ສະພາແຫ່ງຊາດຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ແກ່ບັນດາລັດຖະສະພາສາກົນ

16:56 | 17/05/2020

ຍສໝ - ໂດຍໄດ້ຮັບອະນຸຍາດຈາກທ່ານນາງ ຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ, ປະທານ AIPA-4, ແຕ່ວັນທີ 12-15 ພຶດສະພາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນແຮງຟຸກ -  ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ສະພາແຫ່ງຊາດຫວຽດນາມ ທີ່ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ບັນດາອົງການລັດຖະສະພາສາກົນ ແລະ ອົງການຮ່ວມລັດຖະສະພາສາກົນ.  

ສະພາແຫ ງຊາດຫວຽດນາມ ໄດ ມອບອ ປະກອນການແພດ ໃຫ ແກ ບ ນດາລ ດຖະສະພາສາກ ນ ນາຍົກລັດຖະມົນຕີ: ປະເທດຫວຽດນາມ ບໍ່ມີການຕິດເຊື້ອ COVID -19 ໃນຊຸມຊົນ
ສະພາແຫ ງຊາດຫວຽດນາມ ໄດ ມອບອ ປະກອນການແພດ ໃຫ ແກ ບ ນດາລ ດຖະສະພາສາກ ນ 45 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍຫວຽດນາມ - ເມັກຊິໂກ

ຕາມນັ້ນແລ້ວ, ສະພາແຫ່ງຊາດຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດໃຫ້ບັນດາລັດຖະສະພາສາກົນ ແລະ ອົງການຮ່ວມລັດຖະສະພາສາກົນ ຈຳນວນ 33 ອົງການ, ເຊິ່ງລວມມີ: ລາວ, ສະຫະພັນລັດເຊຍ, Azerbaijan, Kazakhstan, Belarus, ສະຫະພາບເອີຣົບ (ອີຢູ), ເບວຢ້ຽມ, Bulgaria, ເຊັກ, ຝຣັ່ງ, ຮົງກາລີ, ອີຕາລີ, ເນເທີແລນ, ໂຣມາເນຍ, ສະເປນ, Turkey, ອັງກິດ, ກຳປູເຈຍ, ອິນໂດເນເຊຍ, ສິງກະໂປ, ຟີລິບປິນ, ມາເລເຊຍ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ, ນິວຊີແລນ, ກູບາ, Brazil, ອາເຈນຕິນາ, ເມັກຊິໂກ, Chile, ເວເນຊູເອລາ, Morocco.

ສະພາແຫ ງຊາດຫວຽດນາມ ໄດ ມອບອ ປະກອນການແພດ ໃຫ ແກ ບ ນດາລ ດຖະສະພາສາກ ນ
ທ່ານ ຫງວຽນແຮງຟຸກ - ເລຂາທິການໃຫຍ່ສະພາແຫ່ງຊາດຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດໃຫ້ ທ່ານPier Giorgio Aliberti - ຫົວໜ້າຄະນະຜູ້ແທນ EU ປະຈຳຫວຽດນາມ. (ພາບ: VGP)

ກ່າວຄຳເຫັນທີ່ພິທີມອບອຸປະກອນການແພດ, ທ່ານ ຫງວຽນແຮງຟຸກ - ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງການພັດທະນາອັນດີງາມ ຂອງການພົວພັນຫວຽດນາມ ກັບບັນດາປະເທດໃນໄລຍະຜ່ານມາ, ໂດຍສະເພາະ ແມ່ນການພັດທະນາຕັ້ງໜ້າ ໃນການຮ່ວມມືລັດຖະສະພາ ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາຂອງບັນດາປະເທດ ຕາມແງ່ມຸມສອງຝ່າຍ ແລະ ຫຼາຍຝ່າຍ.

ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນໃນການແລກປ່ຽນຄະນະຜູ້ແທນເປັນປະຈຳ, ການສຳຜັດ, ປຶກສາຫາລື, ແລະ ສະໜັບສະໜູນ ຢູ່ບັນດາເວທີປາໄສລັດຖະສະພາສາກົນ ແລະ ພາກພື້ນ.

ໂດຍປະເຊີນໜ້າກັບສະພາບການທີ່ສັບສົນ ຂອງການລະບາດພະຍາດ Covid-19 ໃນຂອບເຂດທົ່ວໂລກ, ທ່ານ ຫງວຽນແຮງຟຸກ - ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ ຫວຽດນາມແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ, ໄດ້ພ້ອມແລ້ວທີ່ ຈະປະສານງານແລກປ່ຽນປະສົບການ ແລະ ສົມທົບຊຶ່ງກັນ ແລະ ກັນໃນການປະຕິບັດມາດຕະການຕ່າງໆ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ກັບປະເທດອື່ນໆ.

ທີ່ພິທີ, ຜູ້ຕາງໜ້າບັນດາອົງການການຕ່າງປະເທດ ໄດ້ຕີລາຄາສູງປະສິດທິຜົນຂອງການປ້ອງກັນ ແລະ ຄວບຄຸມ COVID-19 ຢູ່ຫວຽດນາມ ໃນໄລຍະຜ່ານມາ, ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ຄວາມຮັກແພງ ແລະ ການຊ່ວຍເຫຼືອທີ່ລ້ຳຄ່າ ເຊິ່ງສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ລັດຖະສະພາ ແລະ ປະຊາຊົນຂອງປະເທດຕ່າງໆ. ບັນດາເອກອັກຄະລັດຖະທູດ ໄດ້ຫວັງວ່າ ການພົວພັນຮ່ວມມືຮອບດ້ານທີ່ດີ ລະຫວ່າງຫວຽດນາມ ແລະ ບັນດາປະເທດ, ພິເສດແມ່ນ ການຮ່ວມມືລັດຖະສະພາ ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາຂອງປະເທດຕ່າງໆ ເຊິ່ງໄດ້ນັບມື້ນັບພັດທະນາຢ່າງຕັ້ງໜ້າ, ບັນລຸຜົນສຳເລັດຫຼາຍຢ່າງ ໃນຂອບເຂດພາກພື້ນ ແລະ ສາກົນ.

ສະພາແຫ ງຊາດຫວຽດນາມ ໄດ ມອບອ ປະກອນການແພດ ໃຫ ແກ ບ ນດາລ ດຖະສະພາສາກ ນ ນາຍົກລັດຖະມົນຕີ: ປະເທດຫວຽດນາມ ບໍ່ມີການຕິດເຊື້ອ COVID -19 ໃນຊຸມຊົນ

ຍສໝ - ໃນວັນທີ 16 ພຶດສະພາ ສະຫລຸບການປະຊຸມຄະນະກຳມະການປະຈຳລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ກ່າວວ່າ ປະເທດຫວຽດນາມບໍ່ມີການຕິດເຊື້ອພະຍາດ ​COVID -19 ຢູ່ໃນຊຸມຊົນ. ແຕ່ວ່າ, ຄວນຍົກສູງສະຕິລະວັງຕົວ ໃນເມື່ອທີ່ພະຍາດຍັງມີການລະຍາດ ໃນຫຼາຍປະເທດ ແລະ ຍັງບໍ່ມີຢາວັກຊີນ, ຢາປິ່ນປົວສະເພາະ.

ສະພາແຫ ງຊາດຫວຽດນາມ ໄດ ມອບອ ປະກອນການແພດ ໃຫ ແກ ບ ນດາລ ດຖະສະພາສາກ ນ ໜັງສືພິມອົດສະຕາລີ: “ຜົນສຳເລັດໃນການສະກັດກັ້ນພະຍາດ Covid-19 ຂອງຫວຽດນາມ ແມ່ນສົມຄວນໃຫ້ມຸ່ງຫວັງ”

ຍສໝ - ເມື່ອບໍ່ດົນມານີ້, ໜັງສືພິມ ABC ຂອງອົດສະຕາລີ ໄດ້ລົງພິມບົດຂຽນ ກ່ຽວກັບຂະບວນການປ້ອງກັນ ແລະ ຕ້ານການລະບາດພະຍາດ Covid-19 ຂອງຫວຽດນາມ ທີ່ປະສົບຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັກສາຈຳນວນກໍລະນີທີ່ຕິດ​ເຊື້ອຕ່ຳກວ່າ 300 ຄົນ ແລະ ຍັງບໍ່ມີຄົນເສຍຊີວິດ.

ສະພາແຫ ງຊາດຫວຽດນາມ ໄດ ມອບອ ປະກອນການແພດ ໃຫ ແກ ບ ນດາລ ດຖະສະພາສາກ ນ ທ່ານຟ້າມບິ່ງມິງ: ການປະຕິບັດຕາມກົດໝາຍສາກົນ ມີຄວາມສຳຄັນຕໍ່ການຮັກສາສະຖຽນລະພາບ ແລະ ສັນຕິພາບ

ຍສໝ - ໂດຍໄດ້ຮັບຕາມຄຳເຊີນຂອງທ່ານ Urmas Reinsalu - ລັດຖະມົນຕີການຕ່າງປະເທດ Estonian, ໃນວັນທີ 8 ພຶດສະພາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍລະດັບສູງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວຂໍ້ “75 ປີຫຼັງຈາກການສົງຄາມໂລກຄັ້ງທີ 2 ໃນເອີຣົບ - ບົດຮຽນທີ່ໄດ້ຮັບເພື່ອສະກັດກັ້ນພາບອັນເສົ້າສະຫຼົດໃຈໃນອະນາຄົດ, ຄວາມຮັບຜິດຊອບຂອງສະພາຄວາມໝັ້ນຄົງ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.