ສະ​ຖານ​ທູດ ຫວຽດນາມ ປະ​ຈຳ ລັດ​ເຊຍ ອວຍ​ພອນ​ບຸນ​ປີ​ໃໝ່​ລາວ

20:00 | 16/04/2022

ຍ​ສ​ໝ - ວັນ​ທີ 13 ເມ​ສາ, ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ດັ້ງ​ມິງ​ຄອຍ ພ້ອມ​ກັບ​ພະ​ນັກ​ງານ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ ໄດ້​ມາ​ອວຍ​ພອນ​ທ່​ານນາງ ວິລາ​ວັນ ເຢຍປໍເຮີ ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ແລະ ພະ​ນັກ​ງ​ງານການ​ທູດລາວ ທີ່ພວມ​ປະ​ຕິ​ບັດ​ງານ​ປະ​ຈຳ ລັດ​ເຊຍ ໃນ​ໂອ​ກາດ​ບຸນ​ປີ​ໃໝ່ 2022.

ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ
ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ
ສະ​ຖານ​ທູດ ຫວຽດນາມ ປະ​ຈຳ ລັດ​ເຊຍ ອວຍ​ພອນ​ບຸນ​ປີ​ໃໝ່​ລາວ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການຟ້ອນ​ລຳ​ວົງ (ພາບ: TTXVN)

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ມິງ​ຄອຍ ອວຍພອນ​ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ວິລາ​ວັນ ເຢຍປໍເຮີ ພ້ອມ​ກັບ​ພະນັກງານ, ລັດຖະກອນ​ຂອງ​ສະຖານທູດ​ລາວ ປະຈຳ ລັດ​ເຊຍ ​​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນໜ້າທີ່​ວຽກງານ; ແບ່ງປັນກ່ຽວກັບຄວາມປະທັບໃຈທີ່ສວຍງາມຂອງປະເທດລາວ, ຊາວ​ລາວທີ່​ມີ​ຄວາມເປັນມິດ ແລະ ອ່ອນໂຍນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມິງ​ຄອຍ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນາງ ວິລາ​ວັນ ເຢຍປໍເຮີ ໄດ້ພ້ອມ​ກັນ​ຫວນ​ຄືນ​ບັນ​ດາ​ຜົນ​ງານ​ທີ່​ພົ້ນ​ເດັ່ນ ແລະ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ ແລະ ມີ​ສະ​ຖຽນ​ລະ​ພາບ​ຂອງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ລາວ ໃນ​ໄລ​ຍະ​ຜ່ານ​ມາ; ​​ປຶກສາ​ຫາລື​ກ່ຽວ​ກັບແຜນການ​ຮ່ວມ​ມື​ປີ 2022 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (5 ກັນຍາ 1962 – 5 ກັນຍາ 2022) ​ແລະ ຄົບຮອບ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ (18 ກໍລະກົດ 1977-18 ກໍລະກົດ 2022).

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ​ລັດ​ເຊຍ ນາງ ວິລາ​ວັນ ເຢຍປໍເຮີ ໄດ້​ຂອບ​ໃຈ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມິງ​ຄອຍ ແລະ ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຫວຽດ​ນາມ ສຳ​ລັບ​ຄວາມ​ປາດ​ຖະ​ໜາ ແລະ ນ້ຳ​ໃຈ​ອັນ​ດີ​ງາມ​ທີ່​ສະ​ຫງວນ​ໃຫ້​ລາວ; ຢືນຢັນ​ວ່າ​ ຈະ​ສືບ​ຕໍ່​ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ລັດ​ເຊຍ ​ເພື່ອ​ມານະ​ພະຍາຍາມ​ສ້າງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ທີ່​ພິ​ທີ​ອວຍພອນ​ປີ​ໃໝ່, ການ​ນຳ​ສອງ​ສະຖານທູດ​ພ້ອມ​ກັບ​ພະນັກງານ, ພາລະ​ກອນ​ການ​ທູດ​ຂອງ​ສອງ​ປະ​ເທດ​ໄດ້ເຂົ້າຮ່ວມ​ວັດ​ທະ​ນະ​ທຳຕ້ອນ​ຮັບ​ບຸນປີ​ໃໝ່​ຊາວ​ລາວ​ຢູ່​ລັດ​ເຊຍ, ຮ້ອງ​ເພງ​ທັງ​ພາສາ​ຫວຽດນາມ ​ແລະ ລາວ, ຮັບ​ປະທານ​ອາຫານ ​ແລະ ​ເຂົ້າ​ຮ່ວມການຟ້ອນພື້ນເມືອງລາວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.