ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ

15:25 | 06/04/2022

ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ໃຫ້ບຸລິມະສິດສູງສຸດໃນການພັດທະນາການພົວພັນມິດຕະພາບ, ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ພິເສດແມ່ນນະຄອນຫຼວງ ວຽງຈັນ.

ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ
ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ວຽງຈັນ​ໃນ​ໄລ​ຍະ​ໃໝ່ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ວຽງຈັນ​ໃນ​ໄລ​ຍະ​ໃໝ່
ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ
ທ່ານ ດິງຕຽນຢຸງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ໃນຂອບເຂດການຢ້້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 04 ເມສາ, ຄະນະຜູ້ແທນນະຄອນ ຮ່າໂນ້ຍ ໂດຍທ່ານ ດິງຕຽນຢຸງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເປັນຫົວໜ້າຄະນະ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ຕາມພິທີການທູດ. ທີ່ບັນດາການພົບປະ, ທ່ານ ດິງຕຽນຢຸງ ໄດ້ລາຍງານກັບບັນດາການນຳ ລາວ ຊາບກ່ຽວກັບໝາກຜົນການເຈລະຈາໃນຕອນເຊົ້າວັນດຽວກັນກັບທ່ານເລຂາຄະນະພັກນະຄອນຫຼວງ ວຽງຈັນ ອະນຸພາບ ຕຸນາລົມ. ຢູ່ທີ່ນີ້, 2 ຝ່າຍໄດ້ເປັນເອກະພາບລົງນາມໃນບົດບັນທຶກຕົກລົງຮ່ວມມື 2 ຝ່າຍໄລຍະ 2022 – 2025, ຢືນຢັນວ່າ ນີ້ແມ່ນບາດກ້າວສຳຄັນ, ສ້າງຂອບເຂດໃຫ້ແກ່ບັນດາການຮ່ວມມືລະຫວ່າງ 2 ນະຄອນຫຼວງໃນໄລຍະໃໝ່. ທ່ານ ດິງຕຽນຢຸງ ເນັ້ນໜັກວ່າ, ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ໃຫ້ບຸລິມະສິດສູງສຸດໃນການພັດທະນາການພົວພັນມິດຕະພາບ, ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ພິເສດແມ່ນນະຄອນຫຼວງ ວຽງຈັນ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ຢືນຢັນວ່າ ໝາກຜົນການຮ່ວມມືໃນໄລຍະຜ່ານມາ ພ້ອມກັບບັນດາເອກະສານທີ່ໄດ້ຮັບການລົງນາມລະຫວ່າງ 2 ນະຄອນຫຼວງ ສືບຕໍ່ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ໃຫ້ເລິກເຊິ່ງຂຶ້ນຕື່ມ.

ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ປາດຖະໜາວ່າ, ດ້ວຍບົດຮຽນໃນວຽກງານຄຸ້ມຄອງຂອງຕົນ ນະຄອນຫຼວງ ຮ່າໂນ້ຍ ຈະໜູນຊ່ວຍນະຄອນຫຼວງ ວຽນຈັນ ກໍ່ຄືທ້ອງຖິ່ນຕ່າງໆຂອງລາວ ໃຫ້ນັບມື້ນັບພັດທະນາກວ່າໃນໄລຍະຈະມາເຖິງ.

ຕອນເຊົ້າວັນດຽວກັນ, ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ໄດ້ໄປວາງພວງມາລາຢູ່ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ນະຄອນຫຼວງ ວຽງຈັນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.