ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງ ດ້ວຍວີຊາອີເລັກໂທຣນິກ ຜ່ານສະໜາມບິນເວີນໂດນ

09:12 | 04/05/2022

ຍສໝ - ລັດຖະບານ ຫາກໍ່ອອກມະຕິເລກທີ 60/NQ-CP ເພີ່ມບັນຊີລາຍຊື່ບັນດາດ່ານຊາຍແດນສາກົນ ທີ່ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງ ດ້ວຍວີຊາເອເລັກໂທຣນິກ.

ລາວ: ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ລາວ: ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ
ນາຍົກ ເນັ້ນໃຫ້ເຂັ້ມງວດການເຂົ້າ-ອອກເມືອງ ສ່ວນຮ້ານບັນເທີງ ຫາກຝ່າຝືນ ລົງໂທດຕາມລະບຽບການ ນາຍົກ ເນັ້ນໃຫ້ເຂັ້ມງວດການເຂົ້າ-ອອກເມືອງ ສ່ວນຮ້ານບັນເທີງ ຫາກຝ່າຝືນ ລົງໂທດຕາມລະບຽບການ

ລັດຖະບານ​ໄດ້​ຕົກລົງ​ເພີ່ມ​ດ່ານ​ຊາຍ​ແດນ​ສະໜາມ​ບິນ​ສາກົນ ເວີນໂດນ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ດ່ານ​ຊາຍ​ແດນ​ສາກົນ​ທາງ​ອາກາດ ​ທີ່​ອະນຸຍາດ​ໃຫ້​ຄົນ​ຕ່າງປະ​ເທດ​ເຂົ້າ-​ອອກເມືອງ ​ດ້ວຍ​ວີ​ຊາ​ເອ​ເລັກໂທຣນິກ​ທີ່​ລະບຸ​ໃນ​ຂໍ້​ທີ 1, ມາດຕາ 2 ມະຕິ​ເລກທີ 79/NQ-CP ລົງ​ວັນ​ທີ 25 ພຶດສະພາ 2020 ຂອງລັດຖະບານ ກ່ຽວກັບບັນຊີລາຍຊື່ຂອງປະເທດທີ່ພົນລະເມືອງໄດ້ຮັບວີຊາເອເລັກໂທຣນິກ; ລາຍຊື່ດ່ານຊາຍແດນສາກົນທີ່ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງ ດ້ວຍວີຊາອີເລັກໂທຣນິກ.

ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງ ດ້ວຍວີຊາອີເລັກໂທຣນິກ ຜ່ານສະໜາມບິນເວີນໂດນ
ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງ ດ້ວຍວີຊາອີເລັກໂທຣນິກ ຜ່ານສະໜາມບິນເວີນໂດນ. (ພາບ: dangcongsan)

ຕາມມະຕິເລກທີ 79/NQ-CP ລົງວັນທີ 25 ພຶດສະພາ 2020, ໄດ້ມີ 8 ດ່ານຊາຍແດນການບິນອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງ ດ້ວຍວີຊາເອເລັກໂທຣນິກ, ປະກອບມີ: 1-ດ່ານຊາຍແດນສະໜາມບິນສາກົນໂນຍບາຍ; 2- ດ່ານຊາຍແດນສະໜາມບິນສາກົນເຕິນເຊີນເຍິດ; 3-ດ່ານຊາຍແດນສະໜາມບິນສາກົນກາມແຣງ; 4-ດ່ານຊາຍແດນສະໜາມບິນສາກົນດານັງ; 5- ດ່ານຊາຍແດນສະໜາມບິນສາກົນ ກາດບິ; 6- ດ່ານ​ຊາຍ​ແດນ​ສະ​ໜາມ​ບິນ​ສາ​ກົນ ເກີນເທີ; 7- ດ່ານຊາຍແດນສະໜາມບິນສາກົນຝູ໋ກວກ; 8-ດ່ານຊາຍແດນສະໜາມບິນສາກົນພູບ່າຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.