ຍສໝ - ໂດຍໄດ້ຮັບອະນຸຍາດຈາກທ່ານນາງ ຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ, ປະທານ AIPA-4, ແຕ່ວັນທີ 12-15 ພຶດສະພາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນແຮງຟຸກ - ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ສະພາແຫ່ງຊາດຫວຽດນາມ ທີ່ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ບັນດາອົງການລັດຖະສະພາສາກົນ ແລະ ອົງການຮ່ວມລັດຖະສະພາສາກົນ.
ຍສໝ - ກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວແມ່ນຂອງຂວັນຂອງພັກ, ລັດ, ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ, ປະຊາຊົນ ລາວ. ລັດຖະບານຂອງສອງປະເທດໄດ້ຕົກລົງທີ່ຈະສ້າງເງື່ອນໄຂໃນການເພີ່ມແຮງງານເຕັກໂນໂລຢີສູງຂອງຫວຽດນາມ 100 ຄົນໃຫ້ ສຳເລັດໂຄງການ.
ຍສໝ - ພວກຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນໃນທົ່ວປະເທດ ເສີມຂະຫຍາຍນ້ຳໃຈຮັກຊາດ, ສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນອັນລ້ຳຄ່າຂອງຊາດ, ຮ່ວມແຮງຮ່ວມໃຈໃນມາດຕະການຕ່າງໆ ເພື່ອປ້ອງກັນ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ.
ຕອນເຊົ້າວັນທີ 28 ກຸມພາ, ທີ່ສະພາລັດຖະສະພາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍິນດີຕ້ອນຮັບ ທ່ານ Pranay Verma, ເອກອັກຄະລັດຖະທູດອິນເດຍ ໄດ້ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່.
ຍສໝ - ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການທູດຂອງພັກ, ການທູດຂອງລັດ ແລະການທູດປະຊາຊົນໃນໄລຍະຜ່ານມາໄດ້ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ຮ່ວມມື ແລະພັດທະນາ.
ໃນວັນທີ 11 ກຸມພາ 2020 ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບ ການເຄື່ອນ ໄຫວວຽກງານ ແລະ ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ປະຈຳ ປີ 2019 ພ້ອມວາງທິດທາງແຜນການ ປະຈຳ ປີ 2020 ໂດຍມີ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ເຂົ້າຮ່ວມ.
ໃນລະຫວ່າງວັນທີ 10 - 11 ກຸມພາ 2020, ກອງປະຊຸມຄັ້ງທີ 42 ຂອງຄະນະປະຈຳສະພາແຫ່ງຊາດຈະດຳເນີນຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່າງຊາດ ຫງວຽນທິກິມເງິນຈະເຂົ້າຮ່ວມ, ກ່າວຄຳປາໄສໄຂກອງປະຊຸມ ແລະ ພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດປ່ຽນກັນເປັນປະທານກອງປະຊຸມ.
ຍສໝ - ວັນທີ 20 ມັງກອນ 2020, ທີ່ຫໍສະພາແຫ່ງຊາດ, ທ່ານພົນເອກ ໂດ້ບ໊າຕິ ຮອງປະທານສະພາແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນຄະນະກໍາມາທິການການທະຫານສະພາຕ່ຳສະຫະລັດອາເມລິກາ ໂດຍທ່ານ Seth Moulton ສະມາຊິກສະພາຕໍ່າເປັນຫົວໜ້າຄະນະມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທ່ານນາງ ປານີ ຢາທໍ່ຕູ້ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ໃນໄລຍະຜ່ານມາຍາມໃດກໍ່ສະຫງວນການສະໜັບສະໜູນອັນລໍ້າຄ່າຊ່ວຍເຫຼືອລາວ ພັດທະນາເສດຖະກິດ-ສັງຄົມ
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ ລາງວັນອັນສູງສົ່ງ ເຊິ່ງພັກ, ລັດ ຂອງສອງປະເທດມອບໃຫ້ ແມ່ນມີຄວາມໝາຍທີ່ຍິ່ງໃຫຍ່, ຢັ້ງຢືນຢ່າງໝັ້ນແກ່ນ ສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 7 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ເຮັດວຽກກັບເລຂາທິການສະພາແຫ່ງຊາດລາວ.
ຍສໝ - ປີ 2019, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ, ປະມວນກົດໝາຍ 18 ສະບັບດ້ວຍຈຳນວນສະມາຊິກສະພາແຫ່ງຊາດສະໜັບສະໜູນສູງ, ໃນນັ້ນມີຮ່າງກົດໝາຍບັນລຸໄດ້ອັດຕາສ່ວນ 100% ສະມາຊິກສະພາແຫ່ງຊາດມີໜ້າໃຫ້ຄະແນນສຽງເຫັນດີ.
ທ່ານນາງ ຕ່ອງທິຟ໊ອງ ໄດ້ມອບຂອງຂວັນບຸນເຕັດ 100 ພູດ, ແຕ່ລະພູດມີມູນຄ່າ 1,1 ລ້ານດົ່ງໃຫ້ແກ່ບັນດາຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ເມືອງ ຫວ້ານນິງ.
ຍສໝ - ເນື່ອງໃນໂອກາດຢ້ຽມຢາມ ແລະ ເຂົ້າຮ່ວມ ງານສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ, ຕອນບ່າຍວັນທີ 25 ທັນວາ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ພ້ອມດ້ວຍຄະນະວຽກງານຂອງກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງເຮືອນຫໍສະພາແຫ່ງຊາດລາວແຫ່ງໃໝ່ - ເຊິ່ງເປັນຂອງຂວັນຈາກພັກ ແລະ ລັດ ຫວຽດນາມ ໃຫ້ແກ່ລາວ. ທ່ານລັດຖະມົນຕີ ໂງຊວນລິກ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດ Star Telecom Corporation (UNITEL).
ຍສໝ - ໃນຕອນບ່າຍວັນທີ 10 ທັນວາ 2019, ຄະນະຜູ້ແທນກໍາມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບ ການນໍານະຄອນດ່ານັ້ງ.
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 20 ວັນ ແຕ່ວັນທີ 7 ພະຈິກ - 6 ທັນວາ 2019.
ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 3 ທັນວາ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງໄດ້ຮັບຟັງການນໍາສະເໜີ ຮ່າງກົດໝາຍວ່າດ້ວຍຫລັກຊັບ (ສະບັບປັບປຸງ) ຈາກທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວ, ຊຶ່ງປະກອບມີສະພາບ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຫລັກຊັບ; ເຫດຜົນ ແລະ ຄວາມຈໍາເປັນ; ເນື້ອໃນຕົ້ນຕໍການປັບປຸງກົດໝາຍ ແລະ ຄາດຄະເນຜົນໄດ້ຮັບ ພາຍຫລັງທີ່ໄດ້ນັບການປັບປຸງ.
ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຂຶ້ນສະເໜີກົດໝາຍ ວ່າດ້ວຍຮູບເງົາ (ກົດໝາຍສ້າງໃໝ່) ຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນວັນທີ 27 ພະຈິກ ພາຍໃຕ້ການເປັນ ປະທານຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ. ກົດໝາຍວ່າດ້ວຍຮູບເງົາໄດ້ຖືກສ້າງຕັ້ງຂຶ້ນໃນປີ 1958 ເຂດທີ່ໝັ້ນຂອງການປະຕິວັດ ແຂວງຫົວພັນ ໃນໄລຍະນັ້ນໄດ້ ໃສ່ຊື່ວ່າ ''ພະແນກຮູບເງົາສາ ລະຄະດີແນວລາວຮັກຊາດ'' ຊຶ່ງມີໜ້າທີ່ນຳສະເໜີແນວທາງນະໂຍບາຍອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດໄລຍະເວລາ 60 ປີຜ່ານມາໄດ້ໂຄສະນາ, ປຸກລະດົມຂົນຂວາຍພໍ່ແມ່ປະຊາ ຊົນລຸກຂຶ້ນຕໍ່ສູ້ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຈົນສາມາດຍາດໄດ້ໄຊ ຊະນະໃນວັນທີ 2 ທັນວາ 1975.
ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີກົດໝາຍວ່າດ້ວຍກິລາ-ກາຍະກຳ (ສະບັບປັບປຸງ) ກ່ຽວກັບເຫດຜົນ, ຄວາມຈຳເປັນໃນການປັບປຸງກົດ ໝາຍດັ່ງກ່າວ ໃນວັນທີ 25 ພະຈິກນີ້ ຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII.
ຍສໝ - ຕອນບ່າຍວັນທີ 25 ພະຈິກ, ດ້ວຍຄະແນນສຽງເຫັນດີສ່ວນຫຼາຍ, ສະພາແຫ່ງຊາດຮັບຮອງເອົາກົດໝາຍຈຳນວນໜຶ່ງ.