ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ລົບ​ລ້າງ​ການ​ຈຳ​ແນກ​ການ​ປະ​ພຶດ​ສຳ​ລັບ​ແມ່​ຍິງ, ເດັກ​ຍິງ

11:38 | 07/10/2022

ຍ​ສ​ໝ - ຢູ່​ທີ່​ນີ້, ຫວຽດ​ນາມ ໄດ້​ຍົກ​ສູງ​ຄວາມ​ສຳ​ຄັນ​ໃນ​ການ​ສະ​ກັດ​ກັ້ນ ແລະ ລົບ​ລ້າງ​ທຸກ​ຮູບ​ແບບ​ຈຳ​ແນກ​ການ​ປະ​ພຶດ​ ແລະ ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ.

ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
ງານ​ບຸນ​ເສື້ອ​ຍາວ​ໄວ​ເດັກ​​ຫວຽດ​ນາມ-ມຸ່ງ​ໄປ​ສູ່​ເກົາ​ເຄົ້າ​ເຫງົ້າ​ກໍ ງານ​ບຸນ​ເສື້ອ​ຍາວ​ໄວ​ເດັກ​​ຫວຽດ​ນາມ-ມຸ່ງ​ໄປ​ສູ່​ເກົາ​ເຄົ້າ​ເຫງົ້າ​ກໍ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ລົບ​ລ້າງ​ການ​ຈຳ​ແນກ​ການ​ປະ​ພຶດ​ສຳ​ລັບ​ແມ່​ຍິງ, ເດັກ​ຍິງ
ທ່ານ​ ນາງ ເລ​ທິ​ມິງ​ທວາ ອັກຄະລັດຖະທູດທີ່ປຶກສາ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ

ຫວ່າງແລ້ວນີ້, ຄະ​ນະ​ກຳ​ມະ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ມະ​ນຸດ​ສະ​ທຳ ແລະ ວັດ​ທະ​ນະ​ທຳ, ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຄັ້ງ​ທີ 77 ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ.

ຢູ່​ທີ່​ນີ້, ຫວຽດ​ນາມ ໄດ້​ຍົກ​ສູງ​ຄວາມ​ສຳ​ຄັນ​ໃນ​ການ​ສະ​ກັດ​ກັ້ນ ແລະ ລົບ​ລ້າງ​ທຸກ​ຮູບ​ແບບ​ຈຳ​ແນກ​ການ​ປະ​ພຶດ​ ແລະ ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ.

ຢູ່​ ວາ​ລະ​ປຶກ​ສາ​ຫາ​ລື, ສ່ວນຫຼາຍ​ບັນ​ດາ​ບົດ​ລາຍ​ງານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ເຖິງວ່າ​ບັນ​ລຸ​ໄດ້​ຄວາມ​ກ້າວ​ໜ້າຫຼາຍ​ຢ່າງ​ແຕ່​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ບັນ​ດາ​ສິດ​ຂອງ​ແມ່​ຍິງຍັງ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ເມື່ອ​ສະ​ພາບ​ການ​ບໍ່​ສະ​ເໝີ​ພາບ, ໃຊ້​ຄວາມ​ຮຸນ​ແຮງ, ການ​ຈຳ​ແນກ​ການ​ປະ​ພຶດ ແລະ ຄວາມ​ຄິດ​ຕາຍ​ຕົວ​ເພີ່ມ​ຂຶ້ນ, ພິ​ເສດ​ພາຍ​ໃຕ້​ຜົນ​ກະ​ທົບ​ທີ່​ແກ່​ຍາວ​ຈາກ​ພະ​ຍາດ​ໂຄວິດ - 19 ແລະ ໃນ​ສະ​ພາບ​ການ​ເກີດ​ສົງ​ຄາມ, ການ​ປະ​ທະ​ກັນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຊຸດ​ໂຊມ​ເສດ​ຖະ​ກິດ.

ບັນ​ດາ​ປະ​ເທດ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນຄວນ​ມີ​ການ​ກະ​ທຳ​ລວມ​ໝູ່​ຢ່າງເຂັ້ມແຂງ ເພື່ອ​ແກ້​ໄຂບັນດາ​ສິ່ງ​ທ້າ​ທາຍ​ນີ້​ຢ່າງ​ທັນ​ການ.

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ລົບ​ລ້າງ​ການ​ຈຳ​ແນກ​ການ​ປະ​ພຶດ​ສຳ​ລັບ​ແມ່​ຍິງ, ເດັກ​ຍິງ

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານ​ອັກຄະລັດຖະທູດທີ່ປຶກສາ ນາງ ເລ​ທິ​ມິງ​ທວາ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ແບ່ງ​ປັນ​ຂໍ້​ສັງ​ເກດ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຕໍ່​ແມ່​ຍິງ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ເລື່ອງ​ປະ​ຊາ​ຄົມ​ສາ​ກົນ ຄວນ​ກຳ​ນົດ​ບົດ​ບາດ​ຂອງ​ແມ່​ຍິງ​ທັງ​ເປັນ​ເປົ້າ​ໝາຍ, ກຳ​ລັງ​ໜູນ, ເປັນ​ເຈົ້າ​ກຳ, ທັງ​ເປັນ​ເປົ້າ​ໝາຍ​ຮັບ​ໃຊ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ສ້າງ​ສັງ​ຄົມ​ແຫ່ງ​ສັນ​ຕິ​ພາບ.

ຕາມ​ທ່ານ​ນາງ ເລ​ທິ​ມິງ​ທວາ ແລ້ວ, ບັນ​ດາ​ປະ​ເທດ​ຕ້ອງ​ຄວບຄູ່​ບັນ​ຫ​າ​ເພດ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ ຕ້ອງ​ຮັບ​ປະ​ກັນ​ໃນ​ວິ​ວັດ​ການ​ວາງແຜນກຳນົດນະໂຍບາຍ ແລະ ແຜນ​ການ​ແຫ່ງ​ຊາດ​ເພື່ອ​ຮັບ​ປະ​ກັນ​ວ່າ ແມ່​ຍິງ ແລະ ເດັກ​ຍິງໄດ້​ເຂົ້າ​ຮ່ວມ ແລະ ຊົມ​ໃຊ້​ຄວາມ​ຍຸ​ຕິ​ທຳຢ່າງ​ຄົບ​ຖ້ວນ​ໃນ​ວິ​ວັດ​ການ​ພັດ​ທະ​ນາ.

ຜູ້​ຕາງ​ໜ້າ ຫວຽດ​ນາມ ຖື​ວ່າ ແມ​່​ຍິງ​ຄວນ​ສວຍ​ໃຊ້​ກາ​ລະ​ໂອ​ກາດ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ນຳ​ທັນ​ທ່າ​ອ່​ຽງ​ພັດ​ທະ​ນາ ແລະ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ຕົນ​ຢ່າງ​ສຸດ​ຂີດ.

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ລົບ​ລ້າງ​ການ​ຈຳ​ແນກ​ການ​ປະ​ພຶດ​ສຳ​ລັບ​ແມ່​ຍິງ, ເດັກ​ຍິງ

ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ສາ​ກົນ, ຜູ້​ນຳ​ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ​ສາ​ກົນ ແລະ ຄູ່​ຮ່ວມ​ມື​ພັດ​ທະ​ນາ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ພັນ​ທະທົ່ວ​ໂລກ​ໃນ​ການ​ປົກ​ປ້ອງ​ສິດທິ​ຂອງ​ແມ່​ຍິງ ແລະ ເດັກ​ຍິງ.

​ທ່ານ​ນາງ ​ເລ​ທິ​ມິງທວາ ຢືນຢັນ​ວ່າ: ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ແມ່ນ​ໄດ້​ຮັບ​ການ​ເຄົາລົບ​ນັບຖື​ໃນ​ບັນດາ​ນະ​ໂຍບາຍ​ຂອງ​ຊາດ; ການຮັບປະກັນ​ບົດບາດ, ການ​ເຂົ້າ​ຮ່ວມ ​ແລະ ການ​ປະກອບສ່ວນ​ຂອງ​ແມ່ຍິງ​ໃນ​ຊີວິດ​ດ້ານ​ເສດຖະກິດ, ການ​ເມືອງ ​ແລະ ສັງຄົມ​ຂອງ​ປະ​ເທດ ບໍ່​ພຽງ​ແຕ່​ແມ່ນ​ບັນດາ​ຄຳ​ໝັ້ນ​ສັນຍາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບັນດາ​ມາດຖານ​ຢູ່​ຫວຽດນາມ.

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ລົບ​ລ້າງ​ການ​ຈຳ​ແນກ​ການ​ປະ​ພຶດ​ສຳ​ລັບ​ແມ່​ຍິງ, ເດັກ​ຍິງ

ທ່ານ​ນາງ ເລ​ທິ​ມິງ​ທວາ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ ​ແລະ ໝາກຜົນ​ທີ່​ບັນລຸ​ໄດ້​ຂອງ ຫວຽດນາມ ​ເຊັ່ນ: ມີ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ເພດ​ຍິງ​ຢູ່​ພາກ​ພື້ນ; ແມ່ຍິງ​ແມ່ນ​ກຳລັງ​ແຮງ​ງານ​ຕົ້ນຕໍ ​ແລະ ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ, ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ພ້ອມ​ທັງ​ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ ການ​ປະກອບສ່ວນ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ໂລກ ​ໃນ​ບັນດາ​ກົນ​ໄກ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.