ສະຫາຍ ຫງວຽນເກ໊ເລິມ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຫົວໜ້າກົມການຂ່າວພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ

ສະຫາຍ ຫງວຽນເກ໊ເລິມ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຫົວໜ້າກົມການຂ່າວພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ

ຍສໝ - ຕອນ​ບ່າຍ​ວັນ​ທີ 10 ມີນາ, ຢູ່​ຮ່າ​ໂນ້ຍ, ​ໂດຍ​ຕາງໜ້າ​​ການ​ນຳ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ສະຫາຍ ​ເຈີ່ນ​ແທງເລິມ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ມອບ​ມະຕິ​ຕົກລົງ​ແຕ່ງ​ຕັ້ງ ​ສະຫາຍ ຫງວຽນເກ໊ເລິມ, ຮອງຫົວໜ້າກົມໃຫຍ່​ທະ​ເລ ​ແລະໝູ່​ເກາະ​ຫວຽດນາມ, ກະຊວງ​ຊັບພະຍາກອນ ​ແລະສິ່ງ​ແວດ​ລ້ອມ​ ​ເປັນຫົວໜ້າກົມ​ຖະ​ແຫຼ​ງຂ່າວ​ພົວພັນຕ່າງປະເທດ ​ແລະ ການ​ຮ່ວມ​ມື​ສາກົນ​ ນັບແຕ່​ວັນ​ທີ 10 ມີນາ 2022.

ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ

ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ

ຍສໝ - ສະມາຄົມ​ຊາວ​ໜຸ່ມ ​ແລະ ນັກ​ສຶກສາ ຫວຽດນາມ ຫາ​ກໍ່ ສົມທົບ​ກັບ​ສະມາຄົມ​ນັກ​ສຶກສາ​ສາກົນ ຫວຽດນາມ ຢູ່ ສາທາລະນະ​ລັດ ເຊັກ​ໂກ ຈັດ​ຕັ້ງ​ເວທີ​ປາ​ໄສການໄປ​ສຶກສາ​ຢູ່​ຕ່າງປະ​ເທດ ສາທາລະນະ​ລັດ ເຊັກ​ໂກ 2022 (ຢູ່​ນະຄອນ Prague) ດ້ວຍ​ຮູບ​ແບບ​ອອນ​ລາຍ.

ຂະແໜງການທູດພິເສດຖືເປັນສໍາຄັນ ແລະເບິ່ງແຍງດູແລວຽກງານກໍ່ສ້າງພັກ

ຂະແໜງການທູດພິເສດຖືເປັນສໍາຄັນ ແລະເບິ່ງແຍງດູແລວຽກງານກໍ່ສ້າງພັກ

ວັນທີ 28 ກຸມພາ, ທີ່ສໍານັກງານກະຊວງການຕ່າງປະເທດ, ຄະນະພະນັກງານພັກ ແລະຄະນະພັກກະຊວງການຕ່າງປະເທດ ຈັດຕັ້ງກອງປະຊຸມ “ຄົ້ນຄວ້າ, ຮໍ່າຮຽນ, ຊາບຊຶມມະຕິກອງປະຊຸມສູນກາງ ສະໄໝທີ XIII ແລະຮໍ່າຮຽນຫົວເລື່ອງສະເພາະປີ 2022 ກ່ຽວກັບແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນປີ 2022” ໃຫ້ພະນັກງານ, ສະມາຊິກພັກ, ພາລະກອນ, ລັດຖະກອນສັງກັດກະຊວງທັງຢູ່ພາຍໃນ ແລະບັນດາອົງການຕ່າງໜ້າຫວຽດນາມ ຢູ່ຕ່າງປະເທດ.

ປ່ຽນແປງໃໝ່ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ເພື່ອໃຫ້ໂລກເຂົ້າໃຈຫວຽດນາມຫຼາຍກ່ວາອີກ

ປ່ຽນແປງໃໝ່ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ເພື່ອໃຫ້ໂລກເຂົ້າໃຈຫວຽດນາມຫຼາຍກ່ວາອີກ

ກອງປະຊຸມຜັນຂະຫຍາຍ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດປີ 2022 ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 23/2, ຢູ່ຮ່າໂນ້ຍ, ໂດຍການເປັນປະທານຂອງທ່ານ ຫງວຽນຈ້ອງເງ້ຍ.ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ.

ການທ່ອງທ່ຽວ ແຄງຮວ່າ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ

ການທ່ອງທ່ຽວ ແຄງຮວ່າ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ

ຍ​ສ​ໝ - ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​​ການ​ທ່ອງ​ທ່ຽວ ແລະ ອໍ​າ​ນາດການ​ປົກ​ຄອງ​ແຂວງ ແຄງຮວ່າ ກຳ​ລັງ​ຮີບ​ຮ້ອນ​ສ້າງ​ແຜນ​ການ, ກະ​ກຽມ​ຢ່າງພຽບ​ພ້ອມ​ທາງ​ດ້ານ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ປັບ​ປຸງ​ຄືນ​ພື້ນ​ຖານສິ່ງ​ອຳ​ນວຍ​ສະ​ດວກ​ບັນ​ດາ​ໂຮງ​ແຮງ, ຮ້ານ​ອາ​ຫານ, ສະ​ຖານ​ທີ່​ທ່ອງ​ທ່ຽວ,… ເພື່ອ​ກຽມ​ພ້ອມ​ເປີດ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ອງ​ຢ່າງ​ຄົບ​ຖ້ວນ.

ການສົ່ງຊາວຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດໃນສະພາບ ການພະຍາດໂຄວິດ-19 ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມະນຸດສະທຳ ຂອງພັກ ແລະລັດ

ການສົ່ງຊາວຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດໃນສະພາບ ການພະຍາດໂຄວິດ-19 ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມະນຸດສະທຳ ຂອງພັກ ແລະລັດ

ຍສໝ - ຫວ່າງແລ້ວນີ້, ທີ່ການປະຊຸມຂ່າວສະໄໝສາມັນ ປະຈໍາຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງ ການຕ່າງປະເທດຫວຽດນາມ ຢັ້ງຢືນເທື່ອໜຶ່ງອີກວ່າ ການສົ່ງພົນລະເມືອງຊາວ ຫວຽດນາມ ຢູ່ຕ່າງປະເທດທີ່ມີຄວາມຕ້ອງການ, ມີສະພາບການທີ່ປະສົບຄວາມ ຫຍຸ້ງຍາກ ພິເສດ ກັບເມືອປະເທດໃນສະພາບການພະຍາດໂຄວິດ-19 ຜ່ານມາ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ ແລະມະນຸດສະທຳຂອງພັກ ແລະລັດ.

ສະພາບການຊາວຫວຽດນາມ ອາໄສຢູ່ ​ຢູແກຼນ ບໍ່ມີຄວາມວຸ່ນວາຍຫຼາຍ

ສະພາບການຊາວຫວຽດນາມ ອາໄສຢູ່ ​ຢູແກຼນ ບໍ່ມີຄວາມວຸ່ນວາຍຫຼາຍ

ຍສໝ - ວັນ​ທີ 17 ກຸມພາ​, ທີ່​ກອງ​ປະຊຸມ​ຂ່າວ​ປະຈຳໄລຍະ​ກະຊວງ​ການ​ຕ່າງປະ​ເທດ, ​ເມື່ອ​ຕອບຄຳຖາມ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ​ໃນ​ສະພາບ​ການ​ຢູ່ຢູ​ແກຼນ, ​ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ​ ໃຫ້​ຮູ້​ວ່າ:

HUFO: ບັນດາສະມາຊິກຂອງຄະນະປະຕິບັດງານກ່ຽວກັບກິດຈະກໍາຂອງກຸ່ມ ປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສ້າງຂໍ້ກຳນົດກົດລະບຽບສົມທົບໃນປີ 2022

HUFO: ບັນດາສະມາຊິກຂອງຄະນະປະຕິບັດງານກ່ຽວກັບກິດຈະກໍາຂອງກຸ່ມ ປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສ້າງຂໍ້ກຳນົດກົດລະບຽບສົມທົບໃນປີ 2022

ຍສໝ - ຕອນ​ເຊົ້າ​ວັນ​ທີ 16 ກຸມພາ, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ ນະຄອນໂຮ່ຈິມິນ (HUFO) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມກຸ່ມປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ​ ຄັ້ງ​ທີ 1 ປີ 2022. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປີ 2021 ​ແລະ ​ແຜນການ ​ແລະທິດ​ທາງ​ໃນ​ປີ 2022.

ເຊື່ອມ​ຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ​ຮັກ​ຊາດ ອວ່າຍໜ້າເມືອ​ບ້ານ​ເກີດ​ເມືອງ​ນອນ

ເຊື່ອມ​ຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ​ຮັກ​ຊາດ ອວ່າຍໜ້າເມືອ​ບ້ານ​ເກີດ​ເມືອງ​ນອນ

ຕອນ​ບ່າຍ​ວັນ​ທີ 8 ກຸມພາ, ຄະນະຫົວໜ້າ​ສະພາ​ທີ່​ປຶກສາ​ການ​ພົວພັນຕ່າງປະ​ເທດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຂອງ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ ​ທ່ານ ຮວ່າງຢຸຍຮຸ່ງ, ທະນາຍຄວາມ ​ອາເມ​ລິ​ກາ ເຊື້ອຊາດຫວຽດນາມ.

ຕໍ່ອາຍຸເພີ່ມຕື່ມ 3 ປີ ທຽບກັບອາຍຸທີ່ກຳນົດ ໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດ ກັບຄືນປະເທດເພື່ອສະໝັກເຂົ້າຮຽນ

ຕໍ່ອາຍຸເພີ່ມຕື່ມ 3 ປີ ທຽບກັບອາຍຸທີ່ກຳນົດ ໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດ ກັບຄືນປະເທດເພື່ອສະໝັກເຂົ້າຮຽນ

ຍສໝ - ນີ້ແມ່ນຂໍ້ກຳນົດໃຫມ່ ໃນຈົດໝາຍລັດຖະການ 50/2021/TT-BGDDT ອອກໂດຍກະຊວງສຶກສາທິການ ແລະ ບຳລຸງສ້າງ, ເຊິ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 15 ກຸມພາ 2022.

ວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ: “ໄປສັກຢາກັນພະຍາດກັບພວກເຮົາ”

ວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ: “ໄປສັກຢາກັນພະຍາດກັບພວກເຮົາ”

ຍສໝ - ດ້ວຍທິດນຳ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື, ເປັນເພື່ອນຮ່ວມເດີນທາງ ​ແລະ ຮັບ​ໃຊ້​ບັນດາ​ອົງການ​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ ທີ່​ເຄື່ອນໄຫວ​ຢູ່ ຫວຽດນາມ; ເລື່ອງລາວທີ່ໜ້າຈົດຈຳທີ່ສຸດໃນປີທີ່ຜ່ານມາແມ່ນ VUFO ໄດ້ໜູນຊ່ວຍແຕ່ລະພະນັກງານ, ລັດຖະກອນຂອງບັນດາອົງການດັ່ງກ່າວ ໃຫ້ມີການສັກຢາປ້ອງກັນພະຍາດ Covid-19 ຢ່າງປອດໄພ, ສະດວກ, ມ່ວນຊື່ນ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີກໍາປູເຈຍ  Hun Sen

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີກໍາປູເຈຍ Hun Sen

ຍສໝ -ໃນຂອບເຂດການຢ້ຽມຢາມ ກໍາປູເຈຍ ຢ່າງເປັນທາງການ, ຫວ່າງແລ້ວນີ້, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ກໍາປູເຈຍ.

ມີຂັ້ນຕອນໃດ ເພື່ອໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ກັບຄືນເມືອນະຄອນໂຮ່ຈິມິນ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ?

ມີຂັ້ນຕອນໃດ ເພື່ອໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ກັບຄືນເມືອນະຄອນໂຮ່ຈິມິນ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ?

ຍສໝ - ຕາມ​ການ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ, ຜູ້​ໂດຍສານ​ທີ່​ເຂົ້າເມືອງ ​ຕ້ອງ​ໄດ້ມີ​ຜົນ​ການກວດ PCR ເປັນລົບ ​ພາຍ​ໃນ 72 ຊົ່ວ​ໂມງ. ຄຽງ​ຄູ່​ກັນ​ນັ້ນ, ​ເມື່ອ​ເຂົ້າ​ໄປ​ສະໜາມ​ບິນ, ຜູ້​ໂດຍສານ​ຕ້ອງ​ປະຕິບັດ​ຕາມ​ຄຳ​ແນະນຳ​ທັງ 5 ຢ່າງ.

ສ້າງທຸກເງື່ອນໄຂ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບເມືອບ້ານຢ່າງປອດໄພ ໃນສະພາບໂລກລະບາດໂຄວິດ-19

ສ້າງທຸກເງື່ອນໄຂ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບເມືອບ້ານຢ່າງປອດໄພ ໃນສະພາບໂລກລະບາດໂຄວິດ-19

ຍສໝ - ການ​ນຳ​ຂອງ​ພັກ ​ແລະ ລັດ ​ແມ່ນ​ມີ​ຄວາມ​ເອົາ​ໃຈ​ໃສ່ທີ່ສຸດ ​ແລະ ຊີ້​ນຳ​ ເພື່ອ​ສ້າງ​ເງື່ອນ​ໄຂ​ສູງ​ສຸດ​ໃຫ້​ປະຊາຊົນ​ໄປກັບ​ເມືອຢາມ​ບ້ານເກີດ​ເມືອງ​ນອນ.

ຫາຍຟ່ອງ ນໍາໜ້າປະເທດ ໃນການດຶງດູດ FDI

ຫາຍຟ່ອງ ນໍາໜ້າປະເທດ ໃນການດຶງດູດ FDI

ຍສໝ - ຫາຍ​ຟ່ອງ ​ໄດ້​ລື່ນ​ກາຍ​ນະຄອນ ​ໂຮ່ຈີ​ມິນ, ຮ່າ​ໂນ້ຍ, ບິ່ງ​ເຢືອງ... ຂຶ້ນ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ປີ 2021 ​ ໃນ​ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 5,26 ຕື້ USD, ​ເພີ່ມ​ຂຶ້ນ​ເກືອບ 3,5 ​ເທົ່າ​ ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ 2020​.

ເພີ່ມທະວີການມີໜ້າ ຂອງຫວຽດນາມໃນບັນດາເຫດການສາກົນ

ເພີ່ມທະວີການມີໜ້າ ຂອງຫວຽດນາມໃນບັນດາເຫດການສາກົນ

ຍສໝ - ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ ​ໃນ​ແຜນການ​ປະຕິບັດ​ຄຳ​ສັ່ງ​ເລກທີ 25/CT-TTg ລົງ​ວັນ​ທີ 10 ກັນຍາ 2021 ຂອງ​ທ່ານ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການຍູ້ແຮງການຈັດຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ວັດທະນະທຳການ​ຕ່າງປະ​ເທດຂອງ​ຫວຽດນາມ ​ໄລຍະ 2022 – 2026 ທີ່​ຫາ​ກໍ່​ໄດ້​ຍົກ​ອອກ​ມາໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ

ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ

ຍສໝ - ແອງຮ່າວ, ຫວຽດຮວ່າ, ແມ້ງຖັ໊ງ, ແອງຄວາ, ທິຫວູ, ກິມງອກ... ແມ່ນນັກສຶກສາຫວຽດ​ນາມ ຢູ່ຕ່າງປະເທດທີ່ດີເດັ່ນດ້ວຍຫຼາຍຜົນງານໃນການສຶກສາ ແລະ ຄົ້ນຄວ້າ ຢູ່ຕ່າງປະເທດ. ສິ້ນສຸດປີ 2021, ໄວໜຸ່ມ 6 ຄົນໄດ້ແບ່ງປັນກ່ຽວກັບຊີວິດ ແລະ ປະສົບການ.

ຫວຽດນາມ-ລາວ ສົມທົບກັນຢ່າວແໜ້ນແຟ້ນຢູ່ບັນດາກົນໄກຮ່ວມມືອະນຸ ພາກພື້ນແມ່ນໍ້າຂອງ

ຫວຽດນາມ-ລາວ ສົມທົບກັນຢ່າວແໜ້ນແຟ້ນຢູ່ບັນດາກົນໄກຮ່ວມມືອະນຸ ພາກພື້ນແມ່ນໍ້າຂອງ

ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 29 ທັນວາ. ວັນທີ 28 ທັນວາ, ຢູ່ເຮືອນຮັບແຂກລັດຖະບານ, ລັດຖະມົນຕີການ ຕ່າງປະເທດ 2 ທ່ານໄດ້ເປັນປະທານຮ່ວມປຶກສາຫາລືການເມືອງຂັ້ນລັດຖະມົນ ຕີການຕ່າງປະເທດຫວຽດນາມ - ລາວ ຄັ້ງທີ 8.

ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO

ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO

ຍສໝ - ນັ້ນແມ່ນຄຳຢືນຢັນຂອງ ທ່ານນາງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ທີ່ກອງປະຊຸມເຜີຍແຜ່, ເຊື່ອມຊືມຂໍ້ສະຫຼຸບທີ 12 ຂອງກົມການເມືອງກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (NVNONN) ໃນສະພາບການໃໝ່ໄດ້ດຳເນີນຫວ່າງແລ້ວນີ້.