ກາ​ນາ​ດາ​ຖື​ເປັນ​ສຳ​ຄັນ ແລະ ຢາກ​ເປີດກວ້າງ​ການ​ພົວ​ພັນຮ່ວມ​ມື​ກັບ ຫວຽດ​ນາມ

12:54 | 14/04/2022

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບມາດຕະການເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023).

ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ
ກາ​ນາ​ດາ​ຖື​ເປັນ​ສຳ​ຄັນ ແລະ ຢາກ​ເປີດກວ້າງ​ການ​ພົວ​ພັນຮ່ວມ​ມື​ກັບ ຫວຽດ​ນາມ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພົບປະເຈລະຈາກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ Melanie Joly (ພາບ: TTXVN)

ຕອນເຊົ້າວັນທີ 13 ເມສາ ຢູ່ເຮືອນຮັບແຂກຂອງລັດຖະບານ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະເຈລະຈາກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ Melanie Joly ໃນຂອບເຂດການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 12 – 14 ເມສາ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບມາດຕະການເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023). ທ່ານ ບຸຍແທັງເຊີນ ສະເໜີໃຫ້ສອງຝ່າຍ ເຊື່ອມຕໍ່ກົນໄກເຈລະຈາສອງຝ່າຍຄືນໃໝ່ໂດຍໄວ; ຍາດແຍ່ງກາລະໂອກາດຈາກການຜັນຂະຫຍາຍສັນຍາ CPTPP ໃຫ້ໄດ້ຢ່າງສຸດຂີດ ທ່ານສະເໜີໃຫ້ການາດາສືບຕໍ່ເປີດປະຕູຕະຫຼາດ ໃຫ້ສິນຄ້າ, ຜະລິດຕະພັນກະເສດ ຫວຽດນາມ ກໍ່ຄືເພີ່ມທະວີໜູນຊວ່ຍຫວຽດນາມ ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມພາຍຫຼັງພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມໂດຍໄວ. ທ່ານບຸຍແທັງເຊີນກໍ່ສະເໜີໃຫ້ການາດາ ຮັບຮອງເອົາໜັງສືຜ່ານແດນວັກຊິນຂອງຫວຽດນາມ ໂດຍໄວ.

ສ່ວນທ່ານນາງ Melanie Joly ຢັ້ງຢືນວ່າ ການາດາຖືເປັນສຳຄັນຕໍ່ການພົວພັນກັບ ຫວຽດນາ ແລະ ຢາກເປີດກວ້າງການພົວພັນຮ່ວມມືກັບ ຫວຽດນາມ, ພິເສດແມ່ນການຮ່ວມມືທາງດ້ານເສດຖະກິດ - ການຄ້າ. ທ່ານນາງ Melanie Jolyກໍ່ເປັນເອກະພາບຕໍ່ມາດຕະການຊຸກຍູ້ການເພີ່ມທະວີການຮ່ວມມືດ້ານການຄ້າ, ພ້ອມທັງຢັ້ງຢືນວ່າ ຈະເພີ່ມທະວີການຮ່ວມມືໜູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຕິບັດຄຳໝັ້ນສັນຍາຢູ່ COP 26.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.