ໄຂງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ-ລາວ”

14:38 | 05/09/2022

ຍສໝ - ງານວາງສະແດງມີຮູບພາບ, ເອກະສານ, ວັດຖຸພັນກວ່າ 200 ຢ່າງທີ່ພົ້ນເດັ່ນໄດ້ສ່ອງແສງໃຫ້ເຫັນກ່ຽວກັບນໍ້າໃຈສາມັກຄີທີ່ສະໜິດຕິດພັນຂອງພັກ, ລັດ, ກອງທັບ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ
ກະຊວງຕໍາຫຼວດ ແລະ ກະຊວງການຕ່າງປະເທດ ສະເໜີບັນດາປະເທດສົມທົບກັນເພື່ອແກ້ໄຂຄວາມຫຍຸ້ງຍາກ,  ອອກວີຊາໃຫ້ໜັງສືຜ່ານແດນແບບໃໝ່ໂດຍໄວ ກະຊວງຕໍາຫຼວດ ແລະ ກະຊວງການຕ່າງປະເທດ ສະເໜີບັນດາປະເທດສົມທົບກັນເພື່ອແກ້ໄຂຄວາມຫຍຸ້ງຍາກ, ອອກວີຊາໃຫ້ໜັງສືຜ່ານແດນແບບໃໝ່ໂດຍໄວ

ຫວ່າງແລ້ວນີ້, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ຈັດພິທີໄຂງານວາງສະແດງ “ສາຍຈິດມິດໃຈຫວຽດນາມ-ລາວ” ຢູ່ຫ້ອງວາງສະແດງຂອງຫໍພິພິທະພັນ. ນີ້ແມ່ນການເຄື່ອນໄຫວທີ່ໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (5-9-1962/5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຮອບດ້ານ ຫວຽດນາມ-ລາວ (18-7-1977/18-7-2022).

ທ່ານ ພົນຕີ ຈິ້ງວັນກວຽດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະ ເປັນປະທານພິທີໄຂ. ສ່ວນຝ່າຍລາວ ມີທ່ານ ວັນນະໄຊ ເທບທິລາດ ເລຂາເອກຂອງສະຖານທູດ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ.

ໄຂງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ-ລາວ”
ໄຂງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ-ລາວ”. ພາບ: thoidai.com.vn

ທ່ານ ພັນໂທ ເລຫວູຮຸຍ - ຫົວໜ້າຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ ໃຫ້ຮູ້ວ່າ ຜ່ານງານວາງສະແດງ “ສາຍຈິດມິດໃຈຫວຽດນາມ-ລາວ” ຂອງຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ, ພວກຂ້າພະເຈົ້າຢາກສົ່ງສານ ນັ້ນແມ່ນສາຍພົວພັນແບບພິເສດຫວຽດນາມ-ລາວ ທີ່ໄດ້ສ້າງໃນຕະຫຼອດໄລຍະປະຫວັດສາດແຫ່ງການຕໍ່ສູ້ຕ້ານຝຣັ່ງ ແລະ ອາເມລິກາ ແລະ ພິເສດແມ່ນໄລຍະໃໝ່ໃນປະຈຸບັນ. ເພີ່ອເຮັດໃຫ້ສານຂອງງານວາງສະແດງໂດດເດັ່ນນັ້ນ, ພວກຂ້າພະເຈົ້າໄດ້ຄັດເລືອກເອົາຮູບພາບ, ວັດຖຸພັນທີ່ເປັນເອກະລັກທີ່ສຸດ ເຊິ່ງສະແດງໃຫ້ເຫັນຄວາມສາມັກຄີທີ່ສະໜິດຕິດພັນລະຫວ່າງສອງພັກ, ສອງລັດ ແລະ ສອງຊາດ. ສິ່ງທີ່ຂ້າພະເຈົ້າຈັບໃຈ ທີ່ສຸດຢູ່ໃນງານວາງສະແດງນີ້ກໍ່ແມ່ນບັນດາຮູບພາບ, ວັດຖຸພັນທີ່ສະແດງ ໃຫ້ເຫັນການເສຍສະຫຼະ, ຄວາມສະໜິດຕິດພັນຂອງສອງປະເທດ ບໍ່ພຽງແຕ່ຢູ່ ໃນການຕໍ່ສູ້ເທົ່ານັ້ນ, ຫາກຍັງຢູ່ໃນໄລຍະໃໝ່ໃນປະຈຸບັນອີກດ້ວຍ.

ງານວາງສະແດງມີຮູບພາບ, ເອກະສານ, ວັດຖຸພັນກວ່າ 200 ຢ່າງທີ່ພົ້ນເດັ່ນໄດ້ສ່ອງແສງໃຫ້ເຫັນກ່ຽວກັບນໍ້າໃຈສາມັກຄີທີ່ສະໜິດຕິດພັນຂອງພັກ, ລັດ, ກອງທັບ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ງານວາງສະແດງແມ່ນເພື່ອແນໃສ່ໂຄສະນາໃຫ້ພະນັກງານ, ນັກຮົບກໍາລັງ ປະກອບອາວຸດ ແລະ ປະຊາຊົນ, ພິເສດແມ່ນຮຸ່ນໜຸ່ມ ເຂົ້າໃຈກ່ຽວກັບ ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີຕໍ່ສູ້ລະຫວ່າງຫວຽດນາມ ແລະລາວ ຢ່າງຈະແຈ້ງກວ່າອີກ; ປະກອບສ່ວນຮັກສາ, ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມລະຫວ່າງພັກ, ລັດ, ກອງທັບ ແລະ ປະຊາຊົນສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ງານວາງສະແດງເປີດປະຕູຕ້ອນຮັບແຂກຢ້ຽມຊົມໄປຮອດວັນທີ 30 ກັນຍາຈຶ່ງອັດລົງ.

ບູນມີ

ເຫດການ
302 Found

Found

The document has moved here.