ເປີດ​ຕົວ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ອາ​ຍຸ​ການ​ໃໝ່

09:58 | 11/04/2022

ຍ​ສ​ໝ - ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ຊຸດ​ທີ 65 ມີ​ໜ້າ​ທີ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງ​ປະ​ເທດ​ລັດ​ຖະ​ສະ​ພາ ແລະ ສ້າງພື້ນທີ່ການ​ໂອ້​ລົມ​ສົນ​ທະ​ນາ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນຫຼາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ຫວຽດ​ນາມ ຊ່ວຍ​ລາວ ສ້າງ ສະ​ຖາ​ນີ​ຖ່າຍ​ທອດ​ວິ​ທະ​ຍຸ - ໂທ​ລະ​ພາບ ແຂວງ ບໍ່​ແກ້ວ ຫວຽດ​ນາມ ຊ່ວຍ​ລາວ ສ້າງ ສະ​ຖາ​ນີ​ຖ່າຍ​ທອດ​ວິ​ທະ​ຍຸ - ໂທ​ລະ​ພາບ ແຂວງ ບໍ່​ແກ້ວ
ເປີດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດັບ​ສູງ ​ຫວຽດ​ນາມ - ຝ​ຣັ່ງ ໂກ​ໂຟນີ ເປີດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດັບ​ສູງ ​ຫວຽດ​ນາມ - ຝ​ຣັ່ງ ໂກ​ໂຟນີ
ເປີດ​ຕົວ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ອາ​ຍຸ​ການ​ໃໝ່
ເປີດ​ຕົວ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ອາ​ຍຸ​ການ​ໃໝ່ (ພາບ: .vietnamplus.vn)

ວັນ​ທີ 6 ເມ​ສາ, ສະ​ພາ​ຕ່ຳ​ສະ​ຫະ​ພັນ ເມັກ​ຊີ​ໂກ ຊຸດ​ທີ 65 ໄດ້​ເປີດ​ຕົວ​ກຸ່ມສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ອາ​ຍຸ​ການ​ໃໝ່, ໃນ​ນັ້ນ​ມີ​ທ່ານ Alfredo Femat Bauelos ສະ​ມາ​ຊິກ​ສະ​ພາ​ຕ່ຳ ສືບ​ຕໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ກຸ່ມ.

ຕາມ​ນັກ​ຂ່າ​ວ​ສຳ​ນັກ​ຂ່າ​ວ​ສານ​ຫວຽດ​ນາມ ປະ​ຈຳ ເມັກ​ຊີ​ໂກ ​ແລ້ວ, ເຫ​ດ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເມັກ​ຊີ​ໂກ ຫງວຽນ​ແຮວ່ງ​ນຳ, ທ່ານ Miguel Angel Landeros ກົງ​ສູນ​ກິດຕິມະສັກ ຫວຽດ​ນາມ ປະ​ຈຳ ເມັກ​ຊີ​ໂກ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ຫະ​ພັນ​ຂຶ້ນ​ກັບຫຼາຍ​ພັກ​ການ​ເມືອງ​ເມັກ​ຊີ​ໂກ, ຜູ້​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເມັກ​ຊີ​ໂກ ແລະ​ ບັນ​ດາ​ພະ​ນັກ​ງ​ງານ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ເມັກ​ຊີ​ໂກ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ Alfredo Femat Bauelos ສະ​ມາ​ຊິກ​ສະ​ພາ​ຕ່ຳ ກໍ່​ແມ່ນ​ຫົວ​ໜ້າ​ຄະ​ນະ​ການຕ່າງ​ປະ​ເທດ​ສະ​ພາ​ຕ່ຳ​ເມັກ​ຊີ​ໂກ, ໃຫ້​ຮູ້​ວ່າ ກຸ່ມ​ນີ້ມີ​ໜ້າ​ທີ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງ​ປະ​ເທດ​ລັດ​ຖະ​ສະ​ພາ ແລະ ສ້າງພື້ນທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນຫຼາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ Alfredo Femat Bauelos ໄດ້​ຕີ​ລາ​ຄາ​ວ່າ ດ້ວຍ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ບົນ​ພື້ນ​ຖານ​ສັນ​ຕິ​ພ​າບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຫວຽດ​ນາມ ສາມາດຢັ້ງ​ຢືນ​ໄດ້ບົດ​ບາດ​ ແລະ ​ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​ພາກ​ພື້ນ ແລະ ບົນ​ເວ​ທີ​ສາ​ກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.