ທ່ານນາຍົກລັດຖະມົນຕີ ໃຫ້​ການຕ້ອນຮັບທ່ານເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ Nikorndej Balankura

20:00 | 02/04/2022

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 31 ມີ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ້ງ ໄດ້ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ ປະ​ຈຳ​ຫວຽດ​ນາມ Nikorndej Balankura ​ເຂົ້​າ​ຢ້ຽມ​ຂ່ຳ​ນັບ.

ສ້າງເງື່ອນໄຂສະດວກໃຫ້ບັນດາເອກອັກຄະລັດຖະທູດ ປະຈຳ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາເອກອັກຄະລັດຖະທູດ ປະຈຳ ຫວຽດນາມ
ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ
ທ່ານນາຍົກລັດຖະມົນຕີ ໃຫ້​ການຕ້ອນຮັບທ່ານເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ Nikorndej Balankura

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ້ງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ ປະ​ຈຳ​ຫວຽດ​ນາມ Nikorndej Balankura (ພາບ:qdnd.vn )

​ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈ​ິງ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ເຊິ່ງໄດ້ມີ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ ແລະ ເຂົ້າ​ສູ່ລົງ​ເລິກ​ໃນ​ທຸກ​ຂົງ​ເຂດ. ​ໃນ​ສະພາບ​ການ​ທີ່ 2 ປະ​ເທດ​ຫາ​ກໍ່​​​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (ປີ 2021) ​ສຳ​ເລັດ ​ແລະ ມຸ່ງ​ໄປ​ເຖິງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10 ປີ ​ໃນ​ປີ 2023.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ ສອງ​ປະ​ເທດ​ຫວຽດ​ນາມ - ໄທ ຕ້ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​, ໃນ​ນັ້ນ​ມີ​ການ​ຜັນ​ຂະ​ຫຍາຍການ​ພົບ​ປະ​ແລກ​ປ່ຽນຂັ້ນ​ສູງ ແລະ ບັນດາ​ຂັ້ນ​, ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ, ພິ​ເສດ​ແມ່ນ​ກົນ​ໄກ​ກອງ​ປະ​ຊຸມ​ຄ​ະ​ນະ​ລັດ​ຖະ​ບານ​ລະ​ຫວ່າງປະ​ເທດ ​ແລະ ຄະນະ​ກຳມະການ​ຮ່ວມ​ມື​ສອງ​ຝ່າຍກ່ຽວ​ກັບ​​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້ຮ່ວມ​ມື​ພ້ອມ​ກັນ​​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ ​ໃນ​ໄລຍະ​ຫຼັງ​ໂລກລະບາດ​ໂຄ​ວິດ-19.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໄທ​ ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ ​ແລະ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຫວຽດ​ນາມ​ເຂົ້າ​ຕະ​ຫລາດ​ໄທ; ສອງ​ຝ່າຍ​ຍ​ູ້​ໄວການແລກປ່ຽນ​ກ່ຽວ​ກັບ​ການ​ຮັບ​ຮອງ​ໜັງສືຜ່ານ​ແດນ​ວັກ​ຊິນຂອງ​ກັນ; ເປີດ​ຖ້ຽວ​ບິນ​ການ​ຄ້າ​ເປັນ​ປົກ​ກະ​ຕິ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດ ຫວຽດ​ນາມ - ໄທ​ຄ​ວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃຫ້ຫຼາຍ​ກ່​ວາ​ອີກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.