ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ

09:40 | 09/09/2022

ວັນທີ 8 ກັນຍາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບາງຫົວໜ່ວຍຄູ່ຮ່ວມມື ຈັດພິທີປຸກລະດົມ “ວັນເຊີດຊູພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄລຍະ 2023 – 2030”.

ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​
ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNESCO ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNESCO
ພິທີເຊັນບົດບັນທຶກຊ່ວຍຈຳ 3 ສະບັບ
ພິທີເຊັນບົດບັນທຶກຊ່ວຍຈຳ 3 ສະບັບ

ແຜນຮ່າງດັ່ງກ່າວໂດຍລັດຖະບານອະນຸມັດຜ່ານໃນວັນທີ 3 ສິງຫາ 2022 ຕົກລົງກັນເປັນເອກະພາບເອົາວັນທີ 8 ກັນຍາ ປະຈຳປີເປັນວັນເຊີດຊູພາສາ ຫວຽດ, ແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດກ່ຽວກັບພາສາ ຫວຽດ, ເຊີດຊູຄວາມງາມ, ຄຸນຄ່າຂອງພາສາ ຫວຽດ ໃນປະຊາຄົມ ແລະ ເພື່ອນມິດສາກົນ. ກ່າວຄຳເຫັນໄຂພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດເນັ້ນໜັກວ່າ ການຮັກສາພາສາ ຫວຽດ ແມ່ນໜ້າທີ່ສຳຄັນ, ມີຄວາມໝາຍແທດຈິງ, ມີຄຸນຄ່າທາງດ້ານວິທະຍາສາດ ແລະ ວັດທະນະທຳມະນຸດຢ່າງເລິກເຊິ່ງ.

ນັບແຕ່ປີ 2022, ບັນດາການເຄື່ອນໄຫວມຸ່ງໄປເຖິງວັນເຊີດຊູພາສາ ຫວຽດ ຈະໄດ້ຜັນຂະຫຍາຍໃນທັງປີ ແລະ ອາດຈະຈັດຂຶ້ນໃນໂອກາດວັນບຸນ, ສະເຫຼີມສະຫຼອງ, ວັນສຳຄັນໃຫຍ່ຂອງຊາດ. ໃນຂອບເຂດພິທີປຸກລະດົມກໍໄດ້ດຳເນີນພິທີເຊັນບົດບັນທຶກຊ່ວຍຈຳ 3 ສະບັບ ລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ກັບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ, ສຳນັກພິມຈຳໜ່າຍການສຶກສາ ຫວຽດນາມ ແລະ ບໍລິສັດ Alpha Books.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.