ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 47 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບຖືກຈັດຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ

19:26 | 30/04/2022

ຕອນຄ່ຳວັນທີ 29/4, ຄະນະຈັດຕັ້ງງານສະເຫຼີມສະຫຼອງບັນດາວັນບຸນນະຄອນໂຮ່ຈິມິນ ໄດ້ຈັດຕັ້ງລາຍການສະແດງສິລະປະ “ບົດເພງແຫ່ງຄວາມເປັນເອກະພາບ, ຄວາມຄວາມຫວັງບຸກບືນຂຶ້ນສູງ” ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2022)

ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງສະ​ພາມອບ​ໝາຍກອງທຶນ ອາ​ຊຽນ ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງສະ​ພາມອບ​ໝາຍກອງທຶນ ອາ​ຊຽນ
ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມອາໄສຢູ່​ຕ່າງປະເທດ ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມອາໄສຢູ່​ຕ່າງປະເທດ
ຕອນຄ່ຳວັນທີ 29/4, ຄະນະຈັດຕັ້ງງານສະເຫຼີມສະຫຼອງບັນດາວັນບຸນນະຄອນໂຮ່ຈິມິນ ໄດ້ຈັດຕັ້ງລາຍການສະແດງສິລະປະ “ບົດເພງແຫ່ງຄວາມເປັນເອກະພາບ, ຄວາມຄວາມຫວັງບຸກບືນຂຶ້ນສູງ” ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2022)
ພາບປະກອບ: ttxvn

ເນື່ອງໃນໂອກາດວັນບຸນ ວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ, ຊາວນະຄອນຫຼວງ ຮ່າໂນ້ຍຈະມີໂອກາດ ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທໍາທີ່ເປັນ ເອກະລັກສະເພາະຄື: ງານວາງສະແດງ “ນັກເສບດົນຕີ ແລະ ດົນຕີພື້ນເມືອງຫວຽດນາມ”; ຢ້ຽມຊົມງານວາງສະແດງ “ ດ່າວຊາ - ຮັກສາວິນຍານດົນຕີຫວຽດນາມ” ແນະນຳບັນດາຜະລິດຕະພັນເຄື່ອງດົນຕີພື້ນເມືອງຂອງໝູ່ບ້ານອາຊີບຫັດຖະກຳດ່າວຊາ; ເຂດຈັດວາງບັນດາວັດຖຸພັນໄລຍະເກື້ອກູນ (1975-1986). ນອກຈາກນັ້ນ, ຄະນະຄຸ້ມຄອງໜອງ ຮ່ວານກ໋ຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ຍັງໄດ້ສົມທົບກັບຫົວໜ່ວຍທ່ອງທ່ຽວແຂວງ ຟູອຽນ ເພື່ອ ແນະນຳໃຫ້ແຂກທ່ອງທ່ຽວຮູ້ຈັກກ່ຽວກັບອາຊີບຈັກສານຫັດຖະກຳ ຫວິງບ່າ (ຕາແສງ ຮ່ວາດົງ, ເມືອງ ໄຕຮວາ, ແຂວງ ຟູ໋ອຽນ), ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂວງຟູອຽນ.

ວັນທີ 29 ເມສາ, ກອງທັບ ແລະ ປະຊາຊົນເທດສະບານເມືອງເຈື່ອງຊາ, ເມືອງເກາະເຈື່ອງຊາ, ແຂວງແຄ໋ງຮ່ວາ ໄດ້ຈັດພິທີຖະຫວາຍດອກໄມ້ທູບທຽນຢູ່ອະນຸສາວະລີ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ຫໍບູຊາປະທານ ໂຮ່ຈີມິນ ຢູ່ເກາະ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍເຈື່ອງຊາ (29/4/1975-29/4/2022) ແລະ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975).

ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ, ຄະນະວຽກງານປະຊາຄົມສະຖານທູດຫວຽດນາມ ປະຈຳລັດເຊຍ ສົມທົບກັບສະມາຄົມວັນນະຄະດີ ສິລະປະຢູ່ສະຫະພັນລັດເຊຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສະແດງຂັບກາບກອນ, ດົນຕີ “ປະເທດຊາດເຕັມໄປດ້ວຍຄວາມມ່ວນຊື່ນ”

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.