ສະຫາຍ ຫງວຽນເກ໊ເລິມ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຫົວໜ້າກົມການຂ່າວພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ

22:44 | 10/03/2022

ຍສໝ - ຕອນ​ບ່າຍ​ວັນ​ທີ 10 ມີນາ, ຢູ່​ຮ່າ​ໂນ້ຍ, ​ໂດຍ​ຕາງໜ້າ​​ການ​ນຳ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ສະຫາຍ ​ເຈີ່ນ​ແທງເລິມ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ມອບ​ມະຕິ​ຕົກລົງ​ແຕ່ງ​ຕັ້ງ ​ສະຫາຍ ຫງວຽນເກ໊ເລິມ, ຮອງຫົວໜ້າກົມໃຫຍ່​ທະ​ເລ ​ແລະໝູ່​ເກາະ​ຫວຽດນາມ, ກະຊວງ​ຊັບພະຍາກອນ ​ແລະສິ່ງ​ແວດ​ລ້ອມ​ ​ເປັນຫົວໜ້າກົມ​ຖະ​ແຫຼ​ງຂ່າວ​ພົວພັນຕ່າງປະເທດ ​ແລະ ການ​ຮ່ວມ​ມື​ສາກົນ​ ນັບແຕ່​ວັນ​ທີ 10 ມີນາ 2022.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ
ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ

ທີ່​ພິທີ, ສະຫາຍ ​ເຈີ່ນ​ແທງເລິມ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ສະແດງຄວາມຊົມ​ເຊີຍ ​ແລະມອບ​ຂໍ້ຕົກລົງ​ຮັບ​ໜ້າທີ່​ໃໝ່​ໃຫ້​ສະຫາຍ ຫງວຽນເກ໊ເລິມ.

ສະຫາຍ ຫງວຽນເກ໊ເລິມ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຫົວໜ້າກົມການຂ່າວພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ
ສະຫາຍ ​ເຈີ່ນ​ແທງເລິມ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ສະແດງຄວາມຊົມ​ເຊີຍ ​ແລະມອບ​ຂໍ້ຕົກລົງ​ຮັບ​ໜ້າທີ່​ໃໝ່​ໃຫ້​ສະຫາຍ ຫງວຽນເກ໊ເລິມ.

ກ່າວຄໍາເຫັນທີ່ພິທີ, ສະຫາຍ ເຈີ່ນ​ແທງເລິມ ຫວັງ​ວ່າ ໃນຖານະ​ຕຳ​ແໜ່ງ​ໃໝ່ ສະຫາຍ ຫງວຽນເກ໊ເລິມ ຍາມ​ໃດ​ກໍ​ຈະຮັກສາ​ຄຸນ​ນະທາດດ້ານ​ການ​ເມືອງ, ຄຸນທາດ​ທີ່ສະຫງ່າ​ໝັ້ນຄົງ, ສືບ​ຕໍ່ເສີມຂະຫຍາຍ, ມານະພະຍາຍາມ​ສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ຖອດຖອດ​ຮ່ຳຮຽນຄວາມຮູ້ ​ແລະ ທັກ​ສະການຄຸ້ມຄອງຢ່າງ​ບໍ່​ຢຸດ​ຢັ້ງ; ເຕົ້າໂຮມ, ສາມັກຄີ, ຍຸຕິທຳ ແລະ ພາວະວິໄສ, ສົມທົບກັບໜ່ວຍພັກ-ການນຳກົມ ກາຍເປັນແກນນຳນຳພາ ແລະ ຊີ້ນຳຫົວໜ່ວຍໃຫ້ປະຕິບັດສຳເລັດໃນໜ້າທີ່ທີ່ໄດ້ຮັບມອບໝາຍ.

ສະຫາຍ ຫງວຽນເກ໊ເລິມ ສັນຍານວ່າ ຈະມານະພະຍາຍາມຝຶກຝົນຫຼໍ່ຫຼອມ, ສູ້ຊົນ, ຮ່ວມແຮງຮ່ວມໃຈກັບໝູ່ຄະນະ, ນັກຊ່ຽວຊານໃນກົມ ໃຫ້ປະຕິບັດ ສຳເລັດໜ້າທີ່ການນຳຂອງຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ມອບໝາຍໃຫ້.

ບູນມີ

ເຫດການ
302 Found

Found

The document has moved here.