ປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

07:34 | 10/01/2020

ທ່ານນາງ ປານີ ຢາທໍ່ຕູ້ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ໃນໄລຍະຜ່ານມາຍາມໃດກໍ່ສະຫງວນການສະໜັບສະໜູນອັນລໍ້າຄ່າຊ່ວຍເຫຼືອລາວ ພັດທະນາເສດຖະກິດ-ສັງຄົມ

ໃນວັນທີ 8 ມັງກອນ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ. ທີ່ການຕ້ອນຮັບ, ຕາງໜ້າພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນລາວ, ທ່ານນາງ ປານີ ຢາທໍ່ຕູ້ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ໃນໄລຍະຜ່ານມາຍາມໃດກໍ່ສະຫງວນການສະໜັບສະໜູນອັນລໍ້າຄ່າຊ່ວຍເຫຼືອລາວ ພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນການຊ່ວຍເຫຼືອກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່.

ກ່າວຄຳປາໄສໃນກອງປະຊຸມ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຫວຽດນາມ ເລີ່ມດໍາລົງຕຳແໜ່ງປະທານອາຊຽນ, ປະທານໄອປາ ຄັ້ງທີ 41 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ທ່ານ ຫງວຽນຊວນຟຸກ ຂອບໃຈຝ່າຍລາວ ທີ່ໄດ້ໃຫ້ຄໍາໝັ້ນສັນຍາສະໜັບສະໜູນ, ໜູນຊ່ວຍ, ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນບັນດາບົດບາດສໍາຄັນນີ້. ຫວຽດນາມ ກໍ່ຈະໜູນຊ່ວຍ, ຊ່ວຍເຫຼືອເມື່ອລາວ ດໍາລົງບົດບາດເປັນປະເທດເຈົ້າພາບຂອງບັນດາກົນໄກອະນຸພາກພື້ນທີ່ສໍາຄັນໃນປີ 2020, ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ພາກພື້ນ.

ປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ທັດສະນີຍະພາບກອງປະຊຸມ. (ພາບ: VGP)

ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ການພົວພັນໃນທຸກດ້ານລະຫວ່າງສອງປະເທດໃນໄລຍະຜ່ານມາລ້ວນແຕ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງແຮງ. ຫວຽດນາມ ຍາມໃດກໍ່ມານະພະຍາຍາມໜູນຊ່ວຍປະຊາຊົນລາວອ້າຍນ້ອງ, ໃນນັ້ນມີແຫຼ່ງທຶນ ODA ທີ່ຊ່ວຍເຫຼືອໃຫ້ລາວ. ລັດຖະບານ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການກໍ່ສ້າງຫໍສະພາແຫ່ງຊາດລາວ. ທ່ານ ຫງວຽນຊວນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງສະພາແຫ່ງຊາດ ຈະສືບຕໍ່ເພີ່ມທະວີການຕິດຕາມກວດກາ ແລະສ້າງເງື່ອນໄຂເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ສ້າງເງື່ອນໄຂເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ບັນດາສັນຍາຮ່ວມມືລະຫວ່າງສອງລັດຖະບານປີ 2020 ຢ່າງມີປະສິດທິຜົນ; ສືບຕໍ່ພິຈາລະນາ ແລະສະໜັບສະໜູນບັນດາການປ່ຽນແປງ, ເພີ່ມເຕີມທີ່ຈໍາເປັນກ່ຽວກັບກົນໄກ, ນະໂຍບາຍ ແລະກົດໝາຍເພື່ອແນໃສ່ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ.

ທ່ານນາງ ປານີ ຢາທໍ່ຕູ້ ອວຍພອນບັນດາຜົນງານ ເຊິ່ງຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະກໍ່ອວຍພອນຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນ ແລະປະທານໄອປາ ຄັ້ງທີ 41 ໃນປີ 2020. ລາວ ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອປະຕິບັດສໍາເລັດບົດບາດນີ້.

(ແຫຼ່ງ​ຂໍ້​ມູນ​: https://la.qdnd.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.