ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

20:42 | 06/04/2022

ຍ​ສ​ໝ - ວັນ​ທີ 5 ເມ​ສາ, ຄະ​ນະ​ປະ​ຕິ​ບັດ​ງານ​ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ​ລາວ ປະ​ຈຳ ຫວຽດ​ນາມ ໄປ​ມາ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ຮ່ອງ​ຮອຍ​ປະ​ວັດ​ສາດ​ແຫ່ງ​ຊາດ​ພິ​ເສດ​ເຂດ​ຮ່ອງ​ຮອຍ​ປະ​ຕິ​ວັດ ຫ​ວຽດ​ນາມ - ລາວ (ຕາແສງ ພຽງ​ຄ​ວ່າຍ, ເມືອງ​ອຽນ​ເຈົາ, ແຂວງ​ເຊີນ​ລາ).

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ
ຍົກ​ລະດັບການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ ຫວຽດ​ນາມ ແລະ ຮູງ​ກາ​ຣີ ຍົກ​ລະດັບການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ ຫວຽດ​ນາມ ແລະ ຮູງ​ກາ​ຣີ
ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ
ຄະ​ນະ​ປະ​ຕິ​ບັດ​ງານ​ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ​ລາວ ປະ​ຈຳ ຫວຽດ​ນາມ ໄປ​ມາ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ຮ່ອງ​ຮອຍ​ປະ​ວັດ​ສາດ​ແຫ່ງ​ຊາດ​ພິ​ເສດ​ເຂດ​ຮ່ອງ​ຮອຍ​ປະ​ຕິ​ວັດ ຫ​ວຽດ​ນາມ - ລາວ (ພາບ: baosonla.org.vn)

ຄະ​ນະ​ປະ​ຕິ​ບັດ​ງານ​ໂດຍ ​ທ່ານ ​ຫວູ​ວັນ​ຫ໋າຍ ກຳ​ມະ​ການ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າ​ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ​.ລາວ ປະ​ຈຳ ຫວຽດ​ນາມ ແສງ​ເພັດ ຮຸງ​ບູນຍວງ ​ນຳ​ໜ້າ.

ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ຖະ​ຫວາຍ​ທູບ​ທຽນ, ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ ປະ​ທານ​ໂຮ່​ຈີ​ມິນ ແລະ ປະ​ທານ​ໄກ​ສອນ ພົມ​ວິ​ຫານ, ເຊິ່ງ​ແມ່ນ​ການ​ນຳ​ສອງ​ທ່ານທີ່​ໄດ້​ສ້າງ​ພື້ນ​ຖານ​ຢ່າງ​ແໜ້ນ​ແກ່ນ ແລະ ເພີ່ມ​ພູນ​ຄູນ​ສ້າງ​ຢ່າ​ງ​ສຸດ​ໃຈ ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ​ກາຍ​ເປັນ​ແບບ​ຢ່າງ​ພິ​ເສດ​ໃນ​ການ​ພົວ​ພັນ​ສາ​ກົນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ໄດ້​ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ​ເຊີນ​ລາ ກັບ​ບັນ​ດາ​ແຂວງ​ທາງ​ພາກ​ເໜືອ​ລາວ ແລະ ​ສ້າງເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ​ທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ​ຢູ່​ເຊີ​ນ​ລາ. ມີ​ນັກ​ສຶກ​ສາ​ລາວ ກ່​ວາ 2.110 ຄົນ ແລະ ພະ​ນັກ​​ງານ​ລາວກ່​ວາ 620 ຄົນ ທີ່ໄດ້​​ຮຽນຈົບ ຢູ່​ເຊີນ​ລາ​ ແລະ ​ກັບ​ເມືອ​ປະ​ເທດ​ປະ​ຕິ​ບັດ​ງານ. ຜ່ານ​ນັ້ນ​ ກໍປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ລາວ ແລະ ການ​ພົວ​ພັນ​ສາ​ມັກ​ຄີ, ການ​ຮ່ວມ​ມື​ມິດ​ຕະ​ພາບ ລະ​ຫວ່າງ​ແຂວງ​ເຊີນ​ລາ ແລະ ບັນ​ດາ​ແຂວງ​ພາກ​ເໜືອ​ລາວ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ຈະ​ສືບ​ຕໍ່​ເປັນ​ຂົວ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​​ລະຫວ່າງ ລາວ-ຫວຽດນາມ ​ເວົ້າ​ລວມ ​ແລະ ລະຫວ່າງ​ບັນດາ​ແຂວງ​ພາກ​ເໜືອ​ລາວ ​ແລະ ​ແຂວງ ເຊີນ​ລາ ​ເວົ້າ​ສະ​ເພາະ​ ໃນ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ປິ່ນປົວ​ພະຍາດ; ການຝຶກອົບຮົມ ແລະ ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.