ອະສັງຫາລິມະຊັບຫວຽດນາມຍັງເປັນຈຸດສະຫວ່າງທີ່ດຶງດູດນັກລົງທຶນຕ່າງປະເທດ

09:56 | 12/05/2022

ຍສໝ - ຕາມການຕີລາຄາຂອງ​ກະຊວງ​ກໍ່ສ້າງ​ແລ້ວ, ຕະຫຼາດ​ອະສັງຫາລິມະ​ຊັບ ຫວຽດນາມ ສືບ​ຕໍ່​ແມ່ນ​ສະຖານ​ລົງທຶນ​ທີ່​ປອດ​ໄພ ​ແລະ ມີຄວາມດຶງ​ດູດສໍາລັບບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

ບັນດານັກລົງທຶນຕ່າງປະເທດຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດອະສັງຫາລິມະຊັບຢູ່ຫວຽດນາມ ບັນດານັກລົງທຶນຕ່າງປະເທດຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດອະສັງຫາລິມະຊັບຢູ່ຫວຽດນາມ
EVFTA ແມ່ນໄມ້​ງັດ​ໃຫ້​ແກ່​ຂະ​ແໜງ​ອະສັງຫາລິມະຊັບ​ອຸດ​ສາ​ຫະ​ກຳຫວຽດ​ນາມ

EVFTA ແມ່ນໄມ້​ງັດ​ໃຫ້​ແກ່​ຂະ​ແໜງ​ອະສັງຫາລິມະຊັບ​ອຸດ​ສາ​ຫະ​ກຳຫວຽດ​ນາມ

ອະສັງຫາລິມະຊັບຫວຽດນາມຍັງເປັນຈຸດສະຫວ່າງທີ່ດຶງດູດນັກລົງທຶນຕ່າງປະເທດ

ອະສັງຫາລິມະຊັບຫວຽດນາມຍັງເປັນຈຸດສະຫວ່າງທີ່ດຶງດູດການລົງທຶນ (ພາບ: Vietnam+)

ຕົວແທນຂອງກະຊວງກໍ່ສ້າງໃຫ້ຮູ້ວ່າ ໃນຊ່ວງເດືອນຂອງຕົ້ນປີ 2022 ມີເກືອບ 2,7 ຕື້ ໄດ້​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ທີ່ຈົດ​ທະບຽນເພື່ອ “​ລົງທຶນ” ​ເຂົ້າ​ສູ່ຕະຫຼາດ​ອະສັງຫາລິມະ​ຊັບ​ຂອງ​ຫວຽດນາມ. ນີ້​ແມ່ນ​ຂະແໜງການທີ່​ດຶງ​ດູດໄດ້​ທຶນ FDI ເຊິ່ງໃຫຍ່ເປັນ​ອັນ​ດັບ​ສອງ, ຖັດຈາກ​ຂະແໜງການອຸດ​ສາ​ຫະ​ກຳ ແລະ ການ​ຜະ​ລິດ.

ລາຍລະອຽດ, ຕາມການຄົ້ນຄວ້າຂອງກະຊວງກໍ່ສ້າງ, ນັບມາ​ຮອດ​ວັນ​ທີ 20 ມີນາ 2022, ຍອດ​ຈຳນວນ​ທຶນ FDI ທີ່ຈົດທະບຽນ​ໃໝ່, ປັບທຶນ​, ປະກອບທຶນ​ເພື່ອ​ຊື້​ຫຸ້ນ​ສ່ວນ, ຊື້ສ່ວນ​ທຶນທີ່ປະກອບ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ ​ບັນລຸ​ກວ່າ 8,9 ຕື້ໂດລາສະຫະລັດ; ເທົ່າກັບ 87.9% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2021.

ໃນນັ້ນ, ຂະແໜງການເຮັດທຸລະກິດອະສັງຫາລິມະຊັບ ຢືນອັນດັບທີ 2 ໃນບັນດາຂະແໜງທີ່ດຶງດູດ FDI ຫຼາຍ, ດ້ວຍຍອດຈຳນວນເງິນລົງທຶນເກືອບ 2,7 ຕື້ໂດລາສະຫະລັດ; ກວມ​ເອົາ 30,3% ຂອງ​ຈຳນວນ​ທຶນ​ຈົດ​ທະບຽນ​ທັງ​ໝົດ.

ກ່ຽວກັບການເຄື່ອນໄຫວຂອງວິສາຫະກິດໃນຂະແໜງການອະສັງຫາລິມະຊັບ ຕາມສະຖິຕິຂອງກະຊວງແຜນການ ແລະ ການລົງທຶນ, ໃນ 3 ເດືອນຕົ້ນປີ 2022, ໃນຂະແໜງການນີ້ ມີຈຳນວນ​ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່​ ​ເພີ່ມ​ຂຶ້ນ​ຫຼາຍ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021 (ເພີ່ມ​ຂຶ້ນ 47,2%). ຈໍານວນວິ​ສາ​ຫະກິດອະສັງຫາລິມະສັບທີ່ກັບຄືນມາເຄື່ອນໄຫວແມ່ນ 845 (ເພີ່ມຂຶ້ນ 92.0% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2021).

ນັບມາຮອດທ້າຍເດືອນ 4 ປີ 2022, ມີປະມານ 800 ຕະຫລາດທຸລະກຳ ໄດ້ກັບຄືນມາເຄື່ອນໄຫວ (ທຽບໃສ່ກັບໄຕມາດ IV/2021 ແມ່ນ 400 ຕະຫລາດທຸລະກຳ). ຕະຫຼາດ​ແລກປ່ຽນ​ກໍໄດ້​ມີ​ຄວາມເປັນເຈົ້າການ, ມີໄຫວພິບ, ປ່ຽນ​ແຜນການ​ທຸລະ​ກິດ​ໃນ​ການ​ປັບຕົວ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ຂໍ້​ມູນ​, ຄຸ້ມ​ຄອງການຊື້ຂາຍ, ​ຊຳລະ​ເງິນ, ​ໂຄສະນາ, ຫັນ​ເປັນ​ດິ​ຈິ​ຕອນ​ໃນ​ການ​ຂາຍເຄື່ອງ.

ຫອມມາລາ

ເຫດການ
302 Found

Found

The document has moved here.