ແມ່​ຍິງ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ​ ເຊື່ອມ​ໂຍງ, ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາສີ​ຂຽວ ແລະ ຍືນ​ຍົງ

18:46 | 30/09/2022

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສ “ແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍເຊື່ອມໂຍງ, ຮ່ວມມືເພື່ອການພັດທະນາສີຂຽວ ແລະ ຍືນຍົງ ໃນໂລກທີ່ມີພະຍາດໂຄວິດ - 19”.

ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ
ງານມະໂຫາລານມິດຕະພາບປະຊາຊົນຫວຽດນາມ-ລາວ ຊ່ວຍຄົນຮຸ່ນໜຸ່ມເຂົ້າໃຈ, ສ້າງສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ ງານມະໂຫາລານມິດຕະພາບປະຊາຊົນຫວຽດນາມ-ລາວ ຊ່ວຍຄົນຮຸ່ນໜຸ່ມເຂົ້າໃຈ, ສ້າງສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ
ພາບ: phunuvietnam.vn
ພາບ: phunuvietnam.vn

ນີ້ແມ່ນການເຄື່ອນໄຫວແທດຈິງຕອບສະໜອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ 2022. ກ່າວຄຳເຫັນໄຂເວທີປາໄສ, ທ່ານນາງ ຮ່າທິງາ ປະທານສະຫະພັນແມ່ຍິງ ຫວຽດນາມ ຊີ້ແຈ້ງວ່າ: ຢູ່ເວທີປາໄສມື້ນີ້, ພວກເຮົາສືບຕໍ່ຢັ້ງຢືນບົດບາດທີ່ຕັ້ງໜ້າຂອງແມ່ຍິງ ແລະ ບັນດາອົງການຈັດຕັ້ງແມ່ຍິງ ກ່ຽວກັບວິວັດການມຸ່ງໄປເຖິງການພັດທະນາສີຂຽວ ແລະ ຍືນຍົງລະດັບຊາດ, ພາກພື້ນ ແລະ ທົ່ວໂລກ.

ສ່ວນຝ່າຍສະຫະພັນແມ່ຍິງ ຫວຽດນາມ, ພວກຂ້າພະເຈົ້າຂໍສະແດງຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຈະສືບຕໍ່ບັນດາການເຄື່ອນໄຫວ, ຂໍ້ລິເລີ່ມເພື່ອແນໃສ່ຊຸກຍູ້ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນປະໂຫຍດຂອງແມ່ຍິງຈາກວິວັດການນີ້.

ຢູ່ເວທີປາໄສນີ້, ຜູ້ແທນແມ່ຍິງ ຫວຽດນາມ, ລາວ, ກຳປູເຈຍ ແລະ ນັກຊ່ຽວຊານສາກົນ ໄດ້ແບ່ງປັນກ່ຽວກັບບັນດາໂຄງການ, ຂໍ້ລິເລີ່ມແຫ່ງຊາດ ແລະ ພາກພື້ນ ໃນການຜະລິດກະສິກຳປອດສານພິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາການທ່ອງທ່ຽວເປັນມິດກັບສິ່ງແວດລ້ອມ, ຟື້ນຟູເສດຖະກິດພາຍຫຼັງໂຄວິດ - 19 ແລະ ຮັບປະກັນການໜູນຊ່ວຍສັງຄົມໃຫ້ເໝາະສົມກັບສະພາບປົກກະຕິໃໝ່, ເສີມຂະຫຍາຍບົດບາດຂອງແມ່ຍິງ ເພື່ອການພັດທະນາສີຂຽວ ແລະ ຍືນຍົງ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.