ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ

14:04 | 05/09/2022

ຍສໝ - ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ແມ່ນອົງການຕາງໜ້າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ ແລະ ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ.

ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ
ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - Azerbaijan ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - Azerbaijan

ຫວ່າງແລ້ວນີ້, ສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ ໄດ້ຈັດພິທີປະກາດຂໍ້ຕົກລົງສ້າງຕັ້ງ ແລະ ສະເໜີຕົວຄະນະບໍລິຫານງານສະມາຄົມຢູ່ ນະຄອນ ກົວລາລຳເປີ.

ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ
ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ. ພາບ: TTXVN

ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ແມ່ນອົງການຕາງໜ້າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ ແລະ ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ. ການເຄື່ອນໄຫວຂອງສະມາຄົມແມ່ນມຸ່ງໄປເຖິງການຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງປະຊາຊົນສອງປະເທດ, ອົງການ, ໝູ່ຄະນະຂອງ ຫວຽດນາມ ແລະ ມາເລເຊຍ ເລິກເຊິ່ງຂຶ້ນຕື່ມ; ຍົກສູງການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ; ໂຄສະນາ ແລະ ໜູນຊ່ວຍປະຊາຊົນ ຫວຽດນາມ ເຄົາລົບກົດໝາຍປະເທດປະຈຳຖິ່ນ... ທ່ານນາງ ເຈິ່ນທິຈາງ, ຜູ້ສ້າງຕັ້ງ ສະມາຄົມແມ່ຍິງ ຫວຽດນາມ, ສະໂມສອນພາສາຫວຽດ ແລະ ຄະນະຕິດຕໍ່ຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ, ປະຈຸບັນແມ່ນປະທານ ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ.

ໂດຍອວຍພອນສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ທີ່ໄດ້ ຮັບການສ້າງຕັ້ງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ເຈິ່ນຫວຽດທາຍ ຕີລາຄາສູງບົດບາດຂອງທ່ານນາງ ເຈິ່ນທິຈາງ ໃນບັນດາການເຄື່ອນໄຫວການກຸສົນໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ, ພ້ອມທັງສະແດງຄວາມຫວັງວ່າ ສະມາຄົມຈະຕິດພັນ ແລະ ຊຸກຍູ້ການພົວພັນລະຫວ່າງ 2 ປະເທດຫຼາຍກວ່າອີກ.

ບູນມີ

ເຫດການ
302 Found

Found

The document has moved here.