ເພີ່ມທະວີການຮ່ວມມືລະຫວ່າງຄະນະຊາວໜຸ່ມບັນດາແຂວງຕິດກັບຊາຍແດນ ລາວ-ຫວຽດນາມ | |
ງານວາງສະແດງ ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດນາມ: ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ |
16 ປີມານີ້, ທະຫານເຈື່ອງເຊີນໄດ້ພັດທະນາ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ໄດ້ປະຕິບັດໜ້າທີ່ຢ່າງດີເລີດ, ເຮັດໃຫ້ “ຄວາມມະຫັດສະຈັນເຈື່ອງເຊີນ”.
ປີ 1960, ລັດຖະບານຫຸ່ນໄຊງ່ອນໄດ້ດຳເນີນບັ້ນຮົບກວດລ້າງ, ຕັ້ງປ້ອມ "ປິດລ້ອມເສັ້ນທາງເລກ 9" ຈາກ ດົງຮ່າ ຫາ ລາວບາວ. ກອງ 559 ຕົກຢູ່ໃນສະພາບຈົນຕາແຈ, ມີຄວາມຫຍຸ້ງຍາກ, ສ່ຽງຕໍ່ແລວທາງການສື່ສານ ແລະ ການຂົນສົ່ງຈະຖືກຕັດຂາດ.
ໃນຕົ້ນປີ 1961, ກອງທະຫານປະສົມປະເທດລາວ ແລະ ທະຫານອາສາສະໝັກຫວຽດນາມ ໄດ້ເປີດບັ້ນຮົບປົດປ່ອຍເຂດກວ້າງໃຫຍ່ຈາກແຂວງຊຽງຂວາງ ໄປຍັງແຂວງຄຳມ່ວນ, ສະຫວັນນະເຂດ, ຕາເວັນອອກ, ເຂດຊາຍແດນພາກກາງ - ລາວ ແລະ ຫວຽດນາມ ໃຕ້ ໄດ້ເປີດສາກ.
ດ້ວຍການເປັນເອກະພາບຂອງພັກປະຊາຊົນປະຕິວັດລາວ, ກະຊວງປ້ອງກັນປະເທດໄດ້ຊີ້ນຳ ກອງ 559 ຍ້າຍໄປເຄື່ອນໄຫວຢູ່ເຂດຕາເວັນຕົກເຈື່ອງເຊີນ ແຕ່ວັນທີ 14 ມິຖຸນາ 1961, ຕາມປະຫວັດສາດເອີ້ນວັນທີ 14 ມິຖຸນາ ນີ້ວ່າ “ປີ້ນໄປທິດຕາເວັນຕົກເຈື່ອງເຊີນ”.
ທ່ານພົນຈັດຕະວາ ຫງວຽນບ໋າຕ່ອງ ແລະ ພັນເອກ ຫວູຈິງເຕື່ອງ ສຳຫຼວດຮ່ອງຮອຍສາງນ້ຳມັນ ເຈື່ອງເຊີນ ໃນຖ້ຳຫີນຢູ່ ເຂດບ້ານໄມ, ເມືອງ ເຊໂປນ (ສະຫວັນນະເຂດ, ລາວ)(ພາບ: NVCC). |
ແຕ່ປີ 1961-1975, ບໍລິເວນແຂວງພາກກາງ ແລະ ພາກໃຕ້ຂອງລາວ ແມ່ນເຂດເຄື່ອນໄຫວຕົ້ນຕໍຂອງທະຫານ ເຈື່ອງເຊີນ. ນັບແຕ່ເຄືອຂ່າຍເສັ້ນທາງຄົມມະນາຄົມຂົນສົ່ງກົນຈັກ, ເຄືອຂ່າຍສື່ສານພາທາງ, ລະບົບສາງ, ຄ້າຍການທະຫານ, ທໍ່ສົ່ງນ້ຳມັນ, ຜູ້ບັນຊາການກອງບັນຊາການ... ຕະຫຼອດເຖິງບັນດາບັ້ນຮົບ, ໄຊຊະນະ, ການເສຍສະຫຼະຊີວິດຂອງບັນດາທະຫານ ເຈື່ອງເຊີນ ລ້ວນແຕ່ຕິດພັນກັບສະຖານທີ່ໃນປະເທດລາວ.
ໃນຈຳນວນ 5 ແກນແນວຕັ້ງ ແລະ 21 ແກນນອນຂອງຖະໜົນເຈື່ອງເຊີນ, ມີ 4 ແກນຕັ້ງ ຢູ່ໃນດິນແດນລາວ, ແກນນອນສ່ວນຫຼາຍແມ່ນຢູ່ລາວທັງໝົດ ຫຼື ເປັນບາງສ່ວນ. ປີ 1970, ກອງບັນຊາການ ເຈື່ອງເຊີນ ມີ 26 ຄ້າຍທະຫານ, ໃນນັ້ນມີ 20 ຄ້າຍທະຫານຢູ່ດິນແດນລາວ.
ສິນຄ້າທະຫານຫຼາຍລ້ານໂຕນຖືກຂົນສົ່ງເຂົ້າຫວຽດນາມໃຕ້ ແລະ ໃຫ້ການປະຕິວັດລາວ, ຂະບວນລົດອາວຸດໜັກຫຼາຍຄັນຄື: ລົດຖັງ, ປືນໃຫຍ່, ລູກສອນໄຟ ໄດ້ໄປຜ່ານຖະໜົນໂຮ່ຈີມິນຕາເວັນຕົກ. ນາຍ ແລະ ພົນທະຫານ 2 ລ້ານ ຄົນ ໄປໃຕ້ ເພື່ອສູ້ຮົບ; ທະຫານຖືກບາດເຈັບ ແລະ ເຈັບປ່ວຍນັບໝື່ນຄົນ ອອກຈາກສະໜາມຮົບໄປພາກເໜືອໂດຍຜ່ານເສັ້ນທາງ ເຈື່ອງເຊີນຕາເວັນຕົກ.
ໃນຈຳນວນລູກລະເບີດ 7 ລ້ານໂຕນຂອງອາເມລິກາ ແລະ ລູກປືນທີ່ໃຊ້ໃນສົງຄາມຫວຽດນາມ, ມີເຖິງ 4 ລ້ານໂຕນຖືກຖິ້ມໃສ່ເຈື່ອງເຊີນ, ສ່ວນໃຫຍ່ແມ່ນຖິ້ມລົງຕາເວັນຕົກ ເຈື່ອງເຊີນ. ຫຼາຍຈຸດສຳຄັນຂອງການທຳລາຍຢ່າງດຸເດືອດໃນລາວເຊັ່ນ: ແສງພັນ, ສອມແພງ, ອັດຕະປື, ໂຄກແມັກ, ວັງມູ, ນາໂບ, ທ່າໂຂງ, ທ່າມີ, ບັກ, ຈ່າວັນ... ມີສຽງລະເບີດ ແລະ ລູກປືນບໍ່ເຄີຍຢຸດ.
ເພື່ອສະກັດກັ້ນເສັ້ນທາງໂຮ່ຈີມິນ, ປີ 1971, ທະຫານຫຸ່ນອາເມລິກາໄດ້ເປີດການເຄື່ອນໄຫວການທະຫານ ລາມເຊີນ 719 ດ້ວຍຂອບຂະໜາດໃຫຍ່ຢູ່ແຂວງສະຫວັນນະເຂດ. ເຂດບ້ານດົງ - ຖະໜົນເລກ 9 ແມ່ນສະໜາມຮົບທີ່ດຸເດືອດ, ໂຫດຮ້າຍຂອງທະຫານຫຸ່ນອາເມລິກາ, ບົດເພັງວິລະຊົນຂອງກອງທັບຫວຽດນາມ ແລະ ກອງທັບປະເທດລາວ.
ທ່ານພັນເອກ ຫວູຈິງເຕື່ອງ ມອບເອກະສານຮ່ອງຮອຍ ເຈື່ອງເຊີນຕາເວັນຕົກ ໃຫ້ແກ່ພະແນກການຕ່າງປະເທດ ແຂວງສະຫວັນນະເຂດ (ລາວ) ໃນປີ 2013. (ພາບ: NVCC). |
ກອງທະຫານເຈື່ອງເຊີນສົມທົບກັບກອງທັບປະເທດລາວ ເປີດກວ້າງການເຄື່ອນໄຫວປົດປ່ອຍບັນດາແຂວງອັດຕະປື, ສາລະວັນ, ຕາເວັນອອກ... ບັນດາເມືອງຂອງລາວທີ່ຕັ້ງຢູ່ແລວທາງຂົນສົ່ງລ້ວນແຕ່ມີຫົວໜ່ວຍຊ່ຽວຊານຂອງກອງ 559 ຊ່ວຍປະເທດເພື່ອນສ້າງກຳລັງປະກອບອາວຸດ, ສ້າງອຳນາດການປົກຄອງ.
ໃນໄລຍະ 10 ປີ (1964-1973), ສັດຕູຕ້ອງການດ້ວຍກຳລັງແຮງທຳລາຍລ້າງຂອງລະເບີດ ແລະ ສານພິດເຄມີເພື່ອຕັດເສັ້ນທາງໂຮ່ຈີມິນ, ບັງຄັບໃຫ້ 2 ຊາດ ລາວ-ຫວຽດນາມ ຕ້ອງຍອມຈຳນົນ. ນັກຮົບເຈື່ອງເຊີນ ແລະ ທະຫານປະຊາຊົນບັນດາເຜົ່າລາວນັບໝື່ນຄົນໄດ້ພິລະອາດຫານເສຍສະຫຼະຊີວິດໃນການສູ້ຮົບຄັ້ງນີ້. ແຕ່ເສັ້ນທາງເຈື່ອງເຊີນຍັງກວ້າງໄກມຸ່ງໄປທາງໜ້າ, ນ້ຳໃຈສາມັກຄີແບບພິເສດເລືອດເນື້ອລະຫວ່າງ ຫວຽດນາມ - ລາວ ໄດ້ຮັບການຫຼໍ່ຫຼອມນັບມື້ນັບແໜ້ນແຟ້ນກ່ວາອີກ. ພາລະກຳການປະຕິວັດຂອງສອງປະເທດ ແລະ ປະຊາຊົນສອງຊາດໄດ້ສະໜິດຕິດພັນກັນ, ສ້າງເປັນຄວາມສາມັກຄີການຕໍ່ສູ້ແບບພິເສດ ຫວຽດນາມ ແລະ ລາວ, ໃນນັ້ນ, ກອງທະຫານເຈື່ອງເຊີນ ໄດ້ປະກອບສ່ວນໜຶ່ງທີ່ສຳຄັນທີ່ສຸດ.
ດ້ວຍຄວາມຕັດສິນໃຈຂອງບັນດານັກຮົບທີ່ໄດ້ຕໍ່ສູ້ໂດຍກົງຢູ່ສະໜາມຮົບ, ສະມາຄົມມູນເຊື້ອ ເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ (ເອີ້ນວ່າ ສະມາຄົມເຈື່ອງເຊີນ) ໄດ້ສົມທົບກັບພົນລະພາກຫຼວງ 12 ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ຢ່າງຕັ້ງໜ້າໃນການສ້າງເອກະສານເພື່ອໃຫ້ເສັ້ນທາງໂຮ່ຈີມິນ ຢູ່ບໍລິເວນ 11 ແຂວງພາກກາງຂອງຫວຽດນາມ ໄດ້ຮັບການຈັດອັນດັບເປັນອະນຸສອນສະຖານພິເສດແຫ່ງຊາດ ໂດຍລັດຖະບານ.
ລະບົບຮ່ອງຮອຍເສັ້ນທາງໂຮ່ຈິມິນ ທາງທິດຕາເວັນຕົກ ເຈື່ອງເຊີນ ໄດ້ກວມອອກໄປ 7 ແຂວງພາກກາງ - ລາວເຂດລຸ່ມ, ມີຄວາມໜາແໜ້ນ ແລະ ມີຄວາມໝາຍສຳຄັນພິເສດ, ມີຄວາມໝາຍອັນໃຫຍ່ຫຼວງສຳລັບປະຊາຊົນຫວຽດນາມ - ລາວ. ແຕ່ຫຼາຍປີຜ່ານມາ, ບັນດາຮ່ອງຮອຍເຫຼົ່ານັ້ນຄ່ອຍໆຈາງລົງບົນໜ້າດິນ ແລະ ນັບທັງຢູ່ໃນຈິດໃຕ້ສຳນຶກຂອງຄົນລຸ້ນຫຼັງ. ໂຊກດີ, ມາຮອດປະຈຸບັນ, ຍັງມີຮ່ອງຮອຍຂອງເສັ້ນທາງເຈື່ອງເຊີນຕາເວັນຕົກຈຳນວນໜຶ່ງທີ່ໄດ້ຮັບການຮັກສາໄວ້ຈາກປະຊາຊົນ ແລະ ອຳນາດການປົກຄອງລາວ ຄື: ກອງບັນຊາການທະຫານເຈື່ອງເຊີນ (1967-1969) ຢູ່ໃຈກາງເຂດພູກາຕັນ, ສາງເກັບນ້ຳມັນອາຍແກັສ ເຈື່ອງເຊີນ ສອງສາງໃນຖ້ຳຫີນ ໃນບ້ານໄມ ແລະ ບ້ານຜາບັງ, ທ່າບັກທ່າໂຂງ (ເກົ່າ), ຂົວບ້ານດົງ... ຢູ່ເມືອງ ເຊໂປນ, ຕອນໜຶ່ງຂອງເສັ້ນທາງເຈື່ອງເຊີນ ທີ່ໄດ້ຮັບການຮັກສາໄວ້ໃນສະພາບດເດີມຢູ່ເມືອງນອງ, ອຸມົງຂ້າມແມ່ນ້ຳຕາເລ (ຄຳມ່ວນ)...
ຮ່ອງຮອຍເສັ້ນທາງໂຮ່ຈິມິນ ໃນດິນແດນ ສປປ ລາວ ສົມໄດ້ຮັບການເຊີດຊູເປັນມໍລະດົກແຫ່ງຊາດລາວ - ມໍລະດົກຂອງຄວາມສາມັກຄີຕໍ່ສູ້ ຫວຽດນາມ - ລາວ.
ຖະແຫຼງການຂອງຫ້ອງວ່າການລັດຖະບານ ກ່ຽວກັບການສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການເຮັດວຽກກັບສະມາຄົມເຈື່ອງເຊີນຫວຽດນາມ ໃນວັນທີ 10 ສິງຫາ 2017, ລວມມີເນື້ອໃນກ່ຽວກັບການສະເໜີ ລັດຖະບານລາວ ຈັດເຂົ້າໃນອັນດັບຮ່ອງຮອຍເສັ້ນທາງເຈື່ອງເຊີນ. |
ສະມາຄົມເຈືອງເຊີນຫວຽດນາມ ໄດ້ໄປສຳຫຼວດບັນດາຮ່ອງຮອຍຢູ່ແຂວງສະຫວັນນະເຂດ, ສາລະວັນ, ອັດຕະປື... ຫຼາຍຄັ້ງ ສະມາຄົມໄດ້ເຮັດວຽກກັບອຳນາດການປົກຄອງຂອງແຂວງ, ເມືອງຈຳນວນໜຶ່ງໃນລາວ ກ່ຽວກັບການອະນຸລັກຮັກສາມໍລະດົກເຈື່ອງເຊີນຕາເວັນຕົກ. ສະມາຄົມໄດ້ສົ່ງຈົດໝາຍທາງການເຖິງອົງການເຈົ້າໜ້າທີ່ຂອງລັດ ຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ກ່ຽວກັບຂໍ້ສະເໜີ ແລະ ຄວາມມຸ່ງມາດປາດຖະໜາຂອງສະມາເຈື່ອງເຊີນ ຫວຽດນາມ. ບັນດາສະຫາຍການນຳພັກ, ລັດ ລາວ ແລະ ຫວຽດນາມ ລ້ວນແຕ່ເປັນເອກະພາບສະໜັບສະໜູນ. ປີ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະໜັບສະໜູນ (ຕາມແຈ້ງການຂອງຫ້ອງວ່່າການລັດຖະບານ) ແລະ ໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດຮັບຜິດຊອບເປັນປະທານ, ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ກະຊວງປ້ອງກັນປະເທດ ແລກປ່ຽນກັບປະເທດເພື່ອນລາວເພື່ອພິຈາລະນາການຮັບຮອງ ແລະ ຈັດເຂົ້າໃນອັນດັບຮ່ອງຮອຍປະຫວັດສາດ.
ແຕ່ມາຮອດປະຈຸບັນ, ເກືອບ 10 ປີໄດ້ຜ່ານໄປ, ແຕ່ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງນັກຮົບເກົ່າ ເຈືອງເຊີນ ແລະ ປະຊາຊົນ ຫວຽດນາມ - ລາວ ຍັງເປັນພຽງຄວາມຝັນ.
ເສັ້ນທາງໂຮ່ຈິມິນຢູ່ຕາເວັນຕົກເຈື່ອງເຊີນ, ບັນດາການປະກອບສ່ວນເສຍສະຫຼະຂອງທະຫານເຈື່ອງເຊີນ ແລະ ປະຊາຊົນບັນດາເຜົ່າລາວໃນສົງຄາມຕ້ານອາເມລິກາຄວນໄດ້ຮັບການຮັບຮູ້. ພວກຂ້າພະເຈົ້າສະເໜີດ້ວຍຄວາມຈິງໃຈເຖິງບັນດາອົງການເຈົ້າໜ້າທີ່ຂອງສອງປະເທດເອົາໃຈໃສ່ ແລະ ຄົ້ນຄວ້າເພື່ອຈັດຕັ້ງຜັນຈະຫຍາຍຄວາມມຸ່ງມາດປາຖະໜາດັ່ງກ່າວໂດຍໄວ.
ຫວູຈິງເຕື່ອງ
ຫົວຫນ້າຄະນະປະຫວັດສາດ, ມູນເຊື້ອ
ສະມາຄົມມູນເຊື້ອ ເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນຫວຽດນາມ