ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບບັນດາເອກອັກຄະລັດຖະທູດຫວຽດນາມຢູ່ຕ່າງປະເທດ

12:46 | 15/02/2020

ຍສໝ - ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການທູດຂອງພັກ, ການທູດຂອງລັດ ແລະການທູດປະຊາຊົນໃນໄລຍະຜ່ານມາໄດ້ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ຮ່ວມມື ແລະພັດທະນາ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບບັນດາເອກອັກຄະລັດຖະທູດຫວຽດນາມຢູ່ຕ່າງປະເທດ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບບັນດາເອກອັກຄະລັດຖະທູດຫວຽດນາມຢູ່ຕ່າງປະເທດ (ພາບ: thegioi)

ທີ່ການເຮັດວຽກ, ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການທູດຂອງພັກ, ການທູດຂອງລັດ ແລະການທູດປະຊາຊົນໃນໄລຍະຜ່ານມາໄດ້ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ຮ່ວມມື ແລະພັດທະນາ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ເນັ້ນຫນັກວ່າ: ບັນດາທ່ານເອກອັກຄະລັດຖະທູດ, ຫົວຫນ້າຜູ້ຕາງຫນ້າຫວຽດນາມ ຢູ່ ຕ່າງປະເທດ ຄວນແກ້ໄຂວຽກງານກ່ຽວຂ້ອງເຖິງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດຄູ່ຮ່ວມມື ໃຫ້ເປັນຢ່າງດີ, ກາຍເປັນຂົວຕໍ່ມິດຕະພາບການຮ່ວມມືພັດທະນາໃນການພົວພັນກັບບັນດາປະເທດ.

ທີ່ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າອອກເດີນທາງໄປປະຕິບັດໜ້າທີ່, ທ່ານນາງ ຫງວຽນທິກິມເງິນ ສະເໜີຕ້ອງຊາບຊຶມທັດສະນະ, ແຜນນະໂຍບາຍ, ແນວທາງຂອງພັກ ແລະລັດຖະທຳມະນູນ, ກົດໝາຍຂອງລັດຢ່າງຄົບຖ້ວນ ແລະເລິກເຊິ່ງ; ຊາບຊຶມແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.