ຫວຽດນາມ ແມ່ນຮູບຕົວແບບໃນການແກ້ໄຂສະພາບການເລືອກເພດ ບົນພື້ນຖານຄວາມຄິດຕາຍຕົວດ້ານເພດ

08:22 | 07/10/2022

ຍສໝ - ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ບົດ​ບາດ​ທີ່​ດີ​ທີ່​ສຸດ ​ໃນ​ການ​ແກ້​ໄຂ​ສະພາບຄວາມ​ຢາກມີລູກ​ຊາຍ ແລະ ການ​ເລືອກ​​ເພດ ​ທີ່ບົນ​ພື້ນຖານ​ຄວາມຄິດຕາຍຕົວ​ດ້ານ​ເພດ ​ໃນ​ໄລ​ຍະ 15 ປີ​ທີ່​ຜ່ານ​ມາ.

UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ
ການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງາານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ ການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງາານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ກອງ​ປະຊຸມ​ປຶກສາ​ຫາລື ໃຕ້ - ​ໃຕ້ ​ ກ່ຽວ​ກັບ​ການ​ຢຸດຕິຈິດຕະສາດ​ຄວາມ​ຢາກມີ​ລູກ​ຊາຍ, ​ເຮັດໃຫ້ຄຸນຄ່າ​ຂອງ​ເດັກ​ຍິງຕ່ຳລົງ ​ແລະ ການ​ເລືອກ​ເພດ​ບົນ​ພື້ນຖານ​ຄວາມຄິດຕາຍຕົວ​ດ້ານ​ເພດ ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 4 ຕຸລາ, ຢູ່​ຮ່າ​ໂນ້ຍ, ຜູ້ອຳນວຍການຫ້ອງການກອງທຶນປະຊາກອນ - ​ສະຫະ​ປະຊາ​ຊາດ (UNFPA) ປະຈຳ ອາຊີ ແລະ ປາຊີຟິກ, ທ່ານ Bjorn Andersson ຕີ​ລາຄາ​ວ່າ ຫວຽດນາມ ບັນລຸ​ໄດ້ຜົນງານ​ທີ່​ດີ​ທີ່ສຸດໃນ​ການ​ແກ້​ໄຂສະພາບ​ຄວາມຢາກມີ​ລູກ​ຊາຍ ​ແລະ ການ​​ເລືອກເພດ​ ບົນ​ພື້ນຖານ​ຄວາມຄິດຕາຍຕົວ​ດ້ານ​ເພດ​ ໃນຕະຫຼອດ 15 ປີຜ່ານມາ.

ຫວຽດນາມ ແມ່ນຮູບຕົວແບບໃນການແກ້ໄຂສະພາບການເລືອກເພດ ບົນພື້ນຖານຄວາມຄິດຕາຍຕົວດ້ານເພດ
ຜູ້ອຳນວຍການຫ້ອງການກອງທຶນປະຊາກອນ - ​ສະຫະ​ປະຊາ​ຊາດ (UNFPA) ປະຈຳ ອາຊີ ແລະ ປາຊີຟິກ, ທ່ານ Bjorn Andersson.
ຫວຽດນາມ ແມ່ນຮູບຕົວແບບໃນການແກ້ໄຂສະພາບການເລືອກເພດ ບົນພື້ນຖານຄວາມຄິດຕາຍຕົວດ້ານເພດ
ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນ​ທິຮ່າ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

ຫວຽດນາມ ມີ​ຫຼາຍ​ຮູບ​ແບບ​ທີ່​ມີ​ປະສິດທິ​ຜົນ, ​ນັບທັງ​ຂົງ​ເຂດ​ພັດທະນາ​ນະ​ໂຍບາຍ, ປັບປຸງ​ກົດໝາຍ​ຄື: ກົດໝາຍ​ວ່າ​ດ້ວຍ​ປະຊາກອນ, ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ ​ແລະ ບັນດາ​ໂຄງການ​ປະດິດ​ສ້າງ ​ຄື​ ໂຄງການເປັນ​ພໍ່​​ທີ່​ມີ​ຄວາມ​ຮັບຜິດຊອບ. ທ່ານ Bjorn Andersson ຢືນຢັນ​ວ່າ ບັນດາ​ຜົນງານ​​ທີ່​ກ່າວ​ມາຂ້າງເທິງ​ນັ້ນ ​ໄດ້​ເຮັດ​ໃຫ້ ຫວຽດນາມ ​ເປັນໜຶ່ງໃນບັນດາ​ປະ​ເທດ​ຕົວ​ແບບ ​ທີ່​ເໝາະ​ສົມ​ໃນ​ການ​ຮ່ວມ​ມື​ໃຕ້ - ​ໃຕ້ (ຮູບ​ແບບ​ການ​ຮ່ວມ​ມື​ຊຸກຍູ້​ການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ ​ດ້ວຍ​ການ​ແລກປ່ຽນ​ບົດຮຽນ, ແບ່ງປັນປະສົບການ ​ແລະ ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ບັນດາ​ປະ​ເທດ​ພວມ​ພັດທະນາ).

ຫວຽດນາມ ແມ່ນຮູບຕົວແບບໃນການແກ້ໄຂສະພາບການເລືອກເພດ ບົນພື້ນຖານຄວາມຄິດຕາຍຕົວດ້ານເພດ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມສຳມະນາ, ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນ​ທິຮ່າ ​ເນັ້ນ​ໜັກ​ວ່າ ຢູ່ ຫວຽດນາມ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແມ່ນ​ນະ​ໂຍບາຍ​ສຳຄັນ​ທີ່​ສຸດ​ຂອງ​ພັກ ​ແລະ ລັດ, ​ແລະຍາມ​ໃດ​ກໍ່​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ, ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ, ເປັນ​ເອ​ກະ​ພາບ ແລະ ຍືນ​ຍົງ. ຫວຽດນາມ ກໍ່​ປະຕິບັດ​ຫຼາຍ​ວິທີ​ແກ້​ໄຂ​ຢ່າງຄົບຊຸດ, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ບັນດາ​ມາດ​ຕະການ​ແກ້​ໄຂ​ ກ່ຽວ​ກັບ​ການ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍເພື່ອ​​ປ່ຽນ​ແປງແນວຄິດ “​ເຄົາລົບ​ຜູ້​ຊາຍ, ບໍ່​ນັບຖື​ຜູ້​ຍິງ”.

ຫວຽດນາມ ແມ່ນຮູບຕົວແບບໃນການແກ້ໄຂສະພາບການເລືອກເພດ ບົນພື້ນຖານຄວາມຄິດຕາຍຕົວດ້ານເພດ
ຫວຽດນາມ ແມ່ນຮູບຕົວແບບໃນການແກ້ໄຂສະພາບການເລືອກເພດ ບົນພື້ນຖານຄວາມຄິດຕາຍຕົວດ້ານເພດ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.