ການຮ່ວມມືດ້ານພະລັງງານຫວຽດນາມ - ລາວ: ຈາລືກຄວາມສາມັກຄີພິເສດ

12:08 | 05/09/2022

ຍສໝ - ປີນີ້ຫວຽດນາມ ແລະ ລາວໄດ້ສະເຫຼີມສະຫຼອງສາຍພົວພັນການຮ່ວມມືຄົບຮອບ 60 ປີ (5/9/1962 - 5/9/2022). ໃນບັນດາປີຜ່ານມາຫວຽດນາມ - ລາວໄດ້ເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ, ຜ່ານນັ້ນ ກໍໄດ້ຈາລືກຢ່າງເລີກເຊີ່ງຄວາມສາມັກຄີແບບພິເສດລະຫວ່າງພັກ ແລະ ປະຊາຊົນສອງປະເທດ. ເນື່ອງໃນໂອກາດນີ້, ນັກຂ່າວໄດ້ມີການພົບປະກັບ ທ່ານ ໂງເຊີນຫ້າຍ - ຮອງອໍານວຍການໃຫຍ່ ກຸ່ມບໍລິສັດໄຟຟ້າຫວຽດນາມ.

ຫວຽດນາມ ພ້ອມແລ້ວທີ່ຈະປະກອບໃຫ້ຄວາມມານະພະຍາຍາມຊຸກຍູ້ການຫັນປ່ຽນດີຈີຕອນຂອງ ສປຊ ຫວຽດນາມ ພ້ອມແລ້ວທີ່ຈະປະກອບໃຫ້ຄວາມມານະພະຍາຍາມຊຸກຍູ້ການຫັນປ່ຽນດີຈີຕອນຂອງ ສປຊ
ຕໍາຫຼວດຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງ ສປຊ ຕໍາຫຼວດຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງ ສປຊ
ທ່ານ ໂງ ເຊີນ ຫ້າຍ – ຮອງອໍານວຍການໃຫຍ່ EVN
ທ່ານ ໂງເຊີນຫ້າຍ – ຮອງອໍານວຍການໃຫຍ່ EVN

ນຂ: ໃນຂົງເຂດພະລັງງານ, ຫວຽດນາມ ແລະ ລາວໄດ້ມີການຮ່ວມມືແນວໃດ? ບັນດາຜົນງານພົ້ນເດັ່ນທີ່ຍາດໄດ້ໃນໄລຍະຜ່ານມາແມ່ນຫຍັງ?

ທ່ານ ໂງເຊີນຫ້າຍ: ຕາມບົດບັນທຶກຊ່ວຍຈໍາ ລະຫວ່າງ ລັດຖະບານຫວຽດນາມ ແລະ ລັດຖະບານລາວໄດ້ລົງນາມວັນທີ 5 ຕູລາ 2016, ຍອດກໍາລັງແຮງໄຟຟ້າທີ່ນໍາເຂົ້າຈາກລາວມາຫວຽດນາມຢ່າງໜ້ອຍຮອດປີ 2025 ແມ່ນ 3.000 MW ແລະ ມາຮອດ 2030 ແມ່ນ 5.000 MW. ໃນໄລຍະຜ່ານມາ, EVN ໄດ້ເຮັດວຽກກັບເຈົ້າຂອງລົງທຶນບັນດາໂຄງການໄຟຟ້າຢູ່ລາວ ແລະ ໄດ້ເຊັນສັນຍາຊື້ຂາຍໄຟຟ້າ 18 ສະບັບ ເພື່ອຊື້ໄຟຢູ່ບັນດາໂຄງການໄຟຟ້າຢູ່ລາວດ້ວຍຍອດກໍາລັງແຮງແມ່ນ 2.180 MW (ລວມທັງຫຼາຍຮູບແບບໂຄງການຄື: ໄຟຟ້ານໍ້າຕົກ, ໄຟຟ້າແຮງລົມ). ປະຈຸບັນ EVN ກໍາລັງປະສານສົມທົບກັບເຈົ້າຂອງລົງທຶນບັນດາໂຄງການໄຟຟ້າຢູ່ລາວ, ເພື່ອສະເໜີໄປກະຊວງອຸດສະຫາກໍາ ແລະ ການຄ້າ, ຫຼັງຈາກນັ້ນໃຫ້ກະຊວງອຸສະຫາກໍາ ແລະ ການຄ້າສະເໜີໄປຍັງນາຍົກລັດຖະມົນຕີອະນຸມັດໃຫ້ເພິ່ມການນໍາເຂົ້າໄຟຟ້າຈາກລາວ ເພື່ອຕອບສະໜອງຄວາມຕ້ອງການຂອງລະບົບໄຟຟ້າຫວຽດນາມໃນໄລຍະຈະມາເຖິງຕາມກໍານົດທິດຂອງລັດຖະບານສອງປະເທດ.

ຄຽງຄູ່ກັບການຊື້ໄຟຟ້າຈາກລາວ, EVN ກໍ່ໄດ້ລົງທຶນສ້າງລະບົບໄຟຟ້າແຮງກາງ ແລະ ແຮງຕໍ່າເພື່ອຈໍາໜ່າຍໄຟຟ້າ, ຂາຍໄຟຟ້າເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມບັນດາທ້ອງຖິ່ນຕາມແລວທາງຊາຍແດນຫວຽດ - ລາວ ຂອງ ສປປ ລາວ. ການສະໜອງໄຟຟ້າ EVN ລ້ວນແຕ່ໄດ້ຮັບປະກັນຄວາມປອດໄພ, ໝັ້ນຄົງ, ຄຸນນະພາບໄຟຟ້າ.

ນຂ: ທ່ານສາມາດໃຫ້ຮູ້ໄດ້ບໍ່ວ່າ ການຮ່ວມມືດ້ານພະລັງງານກັບລາວມີຄວາມໝາຍແນວໃດຕໍ່ສອງຊາດຫວຽດ - ລາວ?

ທ່ານ ໂງເຊີນຫ້າຍ: ການຮ່ວມມືດ້ານພະລັງງານລະຫວ່າງຫວຽດນາມ - ລາວເກີດຈາກຄວາມຕ້ອງການຕົວຈິງຂອງສອງປະເທດ. ເມື່ອລາວມີທ່າແຮງໃນດ້ານພະລັງງານ, ພິເສດແມ່ນໄຟຟ້ານໍ້າຕົກ, ແຕ່ຄວາມຕ້ອງການສົ່ງໄຟຟ້າຂອງລາວຕໍ່າ, ສະນັ້ນເຈົ້າຂອງລົງທຶນບັນດາໂຄງການໄຟຟ້າຢູ່ລາວຢາກຂາຍໄຟຟ້າມາຫວຽດນາມ. ທາງຫວຽດນາມ, EV ຕີລາຄາເລື່ອງນໍ້າເຂົ້າໄຟຟ້າຈາກລາວໃນໄລຍະຈະມາເຖິງຈະເປັນຫນຶ່ງໃນຫຼາຍວິທີການທີ່ຊ່ວຍຮັບປະກັນຄວາມໝັ້ນຄົງດ້ານໄຟຟ້າ, ພິເສດແມ່ນແຫຼ່ງໄຟຟ້ານໍາເຂົ້າຈາກລາວໂດຍກົງປະກອບສ່ວນຫຼຸດຈໍານວນໄຟຟ້າຂາດຂອງທາງເໜືອ.

ການພັດທະນາດ້ານພະລັງານບໍ່ພຽງແຕ່ເປັນກໍາລັງດັນໃຫ້ການພັດທະນາເສດຖະກິດຂອງສອງປະເທດ ເທົ່ານັ້ນ ຫາກຍັງປະກອບສ່ວນຊຸກຍູ້ສາຍພົວພັນຫວຽດນາມ - ລາວໃຫ້ແໜ້ນແຟ້ນກວ່າອີກ.

ນຂ: ທ່ານສາມາດໃຫ້ຮູ້ກ່ຽວກັບແຜນການ, ແນວທາງການຮ່ວມມືດ້ານພະລັງງານລະຫວ່າງລາວ ແລະ ຫວຽດນາມໃນໄລຍະຈະມາເຖິງ?

ທ່ານ ໂງເຊີນຫ້າຍ: ປະຈຸບັນ EVN ຍັງບໍ່ທັນໄດ້ເຂົ້າຮ່ວມລົງທຶນກັບບັນດາໂຄງການແຫຼ່ງໄຟຟ້າໃໝ່ຢູ່ລາວ, ມີແຕ່ລົງທຶນບັນດາໂຄງການຕາໜ່າງໄຟຟ້າໃນດິນແດນຫວຽດນາມເທົ່ານັ້ນເພື່ອຮັບໃຊ້ການນໍາເຂົ້າໄຟຟ້າ ແລະ ຈັດແຈງກໍາລັງແຮງໃຫ້ບັນດາໂຄງການໄຟຟ້ານໍາເຂົ້າຈາກລາວ.

ເພື່ອການນໍາເຂົ້າໄຟຟ້າຈາກລາວມີປະສິດທິຜົນທາງດ້ານເສດຖະກິດ ແລະ ເຕັກນິກ, ໃນໄລຍະຈະມາເຖິງ, EVN ຈະສືບຕໍ່ສະເໜີກັບກະຊວງອຸດສະຫາກໍາ ແລະ ການຄ້າ, ນາຍົກລັດຖະມົນຕີເພື່ອເຮັດວຽກກັບບັນດາອົງການລັດຖະບານລາວພິຈາລະນາການວາງແຜນລວມໃຫ້ການນໍາເຂົ້າໄຟຟ້າຈາກລາວຕາມແຕ່ລະໄລຍະທີ່ລັດຖະບານສອງປະເທດຫວຽດນາມ - ລາວໄດ້ເອກະພາບກັນ.

ສາຍໄຟ 220kV Xekaman 1- Pleiku 2  ສົ່ງຕໍ່ໄຟຟ້າຈາກລາວມາຫວຽດນາມ
ສາຍໄຟ 220kV Xekaman 1- Pleiku 2 ສົ່ງຕໍ່ໄຟຟ້າຈາກລາວມາຫວຽດນາມ

ນຂ: ຫວ່າງມໍ່ໆມານີ້ ຄະນະປະຕິບັດງານຂອງກົມບໍລິຫານຄວາມປອດໄພອຸດສະຫາກໍາພະລັງງານ (DESM) ຂອງກະຊວງພະລັງງານ ແລະ ບໍ່ແຮ່ (ລາວ) ໄດ້ມາຫວຽດນາມເພື່ອຢ້ຽມຢາມ, ຮຽນຮູ້ປະສົບການ ແລະ ຢາກໃຫ້ຫວຽດນາມຊ່ວຍເຫຼືອບໍາລຸງສ້າງໃນການເຄື່ອນໄຫວນຳໃຊ້ເຂື່ອນໄຟຟ້ານໍ້າຕົກ, ຄວາມປອດໄພຂອງເຂື່ອນ, ສ້າງແຜນທີ່ນໍ້າຖ້ວມເຂດລຸ່ມແມ່ນໍ້າ..., ທ່ານຄິດແນວໃດກ່ຽວກັບຄໍາສະເໜີນີ້?

ທ່ານ ໂງເຊີນຫ້າຍ: ການກໍ່ສ້າງ, ກວດກາຫຼັງການກໍ່ສ້າງ ແລະ ນໍາເຂົ້ານໍາໃຊ້ບັນດາເຂື່ອນໄຟຟ້ານໍ້າຕົກຕ້ອງມີຂັ້ນຕອນ, ລະບຽບການທີ່ເຂັ້ມງວດ, ບໍ່ພຽງແຕ່ຮັບປະກັນໃຫ້ເຂື່ອນໄຟຟ້າເຄື່ອນໄຫວປອດໄພ, ໝັ້ນຄົງເທົ່ານັ້ນ, ຫາກຍັງຕ້ອງຮັບປະກັນຊິວີດການເປັນຢູ່ໃຫ້ປະຊາຊົນເຂດໂຄງການ, ມີສະພາບແວດລ້ອມທີ່ປອດໄພ ແລະ ປັດໄຈອື່ນໆອີກ.

ກັບປະສົບການທີ່ EVN ແລະ ບັນດາຫົວໜ່ວຍຂອງ EVN ຄືບັນດາບໍລິສັດໃຫ້ຄໍາປືກສາການໄຟຟ້າ, ບັນດາບໍລິສັດໄຟຟ້ານໍ້າຕົກໃນຂອບເຂດການລົງທືນ, ກໍ່ສ້າງ ແລະ ເຄື່ອນໄຫວບັນດາໂຄງການໄຟຟ້ານໍ້າຕົກແລ້ວ, EVN ພ້ອມທີ່ຈະແບ່ງປັນ, ແລກປ່ຽນບົດຮຽນກັບກົມຄຸ້ມຄອງຄວາມປອດໄພດ້ານພະລັງງານ (DESM), ບັນດາອົງການລັດຖະບານລາວ, ບັນດາວິສາຫາກິດລົງທຶນບັນດາໂຄງການໄຟຟ້າຢູ່ລາວ ເພື່ອຍົກສູງຄວາມສາມາດ, ຄວາມຮູ້ຂອງພະນັກງງານ, ສ້າງສໍາເລັດພື້ນຖານນິຕີກໍາ, ກໍ່ສ້າງ ແລະ ເພີ່ມທະວີບັນດາມາດຕະການຮັບປະກັນວຽກງານນໍາເຂື່ອນເຂົ້າເຄື່ອນໄຫວໄດ້ຢ່າງປອດໄຟ, ໝັ້ນຄົງ, ໜ້າເຊື່ອຖື. ຜ່ານນັ້ນກໍ່ປະກອບສ່ວນເຂົ້າໃນວຽກງານສໍາເລັດຂັ້ນຕອນປະສານສົມທົບນໍາໃຊ້ບັນດາເຂື່ອນໄຟຟ້ານໍ້າຕົກ ແລະ ຕາໜ່າງໄຟຟ້າຂ້າມຊາດຫວຽດ-ລາວ.

ນຂ: ຮຽນທ່ານ, ຈຸດໃດເປັນສິ່ງທ້າທາຍໃນການຮ່ວມມືດ້ານພະລັງງານຫວຽດນາມ - ລາວ? ເພື່ອການຮ່ວມມືໄດ້ມີປະສິດທິຜົນ, EVN ມີຄໍາສະເໜີແນະຫຍັງບໍ?

ທ່ານ ໂງເຊີນຫ້າຍ: ການຮ່ວມມືໃນດ້ານພະລັງງານຂອງຫວຽດນາມ - ລາວ ຈະຂຶ້້ນກັບຫຼາຍກົນໄກ, ນະໂຍບາຍ ແລະ ການກໍານົດທິດພັດທະນາຂອງລັດທະບານສອງປະເທດ. EVN ກໍໄດ້ສະເໜີມາກະຊວງອຸດສະຫາກໍາ ແລະ ການຄ້າ ເພື່ອສະເໜີໄປລັດຖະບານປະກາດໃຊ້ກອບລາຄານໍາເຂົ້າໄຟຟ້າຈາກລາວມາຫວຽດນາມໄລຍະຫຼັງ 2025 ສໍາລັບທຸກປະເພດໄຟຟ້າ, ເປັນພື້ນຖານໃຫ້ແກ່ນັກລົງທຶນບັນດາໂຄງການໄຟຟ້າຢູ່ລາວລົງທຶນໂຄງການ ແລະ ຂາຍໄຟຟ້າໃຫ້ EVN. EVN ຂໍສະເໜີມາຍັງກະຊວງອຸດສະຫາກໍາ ແລະ ການຄ້າປະສານສົມທົບກັບບັນດາອົງການຝ່າຍລາວເພື່ອມີທິດທາງກ່ຽວກັບການພັດທະນາຕາໜ່າງໄຟຟ້າເຊື່ອມຕໍ່ສອງປະເທດເພື່ອເພີ່ມທະວີການແລກປ່ຽນໄຟຟ້າຂອງສອງປະເທດ.

ນຂ: ຂໍຂອບໃຈທ່ານ!

ໄຊພອນ

ເຫດການ
302 Found

Found

The document has moved here.