ແລກປ່ຽນກ່ຽວກັບຄວາມອາດສາມາດໃນການຮ່ວມມືດ້ານການແພດ ລະຫວ່າງ ຫວຽດນາມ - ອີຣານ | |
ຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ອີຣານ |
![]() |
ການປຶກສາຫາລືລະຫວ່າງສອງຝ່າຍ (ພາບ: ເທ໊ດ້າຍ) |
ທີ່ການພົບປະ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຮ່ວມມືເພື່ອພັດທະນາການພົວພັນຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ເຕັກໂນໂລຢີ ຫວຽດນາມ - ອີຣານ; ກ່ຽວກັບການເຄື່ອນໄຫວຮ່ວມມືດ້ານການຄົ້ນຄ້ວາວິທະຍາສາດ, ການແລກປ່ຽນບັນດາຄູອາຈານ ແລະ ນັກສຶກສາລະຫວ່າງສອງປະເທດ.
ທ່ານລັດຖະມົນຕີ ຫງວຽນກິມເຊີນ ໃຫ້ຮູ້ວ່າ: ເລື່ອງສ້າງຕັ້ງພາກວິຊາອີຣານສຶກສາ ຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດແມ່ນຂີດໝາຍເພື່ອຊຸກຍູ້ການສຶກສາວັດທະນະທຳ ແລະ ພາສາອີຣານ ຢູ່ ຫວຽດນາມ. ທ່ານລັດຖະມົນຕີ ປາດຖະໜາວ່າ ການບຳລຸງສ້າງພາສາ ແລະ ວັດທະນະທຳ ອີຣານ ຢູ່ ຫວຽດນາມ ຈະສືບຕໍ່ໄດ້ຮັບການເຊີດຊູກ່ວາອີກໃນໄລຍະຈະມາເຖິງ.
ຕາມທ່ານເອກອັກຄະລັດຖະທູດ Ali Akbar Nazari ແລ້ວ, ນອກຈາກທຶນສຶກສາຮ່ຳຮຽນພາສາເປີເຊຍ ຢູ່ ອີຣານ ໃຫ້ບັນດານັກສຶກສາ ຫວຽດນາມ, ສະຖານທູດ ອີຣານ ປະຈຳ ຫວຽດນາມ ປາດຖະໜາຢາກຊອກຫາທຶນສຶກສາຕື່ມອີກໃຫ້ບັນດານັກສຶກສາ ຫວຽດນາມ ໃນບັນດາຂົງເຂດອື່ນໆຄື: ເຕັກໂນໂລຢີນ້ຳມັນເຊື້ອໄຟ, ນາໂນ, ກະສິກຳ…
ທ່ານລັດຖະມົນຕີ ຫງວຽນກິມເຊີນ ປາດຖະໜາວ່າ ຈະນຳເອົາປຶ້ມກ່ຽວກັບວັດທະນະທຳຕາເວັນອອກກາງ ແລະ ພາສາເປີເຊຍ ມາແນະນຳໃນຫວຽດນາມ ຫຼາຍກວ່າອີກ, ເພື່ອໃຫ້ຄົນລຸ້ນຫຼັງເຂົ້າໃຈປະຫວັດສາດອັນຍາວນານ, ເປັນທີ່ດຶງດູດຂອງອີຣານ.
ບຸນຄົງ