ຢາລາຍ ໂຄສະນາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຕໍ່ບັນດາຄູ່ຮ່ວມມືຕ່າງປະເທດ

19:29 | 24/04/2022

ແຂວງ ຢາລາຍ ມີບັນດາທ່າແຮງກ່ຽວກັບຂົງເຂດກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ພະລັງງານຜະລິດຄືນໃໝ່ ແລະ ການທ່ອງທ່ຽວ.

ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຊຸມຊົນ ຢູ່ເມືອງ ກະບາງ ແຂວງ ຢາລາຍ ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຊຸມຊົນ ຢູ່ເມືອງ ກະບາງ ແຂວງ ຢາລາຍ
ແຂວງ ຢາລາຍ ເສີມຂະຫຍາຍບົດບາດຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊາວຊົນເຜົ່າສ່ວນຫນ້ອຍ ແຂວງ ຢາລາຍ ເສີມຂະຫຍາຍບົດບາດຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊາວຊົນເຜົ່າສ່ວນຫນ້ອຍ
ທີ່ກອງປະຊຸມ (ພາບ: TTXVN)
ທີ່ກອງປະຊຸມ (ພາບ: TTXVN)

ກອງປະຊຸມຄູ່ຮ່ວມມືພັດທະນາລະຫວ່າງແຂວງ ຢາລາຍ ແລະ ບັນດາອົງການສະຖານກົງສູນ, ສະມາຄົມວິສາຫະກິດຕ່າງປະເທດ ປະຈຳນະຄອນ ໂຮ່ຈີມິນ ໄດ້ດຳເນີນໃນຕອນບ່າຍວັນທີ 22 ເມສາ, ຢູ່ແຂວງ ຢາລາຍ. ນີ້ແມ່ນໂອກາດເພື່ອໃຫ້ແຂວງ ຢາລາຍ ໂຄສະນາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຂວງຕໍ່ຄະນະສະຖານກົງສູນ, ລວມມີ: ສະຖານກົງສູນລາວ, ກຳປູເຈຍ, ອີຕາລີ, ໄທ, ອິນເດຍ, ຈີເລ, ບຣາຊິນ, ມຽນມາ; ຫ້ອງການເສດຖະກິດ - ວັດທະນະທຳ ໄທເປ (ຈີນ)…; ສະມາຄົມວິສາຫະກິດ ອີຕາລີ, ສ.ເກົາຫຼີ.

ຕາມນັ້ນແລ້ວ, ແຂວງ ຢາລາຍ ມີບັນດາທ່າແຮງກ່ຽວກັບຂົງເຂດກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ພະລັງງານຜະລິດຄືນໃໝ່ ແລະ ການທ່ອງທ່ຽວ.

ທ່ານປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ ວໍງອກແທັງ ຮຽກຮ້ອງໃຫ້ເອົາໃຈໃສ່, ເພີ່ມທະວີການຮ່ວມມືລົງທຶນຂອງບັນດາອົງການຈັດຕັ້ງ, ຄູ່ຮ່ວມມືສາກົນ, ພ້ອມກັນຂຸດຄົ້ນ ເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ. ຜ່ານນັ້ນ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນທາງການທູດ, ມິດຕະພາບ ຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ບັນດາປະເທດເວົ້າລວມ, ແຂວງ ຢາລາຍ ເວົ້າສະເພາະ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.