ເພື່ອນມິດສາກົນອວຍພອນຫວຽດນາມເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມ

07:00 | 04/09/2022

ຕອນຄ່ຳວັນທີ 2 ກັນຍາ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳນະຄອນ Sydney ປະເທດ ອົດສະຕາລີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ຫວຽດນາມ.

ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້ ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້
ເອກອັກຄະລັດຖະທູດລາວ ປະຈໍາ ຝະລັ່ງ ອວຍພອນວັນຊາດຫວຽດນາມ ຄົບຮອບ 77 ປີ ເອກອັກຄະລັດຖະທູດລາວ ປະຈໍາ ຝະລັ່ງ ອວຍພອນວັນຊາດຫວຽດນາມ ຄົບຮອບ 77 ປີ
ສຸສານປະທານໂຮ່ຈິມິນ
ສຸສານປະທານໂຮ່ຈິມິນ

ຕາງໜ້າຜູ້ວ່າການລັດ New South Wales, ທ່ານ Scott Farlow ສະມາຊິກສະພານິຕິບັນຍັດເນັ້ນໜັກວ່າ ຫວຽດນາມ ໄດ້ຮັບຖືເປັນຕະຫຼາດຫຼັກແຫຼ່ງໃນຍຸດທະສາດການຄ້າຂອງລັດນີ້ ແລະ ປາດຖະໜາຢາກປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ ແລະ ນຳຫວຽດນາມກາຍເປັນປະເທດປະສົບຜົນສຳເລັດດີກ່ວາເກົ່າ.

ແລະກໍໃນຕອນຄ່ຳວັນທີ 2 ກັນຍານີ້, ພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ຫວຽດນາມ ໄດ້ຖືກໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງໂຕກຽວ (ຍີ່ປຸ່ນ). ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ວູ້ຮົ່ງນາມໄດ້ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ, ແລະ ທົບທວນຄືນບັນດາຂີດໝາຍທີ່ສຳຄັນໃນການພົວພັນລະຫວ່າງ 2 ປະເທດ.

ຜູ້ຕາງໜ້າຝ່າຍຍີ່ປຸ່ນ ກໍ່ໄດ້ສົ່ງຄຳອວຍພອນເຖິງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດວັນຊາດ, ຕີລາຄາສູງການພັດທະນາຂອງຫວຽດນາມ ແລະ ຕີລາຄາສູງຕໍ່ການພັດທະນາຂອງຫວຽດນາມໃນຫຼາຍປີຜ່ານມາ, ແລະ ຢືນຢັນການພັດທະນາຂອງຫວຽດນາມ ມີຄວາມໝາຍສຳຄັນຕໍ່ສັນຕິພາບ, ສະຖຽນລະພາບ. ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນແລະໃນໂລກ. ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ບັນດາຜູ້ແທນໃຫ້ຮູ້ວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ກ້ວາງເລິກລະຫວ່າງ 2 ປະເທດ ໄດ້ຮັບການຖືເປັນສຳຄັນ ແລະ ຊຸກຍູ້ຈາກການນຳ 2 ປະເທດໃຫ້ຮັບມື້ນັບພັດທະນາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.