ສະພາແຫ່ງຊາດລາວ ສະຫຼຸບປີ 2019

11:37 | 12/02/2020

ໃນ​ວັນ​ທີ 11 ກຸມພາ 2020 ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບ ການເຄື່ອນ ໄຫວວຽກງານ ແລະ ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ປະຈຳ ປີ 2019 ພ້ອມ​ວາງທິດທາງແຜນການ ປະຈຳ ປີ 2020 ​ໂດຍ​ມີ​ ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ພ້ອມ​ດ້ວຍ​ສະມາຊິ​ກພັກ, ພະນັກງາ​ນ-ລັດຖະກອນ ພາຍ​ໃນ​ສະພາ​ແຫ່ງ​ຊາດ ​ເຂົ້າ​ຮ່ວມ​.

ສະພາແຫ່ງຊາດລາວ ສະຫຼຸບປີ 2019

ສະພາແຫ່ງຊາດ ສະຫຼຸບປີ 2019 ພ້ອມຍ້ອງຍໍ ພະນັກງານດີເດັ່ນ.(ພາບ: pasaxon.org.la)

ໃນ 1 ປີຜ່ານມາສະພາແຫ່ງຊາດສາມາດຍາດໄດ້ ຜົນງານພົ້ນເດັ່ນ ເປັນຕົ້ນກອງປະຊຸມສະໄໝສາມັນເທື່ອທີ 7 ແລະ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ພິຈາລະນາຮັບຮອງເອົາກົດໝາຍຈຳນວນ 18 ສະບັບ ຮັບຮອງເອົາມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບບັນຫາສຳຄັນພື້ນຖານຂອງປະເທດຊາດ ມີທັງໝົດ 33 ສະບັບ ທັງໄດ້ດຳເນີນການປະເມີນຜົນດ້ວຍການໃຫ້ຄະແນນຕໍ່ການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາແຫ່ງຊາດເລືອກຕັ້ງໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງຈຳນວນ 69 ທ່ານ ຍິງ 14 ທ່ານ ແລະ ຄະນະ ປະຈຳສະພາແຫ່ງຊາດ, ໄດ້ພິ ຈາລະນາບັນຫາສໍາຄັນຕ່າງໆ 114 ເລື່ອງ ແລະ ຮັບຮອງເປັນ ມະຕິຂອງຄະນະປະຈຳສະພາແຫ່ງຊາດຈຳນວນ 50 ສະບັບ, ນອກຈາກນີ້ຍັງໄດ້ ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດ ໝາຍທີ່ຕິດພັນກັບການເກັບ ລາຍຮັບ, ການສ້າງວິຊາຊີບ, ການພັດທະນາສີມືແຮງງານ ທີ່ມີຄຸນນະພາບ, ການສ້າງວຽກເຮັດງານທໍາຂອງປະຊາ ຊົນ, ການຕິດຕາມກວດກາ, ການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດນິຕິກໍາທີ່ພົວພັນກັບການເຊົ່າສຳປະທານທີ່ດິນ, ຜ່ານການຕິດຕາມກວດ ກາເຫັນວ່າລັດຖະບານກໍຄືຂະແໜງການທີ່ກ່ຽວຂ້ອງເອົາ ໃຈໃສ່ສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍເຂົ້າໃນການປະ ຕິບັດໜ້າທີ່ວຽກງານດັ່ງກ່າວນັບມື້ນັບດີຂຶ້ນ ປະກອບສ່ວນໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ລວມທັງການພັດທະນາສີມືແຮງງານການສ້າງອາຊີບທີ່ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ.

ສຳລັບ​ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ປະຈຳ​ ປີ 2020 ສະພາ​ແຫ່ງ​ຊາດ ຈະສືບ​ຕໍ່​ປັບປຸງ​ກົງຈັກການຈັດ​ຕັ້ງ​ ພາຍ​ໃນ​ສະພາ​ແຫ່ງ​ຊາດ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ໜັກ​ແໜ້ນ, ສາມາດ​ປະຕິ ບັດໜ້າທີ່​ເປັນ​ເສນາ​ທິການ​ທີ່​ດີ ​ໃຫ້​ກົງຈັກ​ສະພາ​ແຫ່ງ​ຊາດ ​ແລະ ກົງຈັກ​ ທີ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ​ເອົາ​ໃຈ​ໃສ່​ປັບປຸງ​ລະ​ບອບ​ການ​ເຮັດ​ວຽກ ພາຍ​ໃນ​ສະ​ພາ​ແຫ່ງ​ຊາດ, ສືບ​ຕໍ່​ເອົາ​ໃຈ​ໃສ່​ຍົກ​ສູງ​ຂີດ​ຄວາມ​ສາມາດ ​ໃຫ້​ແກ່​ພະນັກງານ-​ລັດຖະກ​​ອນ ​ເປັນ​ປົກກະຕິ, ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ ການ​ປະ​ເມີນ​ຜົນ​ການ​ປະຕິ​ບັດ ໜ້າທີ່​ວຽກງານ ຂອງ​ພະນັກງານ-​ລັດຖະກອນ​ປະຈຳ​ ປີ 2020 ​ເຊິ່ງ​ເປັນ​ປີ​ແຫ່ງ​ການ​ມ້ວນທ້າຍ ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ນີ້ ​ໃຫ້​ສຳ​ເລັດ​ທັນຕາ​ມ ​ເວລາ​ທີ່​ກໍານົດ​ໃນ​ແຜນການ ​ແລະ ນິຕິ​ກຳ​ກ່ຽວຂ້ອງ ​ແລະ ຮັບປະກັນ​ຄຸນ​ນະພາ​ບ ​ແລະ ອື່ນໆ.

(ໄຊພອນ)

ເຫດການ
302 Found

Found

The document has moved here.