ຜັນຂະຫຍາຍບັນດາເນື້ອໃນໃນບົດບັນທຶກຊ່ວຍຈໍາລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະຫ້ອງວ່າການສະພາແຫ່ງຊາດຫວຽດນາມ

06:46 | 09/01/2020

ຍສໝ - ຕອນບ່າຍວັນທີ 7 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ເຮັດວຽກກັບເລຂາທິການສະພາແຫ່ງຊາດລາວ.

ຜັນຂະຫຍາຍບັນດາເນື້ອໃນໃນບົດບັນທຶກຊ່ວຍຈໍາລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະຫ້ອງວ່າການສະພາແຫ່ງຊາດຫວຽດນາມ

ບັນຍາກາດທີ່ການເຮັດວຽກ. (ພາບ: quochoi.vn)

ການມາຢ້ຽມຢາມ ແລະເຮັດວຽກຄັ້ງນີ້ຂອງຄະນະຜູ້ແທນສະພາແຫ່ງຊາດລາວແມ່ນແນໃສ່ກະກຽມໃຫ້ແກ່ການມອບຫຼຽນໄຊ, ຫຼຽນກາອັນສູງສົ່ງຂອງສະພາແຫ່ງຊາດລາວ ໃຫ້ບັນດາການນໍາສະພາແຫ່ງຊາດຫວຽດນາມ; ຜັນຂະຫຍາຍບັນດາເນື້ອໃນໃນບົດບັນທຶກຊ່ວຍຈໍາລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະຫ້ອງວ່າການສະພາແຫ່ງຊາດຫວຽດນາມ ທີ່ໄດ້ຮັບການລົງນາມໃນເດືອນກໍລະກົດ 2019 ຢູ່ແຂວງຊຽງຂວາງ. ທ່ານ ຫງວຽນແຮ້ງຟຸກເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຖືວ່າ, ໃນໄລຍະຈະມາເຖິງ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຈະຕັ້ງໜ້າ, ເປັນເຈົ້າການປະຕິບັດບັນດາໂຄງການຮ່ວມມືກັບຫ້ອງວ່າການສະພາແຫ່ງຊາດລາວ ພາຍໃຕ້ຫຼາຍຮູບການ; ໜູນຊ່ວຍຫ້ອງວ່າການສະພາແຫ່ງຊາດລາວ ປະຕິບັດບັນດາໂຄງການລະອຽດ, ຄື: ເພີ່ມທະວີກໍາລັງຄວາມສາມາດດ້ານຂໍ້ມູນຂ່າວສານ, ຄົ້ນຄວ້າ, ເພີ່ມທະວີກໍາລັງຄວາມສາມາດດ້ານຂ່າວສານລາຍວັນຂອງສະພາແຫ່ງຊາດລາວ.

ທ່ານນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດລາວ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ, ໃນໄລຍະຜ່ານມາ, ຫ້ອງວ່າການສະພາແຫ່ງຊາດສອງປະເທດໄດ້ສົມທົບກັນເປັນຢ່າງດີໃນທຸກໆການເຄື່ອນໄຫວ, ພິເສດແມ່ນການສົມທົບກັນຜັນຂະຫຍາຍການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດລາວ, ຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຂອງສອງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.