ຫວຽດນາມ ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖືຂອງອິຕາລີ

19:10 | 24/04/2022

ຍ​ສ​ໝ - ວັນທີ 19/4/2022, ທ່ານທູດຫວຽດນາມ ປະຈໍາ ອີຕາລີ ເຢື່ອວຮາຍຮື່ງ ໄດ້ຮັບຕ້ອນສະມາຊິກສະພາສູງ ປີເອີ ເຟີດີນານໂດ ກາສີນີ, ປະທານຜູ້ແທນອີຕາລີ ຢູ່ສະຫະພັນລັດຖະສະພາໂລກ (IPU) ແລະ ປະທານກິດຕິມະສັກ IPU - ອະດີດ ປະທານສະພາຕໍ່າອີຕາລີ-ອະດີີດປະທານຄະນະກໍາມະການຕ່າງປະເທດສະພາອີຕາລີ.

ນັກ​ຊ່ຽວຊານ​ກາ​ນາ​ດາ​ ຢັ້ງ​ຢືນ ຫວຽດ​ນາມ ຈະ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ດູດ​ດື່ມ ນັກ​ຊ່ຽວຊານ​ກາ​ນາ​ດາ​ ຢັ້ງ​ຢືນ ຫວຽດ​ນາມ ຈະ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ດູດ​ດື່ມ
ຫວຽດນາມ ແລະ  ອິຕາລີ ຮ່ວມເປັນປະທານ ເວທີປາໄສວິສາຫະກິດ ອີຕາລີ - ອາຊຽນ ຫວຽດນາມ ແລະ ອິຕາລີ ຮ່ວມເປັນປະທານ ເວທີປາໄສວິສາຫະກິດ ອີຕາລີ - ອາຊຽນ

ທ່ານ ທູດ ເຢື່ອງຮາຍຮື່ງ ໄດ້ສະແດງຄວາມພາກພູມໃຈອັນໃຫຍ່ຫຼວງທີ່ໄດ້ຮັບໜ້າທີ່ໃຫ້ມາເຮັດວຽກຢູ່ອີຕາລີ, ໃຫ້ຄໍ້າໝັ້ນສັນຍາວ່າຈະຕັ້ງໜ້າເຮັດໜ້າທີ່ຂອງຕົນ ປະກອບສ່ວນເຂົ້າໃນວຽກງານການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ ແລະ ອີຕາລີ, ເປັນຄູ່ຮ່ວມທາງຍຸດທະສາດອັນຍາວນານທີ່ເປັນສາຍສໍາພັນອັນເປັນມູນເຊື້ອດີງາມກັບຫວຽດນາມ.

undefined
ທ່ານທູດຫວຽດນາມ ປະຈໍາ ອີຕາລີ ເຢື່ອວຮາຍຮື່ງ ໄດ້ຮັບຕ້ອນສະມາຊິກສະພາສູງ ປີເອີ ເຟີດີນານໂດ ກາສີນີ

ສອງຝ່າຍໄດ້ແລກປ່ຽນບັນດາຫົວຂໍ້ກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນດາບັນຫາສາກົນ ແລະ ພາກພື້ນ ທີ່ສໍາຄັນ. ທ່ານ ສະມາຊິກສະພາສູງ ກາສີນີ ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງຄູ່ຮ່ວມມືທີ່ເຊື່ອຖື ຂອງອີຕາເລຍ, ສາຍພົວພັນສອງປະເທດແມ່ນສາຍພົວພັນທີ່ເປັນມູນເຊື້ອ ແລະ ພິເສດ, ນັບແຕ່ໄລຍະທີ່ຫຍຸ້ງຍາກທີ່ສຸດ.

ທ່ານ ສະມາຊິກສະພາສູງ ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະສົມທົບກັບທ່ານທູດຊຸກຍູ້ໃຫ້ເຂັ້ມແຂງກວ່າເກົ່າຕໍ່ກັບສາຍພົວພັນຮ່ວມມືຍຸດທະສາດກັບຫວຽດນາມໃນທຸກຂົງເຂດ, ພິເສດແມ່ນເນື່ອງໃນໂອກາດລະນຶກ 50 ປີ ການສ້າງຕັ້ງສາຍພົວພັນການຕ່າງປະເທດຫວຽດນາມ - ອີຕາລີ ( 1973-2023) ແລະ 10 ປີ ການສ້າງຕັ້ງສາຍພົວພັນຮ່ວມມືຍຸດທະສາດຫວຽດນາມ - ອີຕາລີ(2013-2023), ກໍ່ຄືການເພີ່ມທະວີຮ່ວມມືຂອງລັດຖະສະພາ ແລະ ຮັດແໜ້ນການຕິດຕໍ່ພົວພັນຢ່າງໃກ້ຊິດລະຫວ່າງບັນດາສະມາຊິລັດຖະສະພາ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.