ຍສໝ - ຫວ່າງມໍ່ໆມານີ້, ຂໍ້ມູນຂອງສະມາຄົມສົ່ງອອກ ແລະ ປຸງແຕ່ງອາຫານທະເລຫວຽດນາມ (VASEP) ໃຫ້ຮູ້ວ່າ: ໃນ 7 ເດືອນຕົ້ນປີນີ້, ເມັກຊິໂກ ໄດ້ນຳເຂົ້າປາປຶ່ງຫວຽດນາມ ກ່ວາ 73 ລ້ານ USD, ເຮັດໃຫ້ເມັກຊິໂກ ກາຍເປັນປະເທດນຳເຂົ້າໃຫຍ່ອັນດັບ 3 ໃນລາຍການນີ້.
ຍສໝ - CF ແມ່ນເອກະສານຍຸດທະສາດຫຼັກແຫຼ່ງແນະນຳ ແລະ ກຳນົດທິດການຮ່ວມ ມືລະຫວ່າງລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).
ຍສໝ - ຕະຫຼາດຫວຽດນາມ ພວມໄດ້ຮັບຄວາມສົນໃຈຈາກປະຊາຄົມວິສາຫະກິດ ແລະ ບັນດາອົງການການຄ້າຕວກກີ, ປາດຖະໜາຢາກຊອກຫາກາລະໂອກາດຮ່ວມມື, ຖື ຫວຽດນາມ ແມ່ນປະຕູເພື່ອເຂົ້າເຖິງຕະຫຼາດ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປາດຖະໜາວ່າ Samsung ຈະເປີດກວ້າງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ; ຖື ຫວຽດນາມ ແມ່ນປະເທດສຳຄັນໃນຍຸດທະສາດທົ່ວໂລກຢ່າງຮອບດ້ານກວ່າກ່ຽວກັບການຜະລິດ.
ຍສໝ-ຕອນບ່າຍວັນທີ 1 ສິງຫາ, ທີ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ ໄດ້ຈັດກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງການຕ່າງປະເທດການຮ່ວມມືແມ່ຂອງ - ແມ່ນໍ້າຄົງຄາ (MGC) ດ້ວຍການເຂົ້າຮ່ວມຂອງບັນດາປະເທດຄື ອິນເດຍ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.
ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາເນັ້ນໜັກວ່າ ຈີນ ພວມຊຸກຍູ້ສະພາບໃໝ່ຢູ່ທະເລຕາເວັນອອກ, ບໍ່ເຄົາລົບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ.
ຍສໝ - ຕອນຄ່ຳວັນທີ 25 ກໍລະກົດ, ຢູ່ເຂດການບໍລິການທ່ອງທ່ຽວເກຶອວຽດ, ເທດສະບານ ເກືອວຽດ, ເມືອງ ຢໍລິງ, ຄະນະກຳມະການປະຊາຊົນແຂວງກ໋ວາງຈິ ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄຂງານຕະຫຼາດນັດການຄ້າສາກົນອະນຸພາກພື້ນ ແມ່ນ້ຳຂອງ ເປີດກວ້າງ (GMS) - ກ໋ວາງຈິ 2022.
ຍສໝ - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນໜັກວ່າ ການພົວພັນແບບພິເສດ ຫວຽດນາມ - ລາວ ໄດ້ຮັບການຈັດຕັ້ງຢ່າງສົມກຽດຈາກການນຳປະຕິວັດຂອງຫວຽດນາມ ແລະ ລາວ; ໄດ້ຮັບການກໍ່ສ້າງ, ຮັກສາ ແລະ ບຳລຸງສ້າງດ້ວຍເຫື່ອແຮງ, ຄວາມມານະພະຍາຍາມ ແລະ ເລືອດເນື້ອຂອງບັນດານັກຮົບ ແລະ ປະຊາຊົນສອງປະເທດ...
ຍສໝ - ບໍລິສັດຜະລິດ ແລະ ຈຳໜ່າຍຊອບແວແຖວໜ້າ Kaspersky Lab (ລັດເຊຍ) ຕີລາຄາວ່າ ຫວຽດນາມ ແມ່ນປະເທດ “ປອດໄພທີ່ສຸດ” ຢູ່ອາຊີອາຄະເນ ຕໍ່ຄວາມສ່ຽງນາບຂູ່ບຸກໂຈມຕີດ້ານການເງິນແນໃສ່ບັນດາທະນາຄານ.
ຫວຽດນາມແມ່ນຈຸດພົ້ນເດັ່ນທີ່ສຸດໃນພາກພື້ນ, ແມ່ນໂຕເສືອອາຊີໃໝ່, ເສດຖະກິດ ຫວຽດນາມຈະເພີ່ມຄວາມໄວ, ກັບຄືນໃໝ່ທ່າເຕີບໂຕ, ມີແງ່ຫວັງຕັ້ງໜ້າໃນໄລຍະກາງ…ນັ້ນແມ່ນການຕີລາຄາຂອງຫາງສຽງສື່ມວນຊົນຕ່າງປະເທດ ແລະ ອົງການຈັດຕັ້ງ, ນັກຊ່ຽວຊານສາກົນກ່ຽວກັບຫວຽດນາມ ໃນ 6 ເດືອນຕົ້ນປີ 2022. ສື່ມວນຊົນໃນພາກພື້ນ ແລະ ສາກົນຍັງສະແດງຄວາມໄວ້ເນື້ອເຊື່ອໃຈ ແລະ ປະເອີບໃຈກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ແລະ ຖືວ່າ ຫວຽດນາມ ມີການເຕີບໂຕລື່ນກາຍທ່າອ່ຽງ, ປີ 2022 ຫວຽດນາມ ຄາດວ່າ GDP ຈະບັນລຸແຕ່ 5,5% - 7,9%.
ຍສໝ-ວັນທີ 4 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ(MLC) ຄັ້ງທີ 7 ໄດ້ໄຂຂຶ້ນຢູ່ Bagan, ມຽນມາ, ໂດຍມີການເຂົ້າຮ່ວມຂອງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ.
ຕອນບ່າຍວັນທີ 5 ກໍລະກົດ, ທ່ານ ຟານຫວຽດເກື່ອງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວ໋າງນາມ ພ້ອມກັບທ່ານ ເລວັນຢຸ້ງ ຮອງເລຂາຜູ້ປະຈຳການພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງກວ໋າງນາມ ໄດ້ມີການຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງ ສປປ ລາວ ນໍາໂດຍທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງ ສປປ ລາວ ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີຢູ່ຫວຽດນາມ.
ຕອນບ່າຍວັນທີ 4 ກໍລະກົດ, ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງ ລາວ ແລະສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຂົ້າຮ່ວມການພົບປະແລກປ່ຽນໂຄງການຕົວແບບ “ແມ່ຜູ້ທີສອງ” ລະຫວ່າງແມ່ຍິງດ່ານັ້ງ ແລະນັກສຶກສາລາວ.
ຍສໝ-ງານດົນຕີຕໍາຫຼວດບັນດາປະເທດອາຊຽນ+ 2022 ແມ່ນເຫດການພິເສດທີ່ນອນຢູ່ໃນບັນດາກິດຈະກໍາສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນ (20 ກໍລະກົດ 1962-20 ກໍລະກົດ 2022).
ຍສໝ - ທ່ານ ໂດ໊ຮຸ່ງຫວຽດ ໄດ້ສະແດງຄວາມຊົມເຊີຍທ່ານ ປອ ອານຸລັກ ກິດຕິຄຸນ ທີ່ໄດ້ດຳລົງຕຳແໜ່ງເປັນຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາ ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ໄລຍະ 2022-2024.
ຕອນບ່າຍວັນທີ 2 ກໍລະກົດ, ຢູ່ນະຄອນດ່ານັ້ງ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດພິທີ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ປີ 2022 ແລະ ມອບຫຼຽນໄຊ, ຫຼຽນກາແຫ່ງລັດ ຫວຽດນາມ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງສະຫະພັນແມ່ຍິງລາວ.
ງານປະກວດດົນຕີຕຳຫຼວດບັນດາປະເທດອາຊຽນ + 2022 ແມ່ນເຫດການພິເສດນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ (20 ກໍລະກົດ 1962 – 20 ກໍລະກົດ 2022) ໂດຍກະຊວງຕຳຫຼວດ ຊີ້ນຳຈັດຕັ້ງ.
ລາຍການກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອບຂວັນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຊົນ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງ ວຽງຈັນ ແມ່ນການເຄື່ອນໄຫວປະຈຳປີ, ມີຄວາມໝາຍນະນຸດສະທໍາ, ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ສະແດງຄວາມເອົາໃຈໃສ່ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ທີ່ມີຕໍ່ຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຕອບສະໜອງ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມປີ 2022”, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ.
ປັດຈຸບັນ, ເຂດທາງທິດຕາເວັນອອກພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີລະບົບສາງແຊ່ເຢັນຂະໜາດໜ້ອຍ, ຕອບສະໜອງໄດ້ປະມານ 30% ຄວາມຕ້ອງການຂອງຕະຫຼາດ.
ຍສໝ-ນັ້ນແມ່ນຄຳຢືນຢັນຂອງທ່ານຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ໂດ້ຮຸ່ງຫວຽດ ໃນຂອບເຂດກອງປະຊຸມສະໄໝສາມັນ ຄັ້ງທີ 50,ສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງການສົນທະນາປະຈຳປີກ່ຽວກັບສິດທິແມ່ຍິງຢູ່ Geneva,ສະວິດເຊີແລນ.