ຫວຽດນາມ ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວກຳປູເຈຍ ນິຍົມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້

08:00 | 12/09/2022

ຫວຽດນາມ ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວກຳປູເຈຍ ນິຍົມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ນັບແຕ່ປີ 2022 ມາຮອດປະຈຸບັນ. ສື່ເອເລັກໂຕນິກ Thmeythmey ວັນທີ 10 ກັນຍາ ໃຫ້ຮູ້ວ່າ ໃນເດືອນສິງຫາ ຜ່ານມາ, ຈຳນວນນັກທ່ອງທ່ຽວກຳປູເຈຍ ມາທ່ຽວຢູ່ຫວຽດນາມເພີ່ມຂຶ້ນ 205% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ກ່ອນໄລຍະແຜ່ລະບາດຂອງພະຍາດໂຄວິດ-19.

ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ) ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ)
ຫວຽດ​ນາມ ມີ​ຄວາມ​ເຄົາ​ລົບ​ຕໍ່​ການ​ສະ​ໜັບ​ສະ​ໜູນ​​ຂອງ ພະ​ລາ​ຊິ​ນີ ອັງ​ກິດຕໍ່ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ ມີ​ຄວາມ​ເຄົາ​ລົບ​ຕໍ່​ການ​ສະ​ໜັບ​ສະ​ໜູນ​​ຂອງ ພະ​ລາ​ຊິ​ນີ ອັງ​ກິດຕໍ່ການ​ພົວ​ພັນ​ສອງ​ປະ​ເທດ
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ໃນ 8 ເດືອນຂອງປີ 2022, ໄດ້ມີນັກທ່ອງທ່ຽວກຳປູເຈຍ ກວ່າ 80.000 ເທື່ອຄົນເລືອກຫວຽດນາມ ເປັນສະຖານທີ່ທ່ອງທ່ຽວ - ເຊິ່ງແມ່ນລະດັບສູງສຸດໃນອາຊຽນ, ໃນຂະນະທີ່ໄປສິງກະໂປແມ່ນ 68.000 ເທື່ອຄົນ, ໄທ 61.000 ເທື່ອຄົນ ແລະມາເລເຊຍ 53.000 ເທື່ອຄົນ.

ກໍ່ຕາມສື່ Thmeythmey, ສື່ເອເລັກໂຕນິກແຖວໜ້າຂອງກຳປູເຈຍ ໃນປະຈຸບັນ, ນັກທ່ອງທ່ຽວກຳປູເຈຍມາຫວຽດນາມ ຕົ້ນຕໍແມ່ນເພື່ອໄປທັດສະນະສຶກສາ, ທ່ອງທ່ຽວສົມທົບກັບກວດກາ, ປິ່ນປົວພະຍາດ, ຢ້ຽມຢາມຍາດຕິພີ່ນ້ອງ ແລະຄ້າຂາຍຢູ່ເຂດຊາຍແດນລະຫວ່າງ 2 ປະເທດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.