ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການຊຸກຍູ້ການຮ່ວມມືກັບລັດຖະສະພາ ອິນເດຍ

17:12 | 29/02/2020

ຕອນເຊົ້າວັນທີ 28 ກຸມພາ, ທີ່ສະພາລັດຖະສະພາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍິນດີຕ້ອນຮັບ ທ່ານ Pranay Verma, ເອກອັກຄະລັດຖະທູດອິນເດຍ ໄດ້ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອິນເດຍ Pranay Verma ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຊື້ອໝັ້ນວ່າ, ທ່ານເອກອັກຄະລັດຖະທູດຈະປະຕິບັດສຳເລັດໜ້າທີ່ໃນອາຍຸການດຳລົງຕຳແໜ່ງຂອງຕົນໄດ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດອິນເດຍ ດ້ວຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ 2 ປະເທດ, ຈະສືບຕໍ່ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງທັງ 2 ຝ່າຍຊຸກຍູ້ການຮ່ວມມືໃນບາງຂົງເຂດຄື: ສືບຕໍ່ໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດດ້ານປ້ອງກັນຊາດ; ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທຳ, ທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນ.

ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການຊຸກຍູ້ການຮ່ວມມືກັບລັດຖະສະພາ ອິນເດຍ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ. (ພາບ: baoquocte)

ສ່ວນທ່ານເອກອັກຄະລັດຖະທູດອິນເດຍ Pranay Verma ໄດ້ຕີລາຄາສູງຄວາມມານະພະຍາຍາມ ຂອງຫວຽດນາມໃນການປ້ອງກັນ Covid-19, ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ຫວຽດນາມ ແມ່ນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈຂອງອິນເດຍ. ສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນໃນດ້ານວັດທະນະ ທຳ ແລະ ສາສະໜາ, ພ້ອມກັບການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ, ບັນດາຜູ້ນຳລຸ້ນກ່ອນມີຄວາມສະ ໜິດສະໜົມ. ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມເຊື່ອໝັ້ນວ່າພື້ນຖານຂອງການພົວພັນອັນດີງາມຈະເປັນການປະກອບສ່ວນສ້າງສາຍພົວພັນອັນແໜ້ນແຟ້ນ ລະຫວ່າງສອງປະເທດໃນອະນາຄົດ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ຂອບໃຈທັດສະນະຂອງອິນເດຍ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ສະເໜີໃຫ້ອິນເດຍ ມີສຽງເວົ້າຢ່າງແຮງກວ່າອີກ, ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນ ໃນບັນຫາດັ່ງກ່າວ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.