ຄະນະຜູ້ແທນສະພາແຫ່ງຊາດລາວ ຢ້ຽມຢາມ ແລະເຮັດວຽກກັບຄະນະພັກນະຄອນດ່ານັ້ງ ສສ ຫວຽດນາມ

08:59 | 12/12/2019

ຍສໝ - ໃນຕອນບ່າຍວັນທີ 10 ທັນວາ 2019, ຄະນະຜູ້ແທນກໍາມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບ ການນໍານະຄອນດ່ານັ້ງ.

ຄະນະຜູ້ແທນສະພາແຫ່ງຊາດລາວ ຢ້ຽມຢາມ ແລະເຮັດວຽກກັບຄະນະພັກນະຄອນດ່ານັ້ງ ສສ ຫວຽດນາມ

ຄະນະຜູ້ແທນສະພາແຫ່ງຊາດລາວ ຢ້ຽມຢາມ ແລະເຮັດວຽກກັບຄະນະພັກນະຄອນດ່ານັ້ງ ສສ ຫວຽດນາມ.(ພາບ:TTXVN)

ທີ່ການເຮັດວຽກ, ທ່ານ ເຈືອງກວາງເຫງ້ຍ ຢັ້ງຢືນວ່າ, ສາຍພົວພັນລະຫວ່າງສອງສະພາແຫ່ງຊາດລາວ ແລະຫວຽດນາມ ມີຄວາມໝາຍພິເສດທີ່ສຸດ, ແມ່ນພື້ນຖານເພື່ອໃຫ້ສອງປະເທດສືບຕໍ່ສ້າງບັນດານະໂຍບາຍການທູດອັນດີງາມໃນອະນາຄົດ. ພ້ອມທັງກໍ່ປາດຖະໜາວ່າ ທ່ານ ບຸນປອນ ສີສຸລາດ ສືບຕໍ່ສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານລາວ ສືບຕໍ່ຊຸກຍູ້ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ເພື່ອແນໃສ່ຍົກສູງຄວາມສາມາດຈຳໜ່າຍບັນດາຜະລິດຕະພັນອຸດສາຫະກໍາ, ກະສິກໍາລະຫວ່າງບັນດາແຂວງພາກກາງຫວຽດນາມ ແລະພາກໃຕ້ລາວ.

ທີ່ການເຮັດວຽກ, ທ່ານ ບຸນປອນ ສີສຸລາດ ໃຫ້ຮູ້ວ່າ, ກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ ພວມສ້າງແຜນການພັດທະນາເສດຖະກິດລາວ ໃນໄລຍະ 5 ປີ, ແຕ່ປີ 2020-2025. ພ້ອມທັງກໍ່ຢັ້ງຢືນວ່າ, ກໍາມາທິການຈະປຶກສາຫາລື ແລະສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານລາວ ກ່ຽວກັບການສືບຕໍ່ຍູ້ແຮງການຮ່ວມມືກັບນະຄອນດ່ານັ້ງ ເວົ້າສະເພາະ ແລະບັນດາແຂວງໃນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກເວົ້າລວມ.

ມາຮອດປະຈຸບັນ, ນະຄອນດ່ານັ້ງ ໄດ້ລົງນາມໃນເອກະສານຂໍ້ຕົກລົງ ແລະບົດບັນທຶກຊ່ວຍຈໍາກັບຫຼາຍທ້ອງຖິ່ນຂອງລາວ 30 ສະບັບ, ຄື: ນະຄອນຫຼວງວຽງຈັນ ແລະແຂວງສະຫວັນນະເຂດ, ຈໍາປາສັກ, ເຊກອງ, ສາລະວັນ, ອັດຕະປື, ບໍລິຄໍາໄຊ, ໄຊຍະບຸລີ, ສຸມໃສ່ໃນບັນດາຂົງເຂດ: ເພີ່ມທະວີການແລກປ່ຽນຊັບພະຍາກອນມະນຸດ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຮ່ວມມືຜະລິດ, ດໍາເນີນທຸລະກິດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.