ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ດ້ານຄວາມສະເໜີລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ

19:18 | 30/09/2022

ຕອນເຊົ້າວັນທີ 29 ກັນຍາ, ການໂອ້ລົມສົນທະນາຂັ້ນລັດຖະມົນຕີບັນດາປະເທດ ອາຊຽນ - ອາເມລິກາ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມສິດໃຫ້ແກ່ແມ່ຍິງ ໄດ້ຈັດຕັ້ງຕາມແບບທາງໄກ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີ, ຫົວໜ້າຄະນະບັນດາປະເທດສະມາຊິກ ອາຊຽນ 9 ທ່ານ (ຍົກເວັ້ນ ມຽນມາ) ແລະ ອາເມລິກາ ຮັບຜິດຊອບບັນຫາແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເລຂາທິການໃຫຍ່ ອາຊຽນ, ຄະນະເລຂາ ອາຊຽນ.

ຫວຽດນາມ ຈະສືບຕໍ່ບຸລິມະສິດບັນດາຄຳໝັ້ນສັນຍາເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ ຫວຽດນາມ ຈະສືບຕໍ່ບຸລິມະສິດບັນດາຄຳໝັ້ນສັນຍາເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ: ຢູ່ ຫວຽດນາມ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ ຍາມໃດກໍ່ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ: ຢູ່ ຫວຽດນາມ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ ຍາມໃດກໍ່ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍ
ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ດ້ານຄວາມສະເໜີລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ
ການໂອ້ລົມສົນທະນາຂັ້ນລັດຖະມົນຕີບັນດາປະເທດ ອາຊຽນ - ອາເມລິກາ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມສິດໃຫ້ແກ່ແມ່ຍິງ ໄດ້ຈັດຕັ້ງຕາມແບບທາງໄກ. ພາບ: Vietnam+

ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ. ທີ່ການໂອ້ລົມສົນທະນາ, ບັນດາລັດຖະມົນຕີ/ຫົວໜ້າຄະນະໄດ້ແບ່ງປັນກ່ຽວກັບຍຸດທະສາດ ແລະ ຂໍ້ລິເລີ່ມຂອງປະເທດຊາດໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມທະວີສິດໃຫ້ແກ່ແມ່ຍິງ.

ທີ່ການໂອ້ລົມສົນທະນາ, ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: “ການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຮຽກຮ້ອງໃຫ້ບັນດາສະມາຊິກ ອາຊຽນ ຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນໃນພາກພື້ນ ແລະ ການໜູນຊ່ວຍຂອງບັນດາປະເທດອື່ນໃນໂລກ. ພວກຂ້າພະເຈົ້າຫວັງວ່າ ໄລຍະຈະມາເຖິງ, ອາເມລິກາ ຈະສືບຕໍ່ຮ່ວມມື, ໜູນຊ່ວຍບັນດາສະມາຊິກ ອາຊຽນ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ -ຊາຍ ເພື່ອເພີ່ມທະວີສິດໃຫ້ແກ່ແມ່ຍິງໃນອະນາຄົດ ແລະ ພິເສດແມ່ນຟື້ນຟູເສດຖະກິດຫຼັງໂລກລະບາດ”.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.