ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ລາວ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ

15:48 | 09/12/2019

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 20 ວັນ ແຕ່ວັນທີ 7 ພະຈິກ - 6 ທັນວາ 2019.

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ລາວ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.(ພາບ: ຂປລ)

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ພິຈາລະນາຮັບ ຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ, ໂດຍໄດ້ອອກເປັນມະຕິກອງປະຊຸມຈໍານວນ 11 ສະບັບ ແລະ ພິຈາລະນາຮັບ ຮອງເອົາກົດໝາຍຈຳນວນ 8 ສະບັບ ຄື: 1) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ; 2) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ການແຕ່ງຕັ້ງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; 3) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ປະຈຳປີ 2019 ແລະ ທິດທາງແຜນການປະຈຳ ປີ 2020; 4) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດສະຫລຸບ ການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ປະຈຳປີ 2019, ທິດທາງແຜນການເຄື່ອນໄຫວ ປະຈຳປີ 2020, ບົດລາຍງານຜົນການກວດສອບ, ບົດສະຫລຸບຂາດຕົວການ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ແລະ ບົດລາຍງານ ຂອງອົງການກວດກາ ລັດຖະບານ ກ່ຽວກັບຜົນການກວດກາຕາມ ຜົນການກວດສອບ ສົກປີ 2014-2015, 2015-2016 ແລະ ປີ 2017; 5) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການ ສະຫລຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານປະຈຳປີ 2018, ການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນປະຕິບັດໝົດປີ 2019 ແລະ ແຜນການປະຈຳປີ 2020.

6) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດລາຍງານ ຜົນການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ຕິດພັນກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານ ທຳຂອງປະຊາຊົນ; 7) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດ ລາຍງານຜົນການຕິດຕາມ ການກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ຕິດພັນກັບການຈັດ ເກັບລາຍຮັບ; 8) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ຜົນການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດນິຕິກຳ ທີ່ພົວພັນກັບການເຊົ່າ ແລະ ສຳປະທານທີ່ດິນ; 9) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດການ ເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020 ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; 10) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ການຈັດຕັ້ງປະເມີນຜົນການປະຕິບັດໜ້າທີ່ ຂອງບຸກຄະລາກອນດຳລົງຕຳແໜ່ງ ທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ; 11) ມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ປະຈຳປີ 2020 ຂອງສະພາແຫ່ງຊາດ.

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ລາວ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 20 ວັນ ແຕ່ວັນທີ 7 ພະຈິກ - 6 ທັນວາ 2019. (ພາບ: ຂປລ)

ກອງປະຊຸມໄດ້ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 08 ສະບັບ ຄື: ກົດໝາຍ ວ່າດ້ວຍການອະນາໄມ ແລະ ສົ່ງເສີມສຸຂະພາບ; ກົດໝາຍ ວ່າດ້ວຍກິລາ-ກາຍຍະກຳ; ກົດໝາຍ ວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ; ກົດໝາຍ ວ່າດ້ວຍຫລັກຊັບ; ກົດໝາຍ ວ່າດ້ວຍຄວາມສະເໝີພາບຍິງ-ຊາຍ; ກົດໝາຍ ວ່າດ້ວຍການປະກັນໄພ; ກົດໝາຍ ວ່າດ້ວຍຮູບເງົາ ແລະ ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ. ສະພາແຫ່ງຊາດ ຊຸດທີ VIII ນີ້, ໄດ້ສະເໜີໃຫ້ບັນດາກະຊວງ, ອົງການກ່ຽວຂ້ອງຂຶ້ນຕອບຄໍາຖາມ ທີ່ພົວພັນກັບບັນຫາພົ້ນເດັ່ນຂອງສັງຄົມ ທີ່ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນ ເປັນ ຕົ້ນແມ່ນ ຂົງເຂດການເງິນ, ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ປ້ອງກັນຄວາມສະຫງົບ, ແຜນການ ແລະ ການລົງທຶນ, ໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່, ທະ ນາຄານແຫ່ງ ສປປ ລາວ, ອົງການກວດສອບແຫ່ງລັດ, ອົງການ ກວດກາລັດຖະບານ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ໃນນາມຫົວໜ້າລັດຖະບານ ກໍໄດ້ມີຄຳເຫັນ ຕໍ່ກອງປະຊຸມ ສະພາແຫ່ງຊາດ ທັງເປັນການຊີ້ແຈງຕໍ່ຄຳຊັກຖາມ ທີ່ສະມາຊິກສະພາແຫ່ງຊາດຍົກຂຶ້ນ ດ້ວຍບັນຍາກາດທີ່ດີ ແລະ ສ່ອງແສງໃຫ້ເຫັນຄວາມຮັບຜິດຊອບຮ່ວມກັນ ຂອງ ສະພາແຫ່ງຊາດ ແລະ ລັດຖະບານ ທີ່ມີຕໍ່ປະຊາຊົນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.