ທ່ານປະທານສະພາແຫ່ງຊາດ ນິວຊີແລນຖືເປັນສຳຄັນການພົວພັນກັບ ຫວຽດນາມ | |
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ - ລາວ |
27 ປີ ຄຽງຂ້າງກັບວິລະຊົນ ແລະ ນັກຮົບສະຫຼະຊີວິດເພື່ອຊາດ
ພາຍຫຼັງໄດ້ໂທລະສັບມາຫຼາຍຄັ້ງ, ຂ້າພະເຈົ້າ ກໍໄດ້ມີເບີໂທຕິດຕໍ່ລຸງ ຟ້າມວັນຫງວຽນ, ຜູ້ຄຸ້ມຄອງຮັກສາສຸສານນັກຮົບວິລະຊົນສາກົນ ດົ່ງເຕີມ (ຕາແສງ ທຽດອົ໋ງ, ເມືອງ ບາເທືອກ, ແຂວງ ແທງຮ໋ວາ) - ສະຖານທີ່ພັກຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ຢູ່ ລາວ ແລະ ນັກຮົບເສຍສະຫຼະຊີວິດຄົນລາວ 2.000 ກວ່າຄົນ.
ຜ່ານທາງໂທລະສັບດ້ວຍສຽງຊ້າໆ, ຜູ້ຊາຍອາຍຸ 55 ປີ ຄົນນີ້ເວົ້າວ່າ, ໄດ້ຕິດພັນກັບສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ສາກົນ ດົ່ງເຕີມ ມາເປັນ 27 ປີ ແລ້ວ. ໃນປີ 1995, ລາວໄດ້ຮັບຄຸ້ມຄອງຮັກສາສຸສານ. ສຸສານໃນສະໄໝນັ້ນມີຮົ້ວຕ່ຳ, ຄົນລ້ຽງຄວາຍມັກເຂົ້າໄປເດັດດອກໄມ້, ຫັກງ່າ. ຕົ້ນໄມ້ໃບຫຍ້າໃຫຍ່ຂຶ້ນຮົກເຮື້ອ. ລຸງ ຫງວຽນ ໄດ້ສຸມໃສ່ຕັດຖາງຫຍ້າ ແລະ ປູກດອກໄມ້. ໂດຍບໍ່ມີເຄື່ອງຕັດຫຍ້າ, ລາວໃຊ້ກ່ຽວ, ຕັດໄດ້ທາງຫນ້າ, ແຕ່ຫຍ້າທາງຫຼັງໄດ້ຂຽວຂຶ້ນແລ້ວ. ໃນສຸສານບໍ່ມີນ້ຳບາດານ, ສະນັ້ນ ລາວຈຶ່ງໄດ້ເອົານໍ້າຈາກພາຍນອກມາຫົດໃສ່ຕົ້ນດອກໄມ້ທີ່ປູກໃໝ່.
ລຸງ ຟ້າມວັນຫງວຽນ ໄດ້ຕິດພັນກັບສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ສາກົນ ດົ່ງເຕີມ ມາເປັນເວລາ 27 ປີ. (ພາບ: ຟ້າມຫງວຽນ). |
ເຮືອນຢູ່ໃກ້ປະຕູ, ແຕ່ທ່ານ ຫງວຽນ ເກືອບຄືວ່າກິນນອນຢູ່ສຸສານ. ໂດຍຕິດພັນກັບສຸສານເປັນເວລາຫຼາຍທົດສະວັດ, ລາວ ຈື່ຊື່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໃນແຜ່ນສິລາ. ເມື່ອໃດທີ່ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດມາຈູດທູບທຽນ, ເອີ່ຍເຖິງຊື່ ແລະ ທີ່ຢູ່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ທ່ານ ຫງວຽນ ສາມາດບອກໄດ້ທັນທີວ່ານັກຮົບມີຢູ່ສຸສານນີ້ຫຼືບໍ່, ທາດຢູ່ເຂດໃດ. ລາວຍັງຈື່ຈຳໜ້າຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ບາງຄົນ.
ເຖິງວ່າໄດ້ຮັບເງິນເດືອນພຽງ 1,7 ລ້ານດົ່ງຕໍ່ເດືອນກໍ່ຕາມ, ແຕ່ທ່ານ ຫງວຽນ ຍັງບອກຕົນເອງວ່າ ຈະເຮັດວຽກນີ້ຈົນກວ່າຈະບໍ່ມີເຫື່ອແຮງ. "ຂ້ອຍບໍ່ໄດ້ເຮັດວຽກເພື່ອຄ່າຈ້າງ ຫຼື ຂໍການສະຫນັບສະຫນູນຈາກລັດ, ຂ້ອຍຕ້ອງການເບິ່ງແຍງຮັກສາດວງວິນຍານຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ຕັ້ງແຕ່ມື້ທີ່ຂ້ອຍເຮັດວຽກຢູ່ນີ້, ບັນດາອາວອານ້າລຸງ ກໍດົນບັນດານໃຫ້ຂ້າພະເຈົ້າມີສຸຂະພາບທີ່ເຂັ້ມແຂງ". ລຸງ ຫງວຽນ ເວົ້າ.
ເປັນກຽດທີ່ໄດ້ເຊື່ອມຕໍ່ວຽກງານອັນສັກສິດ
ໂດຍຕິດພັນກັບສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດມາເປັນເວລາ 10 ປີຢູ່ຖະໜົນເລກ 9 (ນະຄອນ ດົ່ງຮ່າ, ກວາງຈີ້), ອ້າຍ ຫງວຽນເທເລີມ (ອາຍຸ 34 ປີ) ຍາມໃດກໍ່ຖືວ່າ ວຽກງານຄຸ້ມຄອງສະຖານທີ່ນີ້ ແມ່ນບຸນວາດສະໜາສືບທອດຈາກພໍ່. ລຸງ ຫງວຽນວັນແອງ, ພໍ່ຂອງລາວ ເຄີຍໄດ້ເຂົ້າຮ່ວມຖັນແຖວການທະຫານຫຼາຍປີ. ໃນປີ 1983, ລຸງ ຫງວຽນວັນແອງ ໄດ້ອອກຈາກການເປັນທະຫານ ແລະ ໄດ້ຍົກຍ້າຍໄປເຮັດວຽກຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈືອງເຊີນ (ຕາແສງ ຫວິງເຈື່ອງ, ເມືອງ ຢໍລິງ, ກວາງຈີ້). ປີ 2016, ລຸງ ຫງວຽນວັນແອງ ໄດ້ຮັບຂໍ້ຕົກລົງພັກບຳນານພາຍຫຼັງ 30 ປີທີ່ຕິດພັນກັບການເປັນຜູ້ຄຸ້ມຄອງດູແລສຸສານ.
ເຊິ່ງມີອ້າຍນ້ອງສາມຄົນໃນຄອບຄົວ, ແຕ່ມີພຽງແຕ່ ອ້າຍ ຫງວຽນເທເລີມ ສືບທອດພາລະກິດຂອງພໍ່. ໂດຍອະທິບາຍເຖິງບຸນວາດສະໜາທີ່ໄດ້ຕິດພັນກັບອາຊີບຂອງພໍ່, ອ້າຍ ຫງວຽນເທເລີມ ໃຫ້ຮູ້ວ່າ: “ຕອນຍັງນ້ອຍ, ຂ້າພະເຈົ້າ ໄດ້ຕິດຕາມພໍ່ໄປສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈືອງເຊີນ ແລະ ໄດ້ຟັງເລື່ອງລາວທີ່ຕື້ນຕັນໃຈ ແລະ ເລື່ອງສັກສິດຢູ່ທີ່ນີ້, ຂ້າພະເຈົ້າໄດ້ເຫັນພໍ່ຕ້ອນຮັບ ແລະ ຊ່ວຍເຫຼືອຍາດຕິພີ່ນ້ອງຫຼາຍຄົນ ຊອກຫາບ່ອນຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ມັນເປັນວຽກທີ່ມີຄວາມໝາຍ. ເມື່ອຂ້າພະເຈົ້າໃຫຍ່ຂຶ້ນ, ຂ້າພະເຈົ້າຍິ່ງເຂົ້າໃຈເຖິງຄວາມສັກສິດຂອງການດູແລຂຸມສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ສະນັ້ນ ຂ້າພະເຈົ້າ ຈິ່ງຕັດສິນໃຈສືບທອດພາລະກິດຂອງພໍ່”.
ອ້າຍ ຫງວຽນເທເລີມ ເດີນຕາມຮອຍຂອງພໍ່ ເພື່ອຮັກສາດວງວິນຍານຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: ຟ້າມຫງວຽນ). |
ອ້າຍ ຫງວຽນເທເລີມ ເລົ່າຄືນວ່າ, ໃນໄລຍະເຂົ້າເຮັດອາຊີບໃໝ່ແຕ່ປີ 2012-2013, ເມື່ອການບໍລິການຊອກຫາຂຸມຝັງສົບ ດ້ວຍການສຳຜັດພິເສດດ້ວຍອິນຊີ ໄດ້ຮັບການພັດທະນາ, ການລັກຂຸດຂຸມຝັງສົບແມ່ນຫຼາຍທີ່ສຸດ. ລາວ ແລະ ພວກອ້າຍນ້ອງໃນຄະນະບໍລິຫານຄຸ້ມຄອງດູແລສຸສານ ຕ້ອງແບ່ງວຽກປະຈຳການຍາມກາງຄືນໃນສຸສານ, ຊ້ຳບໍ່ໜຳແມ່ນຈະຢູ່ຂ້າງຂຸມຝັງສົບເພື່ອເຝົ້າຍາມ.
"ເວລານັ້ນ, ຂ້າພະເຈົ້າກໍ່ຢ້ານຫຼາຍ, ແຕ່ຫຼັງຈາກນັ້ນຂ້າພະເຈົ້າຄິດວ່າ ນີ້ແມ່ນຜູ້ທີ່ເສຍສະຫຼະເພື່ອປະເທດໃນຄາວອາຍຸຍັງນໜຸ່ມ, ບັນດາອາວອານ້າລຸງ ຈະຄ້ຳຊູຂ້າພະເຈົ້າ. ຍ້ອນຄິດແບບນັ້ນ, ຂ້າພະເຈົ້າບໍ່ມີແຮງຈູງໃຈອີກຕໍ່ໄປ", ອ້າຍ ເລີມ ກ່າວ.
ກໍ່ໍໄດ້ສືບພາລະກິດຂອງພໍ່, ອ້າຍ ເຈີ່ນງອກເຊີນ (ອາຍຸ 42 ປີ) ໄດ້ເຮັດວຽກເປັນຜູ້ຄຸ້ມຄອງສຸສານ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ (ຕາແສງ ແທງເນືອ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ) ແຕ່ປີ 2006. ພໍ່ຂອງລາວໄດ້ເຮັດວຽກເປັນຜູ້ຄຸ້ມຄອງດູແລສຸສານ ຕັ້ງແຕ່ເມື່ອສຸສານສ້າງຕັ້ງ (ໃນປີ 1982). ປະຈຸບັນນີ້ ລາວໄດ້ເຖິງແກ່ມໍລະນະກຳແລ້ວ.
ສຸສານ ຕົງຄາວ ແມ່ນບ່ອນພັກເຊົາຂອງທະຫານອາສາສະໝັກຫວຽດນາມ ເກືອບ 3.000 ຄົນ ທີ່ເສຍຊີວິດໃນສະໜາມຮົບລາວ. ທຸກໆປີ, ສຸສານຍັງ ໄດ້ຮັບເອົາອັດຖິຂອງນັກຮົບສະຫຼະຊີວິດເພື່ອຊາດ 1 – 2 ຄັ້ງ. ທຸກໆຄັ້ງຄືແນວນັ້ນ, ອ້າຍເຊີນ ຍາມໃດກໍມີຄວາມສະເທືອນໃຈ. "ນັກຮົບເສຍສະຫຼະຊີວິດເພື່ອຊາດຫຼາຍຄົນ ບໍ່ສາມາດຢັ້ງຢືນຊື່ ແລະ ປີເກີດໄດ້, ຍັງບໍ່ໄດ້ກ່າວເຖິງວ່າ ອັດຖິຍັງຄົບຫຼືບໍ່, ເມື່ອກັບຄືນສູ່ບ້ານເກີດເມືອງນອນ, ພວກອ້າຍກໍມີພຽງແຕ່ກະດູກກຳໜຶ່ງ. ໃນແຕ່ລະຄັ້ງທີ່ທ້ອນໂຮມອັດຖິມາໄດ້, ພວກຂ້າພະເຈົ້າໄດ້ບູຊາອາຫານສາມຄາບຕໍ່ມື້ໃຫ້ບັນດາອ້າຍນ້ອງ ແລະ ລໍຖ້າຮອດມື້ທີ່ຈະພາພວກເຂົາໄປສຸສານ", ອ້າຍ ເຊີນ ເວົ້າ.
ກ່ອນໜ້ານີ້, ເຮືອນຂອງອ້າຍເຊີນ ແມ່ນຢູ່ໃກ້ກັບສຸສານ, ຄອບຄົວຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ມັກມາຈູດທູບທຽນຢູ່ເຮືອນຂອງເພິ່ນ. ເຂົາເຈົ້າໄດ້ຫາຄອບຄົວຂອງອ້າຍເຊີນ ເພື່ອກະກຽມເຂົ້ານ້ຳເພື່ອຈູດທູບທຽນບູຊາ.
"ເຮືອນຂອງຂ້ອຍ" ແລະ ເບີໂທລະສັບ "ບໍ່ໄດ້ນອນ"
ເປັນເອກະລັກສະເພາະໃນແນວຄິດ, ອ້າຍ ຫງວຽນວັນງອກ ອາຍຸ 43 ປີ, ຫົວໜ້າຄະນະຄຸ້ມຄອງສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ສາກົນ ຫວຽດນາມ - ລາວ (ຕາແສງ ແອັງເຊີນ, ເມືອງແອັງເຊີນ, ແຂວງ ເງ້ອານ), ກໍ່ຍັງເອີ້ນບ່ອນເຮັດວຽກດ້ວຍຄຳສັບທີ່ຮັກແພງ: "ເຮືອນຂອງຂ້ອຍ".
ຈຳນວນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ສາກົນ ຫວຽດນາມ - ລາວ ແມ່ນຫຼວງຫຼາຍ, ແຕ່ມີຜູ້ຄຸ້ມຄອງດູແລສຸສານ ພຽງແຕ່ 7 ຄົນ. ສິ່ງນີ້ເຮັດໃຫ້ວຽກງານຂອງອ້າຍເອື້ອຍ ມີຫຼາຍພໍສົມຄວນ. ນອກເໜືອໄປຈາກວຽກງານທໍາຄວາມສະອາດ, ຕັດຕົ້ນໄມ້, ທໍາຄວາມສະອາດສິລາ, ຈູດທູບທຽນປະຈຳວັນແລ້ວ, ຜູ້ຄຸ້ມຄອງດູແລສຸສານ ຍັງດຳເນີນພິທີຕ້ອນຮັບ ແລະ ພິທີໄວ້ອາໄລ. ພວກເຂົາເຈົ້າຍັງເປັນ "ຜູ້ນໍາທ່ຽວ" ໃນເວລາທີ່ສະມາຊິກຄອບຄົວຂອງນັກຮົບສະຫຼະຊີວິດເພື່ອຊາດ ແລະ ຄະນະຜູ້ແທນມາຢ້ຽມຢາມ.
ຈູດທູບທຽນອາໄລຫາບັນດາວິລະຊົນນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ສາກົນ ຫວຽດນາມ - ລາວ (ພາບ: ແອັງເຊີນ). |
ພິເສດ, ຄະນະຄຸ້ມຄອງສຸສານ ມີຄວາມຄິດສ້າງສັນໃນການເກັບຮັກສາບັນທຶກຂໍ້ມູນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຊ່ວຍໃຫ້ຍາດພີ່ນ້ອງ ເຊື່ອມຕໍ່ຫົວຫນ່ວຍທ້ອນໂຮມ ແລະ ກົມກອງທີ່ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຮັດວຽກກ່ອນທີ່ຈະເສຍຊີວິດ, ຈາກນັ້ນ ກໍຊ່ວຍໃຫ້ຄອບຄົວ ຢັ້ງຢືນໄດ້ຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ສົມທຽບ ADN.
ຍ້ອນວ່າວຽກງານພິເສດນີ້, ສະນັ້ນໂທລະສັບຂອງ ອ້າຍ ຫງວຽນວັນງອກ ເກືອບຈະບໍ່ໄດ້ປິດເລີຍ. ລາວໄດ້ເຊື່ອມຕໍ່ເບີໂທລະສັບສ່ວນຕົວຂອງລາວ ຢູ່ໃນເວັບໄຊທາງການຂອງສຸສານ ເພື່ອໃຫ້ລາວສາມາດຫນູນຊ່ວຍຄອບຄົວຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຢ່າງຕໍ່ເນື່ອງໃນທົ່ວປະເທດ.
ໂດຍເຂົ້າໃຈສະພາບຄວາມຫຍຸ້ງຍາກຂອງຫຼາຍຄອບຄົວ ເມື່ອໄປຊອກຫາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ອ້າຍ ຫງອກ ແນະນຳບັນດາຄອບຄົວຜູ້ເສຍສະຫຼະຊີວິດທີ່ຢູ່ຫ່າງໄກວ່າ, ເມື່ອຂໍ້ມູນບໍ່ຖືກຕ້ອງ, ບໍ່ຈຳເປັນຕ້ອງໄປສຸສານ. ຂໍ້ມູນການເຊື່ອມຕໍ່ທັງຫມົດສາມາດຕິດຕໍ່ຜ່ານ Zalo, Facebook.
ໃນແຜນການຂະຫຍາຍສຸສານ, ອ້າຍ ຫງວຽນວັນງອກ ໄດ້ສະເໜີສ້າງຮ້ານອາຫານ ແລະ ຫ້ອງພັກຜ່ອນໃຫ້ບັນດາຄອບຄົວຍາດຕິພີ່ນ້ອງ. ຂໍ້ສະເໜີນີ້ແມ່ນມາຈາກເລື່ອງ ອ້າຍ ຫງອກ ໄດ້ເຫັນຄວາມຫຍຸ້ງຍາກລຳບາກຂອງຄອບຄົວທີ່ໄປຢ້ຽມຢາມສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ.
“ມີບັນດາຄອບຄົວທີ່ອອກເງິນຄ່າເຊົ່າລົດ, ຄ່າເຂົ້າ ຫຼື ເອົາເຂົ້າຈີ່ມາກິນນຳກັນ, ທີ່ພັກບໍ່ມີສະນັ້ນຈູດທູບທຽນບູຊາແລ້ວ, ເຂົາເຈົ້າ ນັ່ງຢູ່ໃຕ້ຕົ້ນໄມ້ ແລະ ຕັ່ງຫີນ, ບໍ່ວ່າຈະຕາກແດດ ຫຼື ຝົນກໍ່ຕາມ. ຂ້າພະເຈົ້າ ໄດ້ເຫັນຜູ້ຍິງຄົນໜຶ່ງມາຈາກແຂວງຟູເຖາະ ມາຮັບອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ແມ່ຂອງນາງໄດ້ເສຍຊີວິດໄປແລ້ວ, ອ້າຍນ້ອງກໍທຸກຍາກ, ບໍ່ສາມາດປະກອບສ່ວນເງິນໄດ້. ນາງໄດ້ກູ້ຢືມເງິນ 25 ລ້ານດົ່ງ ເພື່ອໃຊ້ຈ່າຍໃນການເດີນທາງ, ໃນນັ້ນຄ່າເຊົ່າລົດແມ່ນ 6 ລ້ານດົ່ງ. ຍອດຈຳນວນເງິນໜູນຊ່ວຍຂອງລັດ ເພື່ອນຳເອົາອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນເກືອບ 5 ລ້ານດົ່ງ. ຄ່າບ້ານພັກຢູ່ໃກ້ກັບສຸສານກໍ່ແພງຫຼາຍ”, ທ່ານ ງອກ ເວົ້າ.
ຕໍ່ກັບສະພາບການດັ່ງກ່າວ, ລາວສະເໜີໃຫ້ບັນດາການນຳຂັ້ນເມືອງ, ຖ້າຢາກກໍ່ສ້າງສຸສານໃຫ້ກາຍເປັນສະຖານທີ່ສະຫງ່າລາສີ, ສຸພາບຮຽບຮ້ອຍ, ຕ້ອງຢຸດຕິການຂຶ້ນລາຄາ ແລະ ສຸມໃສ່ທ່າທີຮັບໃຊ້ຂອງລະບົບບໍລິການທ້ອງຖິ່ນ. ບັນດາຂໍ້ສະເໜີດັ່ງກ່າວ ເມືອງ ແອັງເຊີນ ໄດ້ຮັບເອົາ ແລະ ໃນໄລຍະຜ່ານມາ, ລາຄາຮ້ານອາຫານ ແລະ ເຮືອນພັກຢູ່ອ້ອມແອ້ມສຸສານ ກໍ່ໄດ້ຮັບການຄຸ້ມຄອງເປັນຢ່າງດີ.
ໄຊພອນ