ປະທານສະພາແຫ່ງຊາດ ຫວຽດນາມ ຮຽກຮ້ອງທົ່ວປວງຊົນຈົ່ງຕັ້ງໜ້າປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19

17:52 | 23/03/2020

ຍສໝ - ພວກຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນໃນທົ່ວປະເທດ ເສີມຂະຫຍາຍນ້ຳໃຈຮັກຊາດ, ສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນອັນລ້ຳຄ່າຂອງຊາດ, ຮ່ວມແຮງຮ່ວມໃຈໃນມາດຕະການຕ່າງໆ ເພື່ອປ້ອງກັນ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ.

ປະທານສະພາແຫ່ງຊາດ ຫວຽດນາມ ຮຽກຮ້ອງທົ່ວປວງຊົນຈົ່ງຕັ້ງໜ້າປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.(ພາບ:dangcongsan.vn)

ທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ໄດ້ສະເໜີໃຫ້ທ້ອງຖິ່ງຕ່າງໆກວດກາຄືນສຳລັບ 350.000 ຄົນທີ່ໄດ້ເຂົ້າເມືອງຫວຽດນາມ ແລ້ວນັ້ນ, ເພື່ອຈະກວດພົບກໍລະນີຕິດເຊື້ອພະຍາດ ແລະ ກໍລະນີທີ່ໄດ້ສຳຜັດກັບປະຊາຄົມໂດຍໄວ.

ໃນໄລຍະກວ່າ 2 ເດືອນຜ່ານມາ, ລັດຖະບານ ແລະ ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ໄດ້ມານະພະຍາຍາມຢ່າງສຸດຂີດເມື່ອສະກັດກັ້ນໂລກລະບາດ Covid – 19. ດັ່ງນັ້ນ, ມາຮອດປັດຈຸບັນ, ໂລກລະບາດດັ່ງກ່າວຍັງຄົງຢູ່ໃນລະດັບຄວບຄຸມໄດ້, ສຸຂະພາບຂອງຄົນເຈັບຫຼາຍຄົນ ມີຄວາມຄືບໜ້າດີ. ໃນຂະບວນວິວັດແຫ່ງການສະກັດກັ້ນໂລກລະບາດ, ລັດຖະບານຫວຽດນາມ ໄດ້ຮັບການສະໜັບສະໜູນນັບທັງທາງດ້ານວັດຖຸ ແລະ ຈິດໃຈຢ່າງຫຼວງຫຼາຍຈາກບັນດາວິສາຫະກິດ, ອົງການ ແລະ ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາການປະກອບສ່ວນອັນລໍ້າຄ່ານີ້ ໄດ້ສົ່ງກໍາລັງແຮງໃຫ້ແກ່ລັດຖະບານຫວຽດນາມ, ສ້າງພາບພົດກ່ຽວກັບປະເທດຫວຽດນາມມີຄວາມສາມັກຄີ, ປອດໄພ ແລະ ມີຄວາມຮັກແພງມະນຸດດ້ວຍກັນ.

ປະທານສະພາແຫ່ງຊາດ ຫວຽດນາມ ຮຽກຮ້ອງທົ່ວປວງຊົນຈົ່ງຕັ້ງໜ້າປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19

ສູນກາງສະມາຄົມສາສະໜາຫວຽດນາມ ໄດ້ໜູນຊ່ວຍຫ້ອງແຍກຕົວຢູ່ຕ່າງຫາກພິເສດ 5 ຫ້ອງ, ດ້ວຍມູນຄ່່າທັງໝົດປະມານ 1 ແສນ 3 ໝື່ນ USD, ເພື່ອປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດ Covid – 19. (ພາບປະກອບ:TL)

ຮ່ວມເດີນທາງພ້ອມກັບລັດຖະບານສຸມໃສ່ປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ, ໄດ້ມີແຫຼ່ງກໍາລັງເພີ່ມຕື່ມເພື່ອເພີ່ມທະວີບັນດາມາດຕະການປ້ອງກັນ, ປິ່ນປົວເຊື້ອພະຍາດນັ້ນ, ສູນກາງສະມາຄົມສາສະໜາຫວຽດນາມ ໄດ້ໜູນຊ່ວຍຫ້ອງແຍກຕົວຢູ່ຕ່າງຫາກພິເສດ 5 ຫ້ອງ, ດ້ວຍມູນຄ່່າທັງໝົດປະມານ 1 ແສນ 3 ໝື່ນ USD, ເພື່ອປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດ Covid – 19. ບັນດາຫ້ອງແຍກຕົວຕ່າງຫາກພິເສດນີ້ ຈະໄດ້ສົ່ງໄປຍັງບັນດາໂຮງໝໍຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ກວ໋າງນິງ, ຝຸເທາະ ແລະ ບັກນິງ.

ຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນ, ທົ່ວປວງຊົນສະກັດກັ້ນໂລກລະບາດໃນຊຸມວັນນີ້ ແມ່ນຄວາມຈິງທີ່ມີຊີວິດຊີວາກ່ຽວກັບຈິດໃຈສາມັກຄີຂອງຊາດ ຫວຽດນາມ. ບັນດາຄວາມມານະພະຍາຍາມອັນຍິ່ງໃຫຍ່ ແລະ ລ້ຳຄ່ານີ້ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາລັດຖະນະໂຍບາຍກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ຂອງລັດຖະບານ ຫວຽດນາມ, ຍິ່ງກ່ວານັ້ນຍັງປະກອບສ່ວນເຂົ້າໃນການສ້າງພາບພົດຂອງປະເທດຫວຽດນາມ ແມ່ນປະເທດທີ່ມີຄວາມສາມັກຄີ, ປອດໄພ ແລະ ຄວາມຮັກແພງມະນຸດດ້ວຍກັນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.