ທ່ານພົນເອກ ໂດ້ບ໊າຕິ ຮອງປະທານສະພາແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນຄະນະກໍາມາທິການການທະຫານສະພາຕ່ຳສະຫະລັດອາເມລິກາ

06:03 | 22/01/2020

ຍສໝ - ວັນທີ 20 ມັງກອນ 2020, ທີ່ຫໍສະພາແຫ່ງຊາດ, ທ່ານພົນເອກ ໂດ້ບ໊າຕິ ຮອງປະທານສະພາແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນຄະນະກໍາມາທິການການທະຫານສະພາຕ່ຳສະຫະລັດອາເມລິກາ ໂດຍທ່ານ Seth Moulton ສະມາຊິກສະພາຕໍ່າເປັນຫົວໜ້າຄະນະມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ທ່ານພົນເອກ ໂດ້ບ໊າຕິ ຮອງປະທານສະພາແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນຄະນະກໍາມາທິການການທະຫານສະພາຕ່ຳສະຫະລັດອາເມລິກາ

ທ່ານ ໂດ້ບ໊າຕິ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Seth Moulton ສະມາຊິກສະພາຕໍ່າສະຫະລັດອາເມລິກາ. (ພາບ: quochoi.vn)

ທ່ານ ໂດ້ບ໊າຕິ ຮອງປະທານສະພາແຫ່ງຊາດຫວຽດນາມ ເຊື່ອໝັ້ນວ່າການຢ້ຽມຢາມຈະປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດຕາມທິດແທ້ຈິງ, ມີປະສິດທິຜົນໃນທັງສາມດ້ານສອງຝ່າຍ, ພາກພື້ນ, ທົ່ວໂລກ. ຫວຽດນາມ ຍາມໃດກໍ່ຖືສະຫະລັດອາເມລິກາ ເປັນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນນໍາໜ້າທາງດ້ານເສດຖະກິດ, ການຄ້າ. ສະຫະລັດອາເມລິກາ ກໍ່ມີຫຼາຍກິດຈະກໍາເຄື່ອນໄຫວທີ່ແທດຈິງ, ສະໜັບສະໜູນການອະນຸມັດຜ່ານງົບປະມານຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ແລະບັນດາບັນຫາຕ່າງໆ.

ທ່ານ Seth Moulton ໃຫ້ຮູ້ວ່າ, ການມາຢ້ຽມຢາມຫວຽດນາມ ຂອງຄະນະຜູ້ແທນແມ່ນພື້ນຖານເພື່ອຍົກສູງສາຍພົວພັນຂອງສອງປະເທດໃນບັນດາຂົງເຂດໃຫ້ສູງກວ່າອີກ; ທ່ານ Seth Moulton ໃຫ້ຄໍາໝັ້ນສັນຍາວ່າຈະໜູນຊ່ວຍຍົກສູງຄວາມສາມາດບົ່ມຊ້ອນໃຫ້ຕໍາຫຼວດທະເລ ແລະກໍາລັງທະຫານເຮືອຫວຽດນາມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.