ຍສໝ - ຕອນບ່າຍວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ Nikorndej Balankura ເຂົ້າຢ້ຽມຂ່ຳນັບ.
ຍສໝ - ວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Marc E. Knapper ເຊິ່ງມາເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ທ່ານເອກອັກຄະລັດຖະທູດເລີ່ມດຳລົງຕຳແໜ່ງ.
ຍສໝ - ຕອນບ່າຍວັນທີ 29 ມີນາ, ຢູ່ສຳນັກງານກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ, ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ໄດ້ມີການພົບປະກັບ ທ່ານ Ory Csaba, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຮູງກາຣີ ປະຈຳ ຫວຽດນາມ.
ຍສໝ - ອັດຖິຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ 17 ອັດຖິ ທີ່ເສຍຊີວິດຢູ່ແຂວງຄໍາມ່ວນ (ລາວ) ໄດ້ຖືກຂຸດຄົ້ນ ແລະ ທ້ອນໂຮມໂດຍໜ່ວຍງານເລກທີ 589 ຂອງກອງບັນຊາການທະຫານ ແຂວງກວາງບິ່ງ.
ຫວຽດນາມ ຫາກໍມີການມອບໂອນດ້ານວິຊາການ ໃຫ້ແກ່ ລາວກ່ຽວກັບ ໂຄງການກໍ່ສ້າງສະຖານີຖ່າຍທອດວິທະຍຸ - ໂທລະພາບ ແຂວງ ບໍ່ແກ້ວ.
ຍສໝ - ແຕ່ວັນທີ 15-21 ມີນາ 2022, ທ່ານນາງເອກອັກຄະລັດຖະທູດ Morocco ທັງຮັບຜິດຊອບ Ivory Coast ດັ້ງທິທູຮ່າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ Ivory Coast ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ.
ຍສໝ - ທ່ານນາງຮອງເລຂາທິການໃຫຍ່ສະຫະປະຊາຊາດ ແລະ ທັງເປັນເລຂາບໍລິຫານຄະນະກຳມະການເສດຖະກິດ ແລະ ສັງຄົມຂອງສະຫະປະຊາຊາດ ປະຈຳອາຊີ ແລະ ປາຊີຟິກ (ESCAP) Armida Salsiah Alisjahbana ຢືນຢັນວ່າ ຄະນະກຳມະການຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ຈະເອົາໃຈໃສ່, ຕັ້ງໜ້າໜູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
ຍສໝ - ຕອນບ່າຍວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິ່ງຕຽນຢຸງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio, ກຸ່ມບໍລິສັດ Sumitomo ແລະ ບໍລິສັດຫຸ້ນສ່ວນກຸ່ມ BRG ເພື່ອປຶກສາຫາລືກ່ຽວກັບໂຄງການນະຄອນອັດສະລິຍະຮ່າໂນ້ຍ.
ຍສໝ - ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 23 ມີນາ, ທ່ານໂຄສົກຂອງປະທານາທິບໍດີ ສ.ເກົາຫຼີ Kim Eun-hye ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດມີຄວາມເປັນມິດກັບ ສ.ເກົາຫຼີ ແລະ ໄດ້ຮັກສາການພົວພັນບທີ່ມີຄວາມໄວ້ເນື້ອເຊື່ອໃຈເປັນມູນເຊື້ອໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 ແລະ ລະບົບສະໜອງທົ່ວໂລກຖືກຂາດວັດຂາດຕອນ.
ຕອນບ່າຍວັນທີ 24 ມີນາ ປີ 2022, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne.
ຍສໝ - ຕອນເຊົ້າວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7 ອາຍຸການ 2021 – 2026 ແບບໂດຍກົງ ແລະ ທາງໄກ.
ຕອນຄ່ຳວັນທີ 22 ມີນາ 2022, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Melanie Joly.
ຍສໝ - ວັນທີ 22 ມີນາ, ປະທານປະເທດ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບເຫດອຸປະຕິເຫດເຮືອບິນຕົກຢູ່ ກວາງຊີ, ຈີນ.
ຍສໝ -ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ດຳເນີນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 20 – 21 ມີນາ.
ຍສໝ - ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສົ່ງກະຕ່າດອກໄມ້ອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ທ່ານ ຫວໍວັນເຖືອງ ຜູ້ ປະຈຳຄະນະເລຂາທິການ ໄດ້ສົ່ງກະຕ່າດອກໄມ້ອວຍພອນທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການ, ຮອງປະທານປະເທດ ລາວ.
ຕອນເຊົ້າວັນທີ 20 ມີນາ ຢູ່ ຮ່າໂນ້ຍ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ ລັດຖະມົນຕີການຕ່າງປະເທດ ມາເລເຊຍ Saifuddin Abdullah ພວມຢ້ຽມຢາມ ຫວຽດນາມ.
ຕອນເຊົ້າວັນທີ 20 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວ ໂຮງງານ Hayat Kimya ຫວຽດນາມ ຢູ່ເຂດອຸດສາຫະກໍາ Becamex.
ໃນຂອບເຂດການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ, ວັນທີ 18 ມີນາ, ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ພົບປະສອງຝ່າຍກັບທ່ານພົນເອກ Vong Pisen, ຜູ້ບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ.
ຍສໝ - ວັນທີ 15 ມີນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ ຫງວຽນຮຸຍຕັງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເຈົ້າຄອງນະຄອນຫຼວງ ພະນົມເປັນ Khuong Sreng.
ຍສໝ - ຕອນບ່າຍວັນທີ 15 ມີນາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Tredene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ.