອຸ່ມ, ເຕັມໄປດ້ວຍນໍ້າໃຈມິດຕະພາບ ແລະຄວາມສາມັກຄີ, ສະຫາຍ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໄດ້ເນັ້ນໜັກວ່າ 77 ປີຜ່ານມາ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ໄດ້ກາຍເປັນປະເທດທີ່ພວມພັດທະນາຕາມທິດສີຂຽວ ແລະແບບຍືນຍົງ, ຍູ້ແຮງການຫັນເປັນອຸດສາຫະກໍາ, ທັນສະໄໝ, ຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສິດເສລີ, ປະຊາທິປະໄຕໄດ້ຮັບປະກັນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັກສາໄວ້ຢ່າງໝັ້ນຄົງ, ການເມືອງສັງຄົມໝັ້ນຄົງ, ວຽກງານພົວພັນຕ່າງປະເທດ ແລະເຊື່ອມໂຍງກັບສາກົນໄດ້ຮັບການເພີ່ມທະວີ, ຖານະ ແລະບົດບາດສາກົນຂອງຫວຽດນາມ ນັບມື້ນັບສູງ.

ສະຫາຍ ຫງວຽນບາຮຸ່ງ ໃຫ້ຮູ້ວ່າ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ສສ ຫວຽດນາມ ປີນີ້, ພ້ອມກັບບັນຍາກາດຟົດເຟືອນຂອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ແລະນັບຮ້ອຍກິດຈະກຳສະເຫຼີມສະຫຼອງນັ້ນໄດ້ຊ່ວຍແຜ່ຂະຫຍາຍ, ເພີ່ມກໍາລັງໜູນເພື່ອໃຫ້ການພົວພັນ ແລະການຮ່ວມມືລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ຍືນຍົງ. ສະຫາຍ ຫງວຽນບາຮຸ່ງ ຍັງສະແດງຄວາມຮູ້ບຸນຄຸນຕໍ່ການນໍາພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງທີ່ຍາມໃດກໍ່ສາມັກຄີ, ສະໜັບສະໜູນ ແລະຊ່ວຍເຫຼືອຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ສະຫາຍ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ ພັກ, ລັດ ແລະປະຊາຊົນລາວ ປິຕິຊົມຊື່ນ ແລະຊົມເຊີຍບັນດາໄຊຊະນະ ແລະຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງບັນລຸໃນ 77 ປີຜ່ານມາ. ໄຊຊະນະ ແລະຜົນງານນີ້ແມ່ນແຫຼ່ງລະດົມກໍາລັງໃຈ ແລະເປັນກໍາລັງໜູນຢ່າງແຮງໃຫ້ແກ່ພັກ, ລັດ ແລະປະຊາຊົນລາວ ໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຂອງຕົນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.