ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ໄດ້ໄປຢ້ຽມຢາມກິດຈະການສະພາແຫ່ງຊາດ ແລະ ບໍລິສັດ Star Telecom ຫວຽດນາມ ຢູ່ລາວ

16:10 | 27/12/2019

ຍສໝ - ເນື່ອງໃນໂອກາດຢ້ຽມຢາມ ແລະ ເຂົ້າຮ່ວມ ງານສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ, ຕອນບ່າຍວັນທີ 25 ທັນວາ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ພ້ອມດ້ວຍຄະນະວຽກງານຂອງກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງເຮືອນຫໍສະພາແຫ່ງຊາດລາວແຫ່ງໃໝ່ - ເຊິ່ງເປັນຂອງຂວັນຈາກພັກ ແລະ ລັດ ຫວຽດນາມ ໃຫ້ແກ່ລາວ. ທ່ານລັດຖະມົນຕີ ໂງຊວນລິກ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດ Star Telecom Corporation (UNITEL).

ເນື່ອງໃນໂອກາດຢ້ຽມຢາມ ແລະ ເຂົ້າຮ່ວມ ງານສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ, ຕອນບ່າຍວັນທີ 25 ທັນວາ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ພ້ອມດ້ວຍຄະນະວຽກງານຂອງກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງເຮືອນຫໍສະພາແຫ່ງຊາດລາວແຫ່ງໃໝ່ - ເຊິ່ງເປັນຂອງຂວັນຈາກພັກ ແລະ ລັດ ຫວຽດນາມ ໃຫ້ແກ່ລາວ. ທ່ານລັດຖະມົນຕີ ໂງຊວນລິກ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດ Star Telecom Corporation (UNITEL).

ທີ່ການກໍ່ສ້າງເຮືອນຫໍສະພາແຫ່ງຊາດ ລາວ ແຫ່ງໃໝ, ທ່ານລັດຖະມົນຕີ ໂງຊວນລິກ ໄດ້ລົງຢ້ຽມຢາມພາກສະໜາມ ແລະ ມີຄວາມຊົມຊື່ນຕໍ່ຄວາມຄືບໜ້າການກໍ່ສ້າງຂອງບໍລິສັດກໍ່ສ້າງແທງອານ (ກອງທັບທີ 11 - ກະຊວງປ້ອງກັນປະເທດ).

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ໄດ້ໄປຢ້ຽມຢາມກິດຈະການສະພາແຫ່ງຊາດ ແລະ ບໍລິສັດ Star Telecom ຫວຽດນາມ ຢູ່ລາວ

ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ໄປຢ້ຽມຢາມບໍລິສັດ Star Telecom ຫວຽດນາມ ຢູ່ລາວ. (ພາບ: vov.vn)

ທ່ານລັດຖະມົນຕີ ໂງຊວນລິກ ໄດ້ປຸກລະດົມໃຫ້ພະນັກງານ ແລະ ວິສະວະກອນຂອງບໍລິສັດ ເຊິ່ງພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ລະດົມກຳລັງແຮງງານ, ວິທີການ ແລະ ເຄື່ອງໃຊ້ທີ່ສຸດ, ຮັບປະກັນໃຫ້ໂຄງການໄດ້ຮັບການກໍ່ສ້າງຕາມກຳນົດເວລາ, ພ້ອມທັງຮັບປະກັນດ້ານເຕັກນິກ, ສິລະປະດີ, ສຳເລັດແຜນການ ແລະ ໄດ້ຈະນຳໃຊ້ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດລາວໃນປີຕໍ່ໄປ; ເພື່ອເຮັດໃຫ້ໂຄງການມີຄ່າຄວນສົມເປັນສັນຍາລັກແຫ່ງມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ ແລະ ລາວ.

ຕອນບ່າຍມື້ດຽວກັນ, ໃນການຢ້ຽມຢາມບໍລິສັດ Star Telecom Corporation (UNITEL) - ວິສາຫະກິດ ທີ່ຮ່ວມມືລະຫວ່າງກຸ່ມບໍລິສັດໂທລະຄົມທະຫານ VIETEL ແລະ ລາວໂທລະຄົມ, ທ່ານລັດຖະມົນຕີ ໂງຊວນລິກ ໄດ້ສະແດງຄວາມຕື່ນເຕັ້ນ ຕໍ່ຜົນໄດ້ຮັບຂອງວິສາຫະກິດ ແລະ ໃຫ້ຮູ້ວ່ານີ້ແມ່ນແບບຢ່າງໃນການລົງທືນທຸລະກິດຢູ່ຕ່າງປະເທດຂອງວິສາຫະກິດກອງທັບ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ສະເໜີໃຫ້ພະນັກງານ, ພາລະກອນ UNITEL ຈົ່ງສືບຕໍ່ມານະພະຍາຍາມໃຫ້ຫຼາຍກວ່າອີກ, ຍູ້ແຮງການດໍາເນີນທຸລະກິດ, ເປິດກວ້າງຕະຫຼາດ ຕິດພັນກັບການຍົກສູງຄຸນນະພາບຂອງຜະລິດຕະພັນ; ເອົາໃຈໃສ່ເຖິງວຽກງານສັງຄົມ ເພື່ອປົວແປງ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຄວາມສະຫງົບປອດໄພໃຫ້ແກ່ປະເທດລາວຫຼາຍກວ່າອີກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.